ສຸກທຸກ ທີ່ໄດ້ຮັບ ບໍ່ແມ່ນຜົລຂອງກັມເກົ່າຢ່າງດຽວ

ກຳ

0:00/0:00
ພິກຂຸທັງຫຼາຍ ! ເຮົາກ່າວກັບພວກນິຄັນຖ໌ນັ້ນຕໍ່ໄປອີກເຊັ່ນນີ້ວ່າ

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ພວກທ່ານຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດ ສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານ ຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ແຕ່ສະໄໝໃດ ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຍ່ອມບໍ່ສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ”.

ພວກນິຄັນຖ໌ຮັບວ່າ

“ພຣະໂຄດົມຜູ້ມີອາຍຸ ! ສະໄໝໃດ ພວກຂ້າພະເຈົ້າມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກຂ້າພະເຈົ້າຍ່ອມສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ

ສະໄໝໃດ ພວກຂ້າພະເຈົ້າບໍ່ມີຄວາມພະຍາຍາມແຮງກ້າ ສະໄໝນັ້ນພວກຂ້າພະເຈົ້າ ຍ່ອມບໍ່ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທໍ່ທີ່ເວົ້າກັນມານີ້ ເປັນອັນວ່າ ສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຍ່ອມສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ແຕ່ສະໄໝໃດ ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຍ່ອມບໍ່ສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ເມື່ອເປັນເຊັ່ນນີ້ ກໍບໍ່ເປັນການສົມຄວນແກ່ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ທີ່ຈະກ່າວວ່າ ບຸກຄົນເຮົານີ້ຍ່ອມສະເຫວີຍເວທະນາ ແນວໃດ ແນວໜຶ່ງ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ບໍ່ແມ່ນທຸກຂ໌ ບໍ່ແມ່ນສຸຂກໍດີ ທັງໝົດນັ້ນ ເປັນເພາະເຫຕແຫ່ງກັມ ທີ່ຕົນເຮັດໄວ້ໃນກາລກ່ອນ ແລະວ່າເພາະໝົດກັມເກົ່າດ້ວຍຕະບະ ແລະເພາະການບໍ່ເຮັດກັມໃໝ່ ກະແສແຫ່ງກັມຕໍ່ໄປກໍບໍ່ມີ ເພາະກະແສແຫ່ງກັມຕໍ່ໄປບໍ່ມີ ກໍສິ້ນທຸກຂ໌ ເພາະສິ້ນທຸກຂ໌ ກໍສິ້ນເວທະນາ ເພາະສິ້ນເວທະນາ ທຸກຂ໌ທັງປວງກໍສູນສິ້ນໄປ ດັ່ງນີ້”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ຖ້າສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມ ພຽນພະຍາຍາມນັ້ນກໍຍັງຕັ້ງຢູ່ ຖ້າວ່າເມື່ອໃດ ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມຍ່ອມຢຸດໄດ້ເອງ ເມື່ອເປັນເຊັ່ນນີ້ ພວກນິຄັນຖ໌ຜູ້ມີອາຍຸກໍຄວນກ່າວໄດ້ວ່າ ບຸກຄົນເຮົານີ້ ຍ່ອມສະເຫວີຍເວທະນາເຍື່ອງໃດເຍື່ອງໜຶ່ງ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ບໍ່ແມ່ນທຸກຂ໌
ບໍ່ແມ່ນສຸຂກໍດີ ທັງໝົດນັ້ນ ເປັນເພາະເຫຕແຫ່ງກັມ ທີ່ຕົນເຮັດໄວ້ໃນກາລກ່ອນ ໝົດກັມເກົ່າດ້ວຍຕະບະ ແລະເພາະການບໍ່ເຮັດກັມໃໝ່ ກະແສແຫ່ງກັມຕໍ່ໄປກໍບໍ່ມີ ເພາະກະແສແຫ່ງກັມຕໍ່ໄປບໍ່ມີ ກໍດັບສິ້ນກັມ ເພາະດັບສິ້ນກັມ ກໍສິ້ນທຸກຂ໌ ເພາະສິ້ນທຸກຂ໌ ກໍສິ້ນເວທະນາ ເພາະສິ້ນເວທະນາ ທຸກຂ໌ທັງປວງກໍສູນສິ້ນໄປ ດັ່ງນີ້”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ກໍເພາະເຫຕທີ່ສະໄໝໃດ ພວກທ່ານມີຄວາມພະຍາຍາມແຮງກ້າ ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຈຶ່ງສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ແຕ່ສະໄໝໃດ ພວກທ່ານບໍ່ມີຄວາມພະຍາຍາມແຮງກ້າ ບໍ່ມີຄວາມພຽນແຮງກ້າ ສະໄໝນັ້ນ ພວກທ່ານຈຶ່ງບໍ່ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພະຍາຍາມແຮງກ້າ ພວກທ່ານນັ້ນສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ອັນເກີດແຕ່ຄວາມພຽນເອງໂດຍແທ້ ຍ່ອມເຊື່ອຜິດໄປ ເພາະ
ອະວິຊຊາ ຄືຄວາມບໍ່ຮູ້ ເພາະຄວາມຫຼົງວ່າບຸກຄົນເຮົານີ້ ຍ່ອມສະເຫວີຍເວທະນາເຍື່ອງໃດ ເຍື່ອງໜຶ່ງ ເປັນສຸຂກໍດີ ເປັນທຸກຂ໌ກໍດີ ບໍ່ແມ່ນທຸກຂ໌ບໍ່ແມ່ນສຸຂກໍດີ ຂໍ້ນັ້ນທັງໝົດເປັນເພາະເຫຕແຫ່ງກັມ ທີ່ຕົນເຮັດໄວ້ໃນກາລກ່ອນ ແລະວ່າເພາະໝົດກັມເກົ່າດ້ວຍຕະບະ ແລະເພາະບໍ່ເຮັດກັມໃໝ່ ກະແສແຫ່ງກັມຕໍ່ໄປກໍບໍ່ມີ ເພາະກະແສແຫ່ງກັມຕໍ່ໄປບໍ່ມີ ກໍດັບສິ້ນກັມ ເພາະດັບສິ້ນກັມ ກໍສິ້ນທຸກຂ໌ ເພາະສິ້ນທຸກຂ໌ ກໍສິ້ນເວທະນາ ເພາະສິ້ນເວທະນາ ທຸກຂ໌ທັງປວງກໍສູນສິ້ນໄປ ດັ່ງນີ້”.

