ອະຣິຍະສັດສີ່ ທີ່ຊົງສະແດງໂດຍພິສະດານ (ໄນຍະທີສອງ)
ອະຣິຍະສັດ 4
ພິກຂຸ ທ. ! ທັມອັນເຮົາສະແດງແລ້ວວ່າ “ເຫຼົ່ານີ້ຄືອະຣິຍະສັຈຈ໌ທັງຫຼາຍ ໔ປະການ” ດັ່ງນີ້ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້. ຂໍ້ນີ້ເປັນທັມທີ່ເຮົາກ່າວແລ້ວດັ່ງນີ້ ເຮົາອາໄສຊຶ່ງອັນໃດໜໍ ຈຶ່ງກ່າວແລ້ວເຊັ່ນນີ້ ? ພິກຂຸ ທ. ! ເພາະອາໄສຊຶ່ງທາຕທັງຫຼາຍ ໖ ປະການ ການກ້າວລົງສູ່ຄັນ ຍ່ອມມີ; ເມື່ອການກ້າວລົງສູ່ຄັນມີຢູ່, ນາມຮູບຍ່ອມມີ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ. ພິກຂຸ ທ. ! ເຮົາຍ່ອມບັນຍັຕວ່າ “ນີ້ເປັນຄວາມທຸກຂ໌” ດັ່ງນີ້; ວ່າ “ນີ້ເປັນທຸກຂະສະມຸທັຍ” ດັ່ງນີ້; ວ່າ “ນີ້ເປັນທຸກຂະນິໂຣດ” ດັ່ງນີ້; ວ່າ “ນີ້ເປັນທຸກຂະນິໂຣທະຄາມິນີປະຕິປະທາ” ດັ່ງນີ້; ແກ່ສັຕຜູ້ສາມາດສະເຫວີຍເວທະນາ.
ພິກຂຸ ທ. ! ທຸກຂະອະຣິຢະສັຈຈະ ເປັນແນວໃດໜໍ ? ແມ່ນວ່າຄວາມເກີດກໍເປັນທຸກຂ໌, ແມ່ນວ່າຄວາມແກ່ກໍເປັນທຸກຂ໌, ແມ່ນວ່າຄວາມຕາຍກໍເປັນທຸກຂ໌, ແມ່ນວ່າໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍກໍເປັນທຸກຂ໌, ການພົບພໍ້ກັບສິ່ງບໍ່ເປັນທີ່ຮັກເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກເປັນທຸກຂ໌, ປາຖະໜາສິ່ງໃດແລ້ວ ບໍ່ໄດ້ສິ່ງນັ້ນ ນັ້ນກໍເປັນທຸກຂ໌ : ກ່າວໂດຍຫຍໍ້ ປັນຈຸປາທານະຂັນທ໌ທັງຫຼາຍ ເປັນທຸກຂ໌. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະອະຣິຢະສັຈຈະ.
ພິກຂຸ ທ. ! ທຸກຂະສະມຸທະຢະອະຣິຢະສັຈຈະ ເປັນແນວໃດໜໍ ? ເພາະມີອະວິຊຊາ ເປັນປັຈຈັຍ ຈຶ່ງມີສັງຂາຣທັງຫຼາຍ; ເພາະມີສັງຂາຣເປັນປັຈຈັຍ ຈຶ່ງມີວິນຍານ;
ເພາະມີວິນຍານເປັນປັຈຈັຍ ຈຶ່ງມີນາມຮູບ; ເພາະມີນາມຮູບເປັນປັຈຈັຍ ຈຶ່ງມີສະລາຍະຕະນະ; ເພາະມີສະລາຍະຕະນະເປັນປັຈຈັຍ ຈຶ່ງມີຜັສສະ; ເພາະມີຜັສສະເປັນປັຈຈັຍ ຈຶ່ງມີເວທະນາ; ເພາະມີເວທະນາເປັນປັຈຈັຍ ຈຶ່ງມີຕັນຫາ; ເພາະມີຕັນຫາເປັນປັຈຈັຍ ຈຶ່ງມີອຸປາທານ; ເພາະມີອຸປາທານເປັນປັຈຈັຍ ຈຶ່ງມີພົບ; ເພາະມີພົບເປັນປັຈຈັຍ ຈຶ່ງມີຊາດ; ເພາະມີຊາດເປັນປັຈຈັຍ, ຊະຣາມະຣະນະ ໂສກະປະຣິເທວະທຸກຂະໂທມະນັດສະອຸປາຍາສະທັງຫຼາຍ ຈຶ່ງເກີດຂຶ້ນຄົບຖ້ວນ : ຄວາມເກີດຂຶ້ນພ້ອມ ແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະສະມຸທະຢະອະຣິຢະສັຈຈະ.