ພິກຂຸທັງຫຼາຍ ! ເຮົາມີຖ້ອຍຄໍາແລະຄວາມເຫັນແມ່ນເຊັ່ນນີ້ແລ ຈຶ່ງບໍ່ເລັງເຫັນການໂຕ້ຕອບ ຖ້ອຍຄໍາແລະຄວາມເຫັນອັນຖືກຕ້ອງດ້ວຍເຫຕໃດ ໆ ໃນພວກນິຄັນຖ໌.

ພິກຂຸທັງຫຼາຍ ! ເຮົາກ່າວກັບພວກນິຄັນຖ໌ນັ້ນ ຕໍ່ໄປອີກເຊັ່ນນີ້ວ່າ
“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ພວກທ່ານຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດ ພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລໃນປັດຈຸບັນ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລໃນອະນາຄົຕ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນເຖີ້ນ”.

ພວກນິຄັນຖ໌ນັ້ນກ່າວວ່າ
“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ແລະພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດ ເປັນຂອງໃຫ້ຜົລໃນອະນາຄົຕ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລໃນປັດຈຸບັນ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນເຖີ້ນ”.

“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ພວກທ່ານຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດ ພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລເປັນສຸຂ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລເປັນທຸກຂ໌ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນ ເຖີ້ນ”.

“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ແລະພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລເປັນທຸກຂ໌ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລເປັນສຸຂ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນ ເຖີ້ນ”.
“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ພວກທ່ານຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດ ພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລສໍາເລັດແລ້ວ ຂໍກັມນັ້ນຈົ່ງຢ່າໃຫ້ຜົລສໍາເລັດ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນເຖີ້ນ”.
“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ແລະພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລຍັງບໍ່ສໍາເລັດ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລສໍາເລັດ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນເຖີ້ນ”.
“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ພວກທ່ານຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດ ພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລຫຼາຍ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລໜ້ອຍ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນເຖີ້ນ”.

“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ແລະພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລໜ້ອຍ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລຫຼາຍດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນ ເຖີ້ນ”.

“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ພວກທ່ານຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດ ພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງໃຫ້ຜົລ ຂໍກັມນັ້ນຈົ່ງເປັນຂອງຢ່າໃຫ້ຜົລ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນ ເຖີ້ນ”.

“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ແລະພວກທ່ານຈະຍ່ອມປາຖະໜາໄດ້ດັ່ງນີ້ຫຼືບໍ່ວ່າ ກັມໃດເປັນຂອງບໍ່ໃຫ້ຜົລ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນ ເຖີ້ນ”.
“ທ່ານຜູ້ມີອາຍຸ ! ຂໍ້ນີ້ເປັນໄປບໍ່ໄດ້ເລີຍ”.

“ທ່ານຜູ້ເປັນນິຄັນຖ໌ທັງຫຼາຍ ! ທໍ່ທີ່ເວົ້າກັນມານີ້ ເປັນອັນວ່າ ພວກທ່ານຈະຍ່ອມປາຖະໜາບໍ່ໄດ້ ດັ່ງນີ້ວ່າ ກັມໃດເປັນຂອງໃຫ້ຜົລໃນປັດຈຸບັນ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລໃນອະນາຄົຕ... ວ່າກັມໃດ ເປັນຂອງໃຫ້ຜົລໃນອະນາຄົຕ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລໃນປັດຈຸບັນ... ວ່າກັມໃດເປັນຂອງໃຫ້ຜົລເປັນສຸຂ

ພຸດທະວະຈະນະ - ໝວດທັມ

ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລເປັນທຸກຂ໌... ວ່າກັມໃດເປັນຂອງໃຫ້ຜົລເປັນທຸກຂ໌ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລເປັນສຸຂ... ວ່າກັມໃດເປັນຂອງໃຫ້ຜົລສໍາເລັດແລ້ວ ຂໍກັມນັ້ນຈົ່ງຢ່າໃຫ້ຜົລສໍາເລັດ... ວ່າກັມໃດເປັນຂອງໃຫ້ຜົລຍັງບໍ່ສໍາເລັດ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລສໍາເລັດ... ວ່າກັມໃດເປັນຂອງໃຫ້ຜົລຫຼາຍ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລໜ້ອຍ... ວ່າກັມໃດເປັນຂອງໃຫ້ຜົລ
ໜ້ອຍ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລຫຼາຍ... ວ່າກັມໃດເປັນຂອງໃຫ້ຜົລ ຂໍກັມນັ້ນຈົ່ງເປັນຂອງຢ່າໃຫ້ຜົລ... ວ່າກັມໃດເປັນຂອງບໍ່ໃຫ້ຜົລ ຂໍກັມນັ້ນຈົ່ງເປັນຂອງໃຫ້ຜົລ ດ້ວຍຄວາມພະຍາຍາມຫຼືດ້ວຍຄວາມພຽນເຖີ້ນ ເມື່ອເປັນເຊັ່ນນີ້ ຄວາມພະຍາຍາມຂອງພວກນິຄັນຖ໌ຜູ້ມີອາຍຸ ກໍໄຮ້ຜົລ ຄວາມພຽນກໍໄຮ້ຜົລ”.

ພິກຂຸທັງຫຼາຍ ! ພວກນິຄັນຖ໌ມີຖ້ອຍຄໍາແລະຄວາມເຫັນເຊັ່ນນີ້ ການກ່າວກ່ອນແລະການກ່າວຕາມ ໑໐ ປະການ ອັນຖືກດ້ວຍເຫຕຂອງພວກນິຄັນຖ໌ ຜູ້ມີຖ້ອຍຄໍາແລະຄວາມເຫັນເຊັ່ນນີ້ ຍ່ອມເຖິງຖານະຄວນຕໍານິ.

ພິກຂຸທັງຫຼາຍ ! ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ເພາະເຫຕແຫ່ງກັມທີ່ຕົນເຮັດໄວ້ໃນກາລກ່ອນ ພວກນິຄັນຖ໌ຕ້ອງເປັນຜູ້ເຮັດກັມຊົ່ວໄວ້ກ່ອນແນ່ນອນ ໃນບັດນີ້ ພວກເຂົາຈຶ່ງໄດ້ສະເຫວີຍເວທະນາ ອັນເປັນທຸກຂ໌ຮຸນແຮງ ເຈັບປວດ

ເຫັນປານນີ້ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕທີ່ອິສວນເນຣະມິຕໃຫ້ ພວກນິຄັນຖ໌ຕ້ອງເປັນຜູ້ຖືກອິສວນຊັ້ນຕໍ່າ (ຊົ່ວ) ເນຣະມິຕມາແນ່ນອນ ໃນບັດນີ້ ພວກເຂົາຈຶ່ງໄດ້ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ເຫັນປານນີ້ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕທີ່ມີຄວາມບັງເອີນ ພວກນິຄັນຖ໌ຕ້ອງເປັນຜູ້ມີຄວາມບັງເອີນຊົ່ວແນ່ ໃນບັດນີ້ ພວກເຂົາຈຶ່ງໄດ້ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ເຫັນປານນີ້ ຖ້າໝູ່ສັຕຍ່ອມສະ ເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງອະພິຊາຕ ພວກນິຄັນຖ໌ຕ້ອງເປັນຜູ້ມີອະພິຊາຕຊົ່ວແນ່ນອນ ໃນບັດນີ້ ພວກເຂົາຈຶ່ງໄດ້ສະເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງ ເຈັບປວດ ເຫັນປານນີ້ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງຄວາມພະຍາຍາມໃນປັດຈຸບັນ ພວກນິຄັນຖ໌ຕ້ອງເປັນຜູ້ມີຄວາມ ພະຍາຍາມໃນປັດຈຸບັນຊົ່ວແນ່ນອນ ໃນບັດນີ້ ພວກເຂົາຈຶ່ງໄດ້ສະ ເຫວີຍເວທະນາອັນເປັນທຸກຂ໌ຮຸນແຮງເຈັບປວດ ເຫັນປານນີ້.