ພິກຂຸ ທ. ! ທຸກຂະນິໂຣທະອະຣິຍະສັຈຈ໌ ເປັນແນວໃດໜໍ ? ເພາະຄວາມຈາງຄາຍ ດັບໄປໂດຍບໍ່ເຫຼືອ ແຫ່ງອະວິຊຊານັ້ນນັ້ນແລ, ຈຶ່ງມີຄວາມດັບແຫ່ງສັງຂາຣ; ເພາະມີຄວາມດັບແຫ່ງສັງຂາຣ ຈຶ່ງມີຄວາມດັບແຫ່ງວິນຍານ; ເພາະມີຄວາມດັບແຫ່ງ ວິນຍານ ຈຶ່ງມີຄວາມດັບແຫ່ງນາມຮູບ; ເພາະມີຄວາມດັບແຫ່ງນາມຮູບ ຈຶ່ງມີຄວາມດັບແຫ່ງສະລາຍະຕະນະ; ເພາະມີຄວາມດັບສະລາຍະຕະນະ ຈຶ່ງມີຄວາມດັບແຫ່ງຜັສສະ; ເພາະມີຄວາມດັບແຫ່ງຜັສສະ ຈຶ່ງຄວາມດັບແຫ່ງເວທະນາ; ເພາະ ມີຄວາມດັບແຫ່ງເວທະນາຈຶ່ງ ຄວາມດັບແຫ່ງຕັນຫາ; ເພາະມີຄວາມດັບແຫ່ງຕັນຫາ ຈຶ່ງມີຄວາມດັບແຫ່ງອຸປາທານ; ເພາະມີຄວາມດັບແຫ່ອຸປາທານ ຈຶ່ງມີຄວາມດັບແຫ່ງພົບ; ເພາະມີຄວາມດັບແຫ່ງພົບ ຈຶ່ງຄວາມດັບແຫ່ງຊາດ; ເພາະມີຄວາມດັບແຫ່ງຊາດນັ້ນແລ, ຊະຣາມະຣະນະໂສກະປະຣິເທວະທຸກຂະໂທມະນັດສະ ອຸປາຍາສະທັງຫຼາຍ ຈຶ່ງດັບສິ້ນ : ຄວາມດັບລົງແຫ່ງກອງທຸກຂ໌ທັງມວນນີ້ ຍ່ອມມີດ້ວຍອາການເຊັ່ນນີ້. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະນິໂຣທະອະຣິຍະສັຈຈ໌.
ພິກຂຸ ທ. ! ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌ ເປັນແນວໃດໜໍ ? ມັຄອັນປະເສີດ ປະກອບດ້ວຍອົງຄ໌ ໘ ປະການນີ້ ນັ້ນເອງ, ກ່າວຄື ສັມມາທິຕຖິ ສັມມາສັງກັບປະ ສັມມາວາຈາ ສັມມາກັມມັນຕະ ສັມມາອາຊີວະ ສັມມາວາຢາມະ ສັມມາສະຕິ ສັມມາສະມາທິ. ພິກຂຸ ທ. ! ນີ້ເຮົາກ່າວວ່າ ທຸກຂະນິໂຣທະຄາມິນີປະຕິປະທາອະຣິຍະສັຈຈ໌.
ພິກຂຸ ທ. ! ທັມອັນເຮົາສະແດງແລ້ວວ່າ “ເຫຼົ່ານີ້ຄືອະຣິຍະສັຈຈ໌ທັງຫຼາຍ ໔ປະການ” ດັ່ງນີ້ ເປັນທັມອັນສະມະນະພຣາມ ຜູ້ຮູ້ທັງຫຼາຍຂົ່ມຂີ່ບໍ່ໄດ້ ເຮັດໃຫ້ເສົ້າໝອງບໍ່ໄດ້ ຕິຕຽນບໍ່ໄດ້ ຂັດງ້າງບໍ່ໄດ້ ດັ່ງນີ້ ອັນໃດ ອັນເຮົາກ່າວແລ້ວ; ຂໍ້ນັ້ນ ເຮົາກ່າວໝາຍເຖິງ ຂໍ້ຄວາມດັ່ງກ່າວມານີ້, ດັ່ງນີ້ແລ.
- ຕິກ. ອັງ. ໒໐/໒໒໗-໒໒໘/໕໐໑.