ພິກຂຸທັງຫຼາຍ ! ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ເພາະເຫຕແຫ່ງກັມທີ່ຕົນເຮັດໄວ້ໃນເມື່ອກ່ອນ ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງກັມ ທີ່ຕົນເຮັດໄວ້ໃນການກ່ອນ ພວກນິຄັນຖ໌ກໍຕ້ອງຖືກຕໍານິ ຖ້າໝູ່ສັຕ ຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕທີ່ອິສວນເນຣະມິຕໃຫ້

ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ເພາະເຫຕທີ່ອິສວນເນຣະມິຕໃຫ້ ພວກນິຄັນຖ໌ກໍຕ້ອງຖືກຕໍານິ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕທີ່ມີຄວາມບັງເອີນ ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ ເພາະເຫຕທີ່ມີຄວາມບັງເອີນ ພວກນິຄັນຖ໌ກໍຕ້ອງຖືກຕໍານິ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງອະພິຊາຕ ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງອະພິຊາຕ ພວກນິຄັນຖ໌ກໍຕ້ອງຖືກຕໍານິ ຖ້າໝູ່ສັຕຍ່ອມສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງຄວາມພະຍາຍາມໃນປັດຈຸບັນ ພວກນິຄັນຖ໌ຕ້ອງຖືກຕໍານິ ຖ້າໝູ່ສັຕບໍ່ໄດ້ສະເຫວີຍສຸຂແລະທຸກຂ໌ ເພາະເຫຕແຫ່ງຄວາມພະຍາຍາມໃນປັດຈຸບັນ ພວກນິຄັນຖ໌ກໍຕ້ອງຖືກຕໍານິ.

ພິກຂຸທັງຫຼາຍ ! ພວກນິຄັນຖ໌ມີຖ້ອຍຄໍາແລະຄວາມເຫັນເຊັ່ນນີ້ ການກ່າວກ່ອນແລະການກ່າວຕາມ ໑໐ ປະການ ອັນຖືກຕ້ອງດ້ວຍເຫຕຂອງພວກນິຄັນຖ໌ ຜູ້ມີຖ້ອຍຄໍາແລະຄວາມເຫັນເຊັ່ນນີ້ ຍ່ອມເຖິງຖານະຄວນຕໍານິ.

ພິກຂຸທັງຫຼາຍ ! ຄວາມພະຍາຍາມໄຮ້(ຂາດ)ຜົລ ຄວາມພຽນໄຮ້ຜົລ ເຊັ່ນນີ້ແລ.

ພິກຂຸທັງຫຼາຍ ! ກໍແນວໃດ ຄວາມພະຍາຍາມຈຶ່ງຈະມີຜົລ ຄວາມພຽນຈຶ່ງຈະມີຜົລ.

ພິກຂຸທັງຫຼາຍ ! ພິກຂຸໃນທັມວິນັຍນີ້
ບໍ່ເອົາທຸກຂ໌ທັບຖົມຕົນທີ່ບໍ່ມີທຸກຂ໌ທັບຖົມ ໑
ບໍ່ສະລະຄວາມສຸຂທີ່ເກີດໂດຍທັມ ໑
ບໍ່ເປັນຜູ້ໝົກໝຸ້ນໃນຄວາມສຸຂນັ້ນ ໑
ເຂົາຍ່ອມຮູ້ແຈ້ງເຊັ່ນນີ້ວ່າ
ເຖິງເຮົານີ້ຈັກຍັງມີເຫຕແຫ່ງທຸກຂ໌
ເມື່ອເລີ່ມຕັ້ງຄວາມພຽນ ວິຣາຄະຍ່ອມມີໄດ້
ອັນໜຶ່ງ ເຖິງເຮົານີ້ຈະຍັງມີເຫຕແຫ່ງທຸກຂ໌
ເມື່ອວາງເສີຍ ບຳເພັນອຸເປກຂາຢູ່ ວິຣາຄະກໍຍ່ອມມີໄດ້
ເຂົານັ້ນຈຶ່ງເລີ່ມຕັ້ງຄວາມພຽນ ແລະບຳເພັນອຸເປກຂາຢູ່ ດ້ວຍການເຮັດເຊັ່ນນີ້
ທຸກຂ໌ນັ້ນ ກໍເປັນອັນເຂົາສະລັດອອກໄດ້ແລ້ວ.

ພິກຂຸທັງຫຼາຍ ! ອີກປະການໜຶ່ງ ພິກຂຸພິຈາຣະນາ ເຫັນດັ່ງນີ້ວ່າ :-

ເມື່ອເຮົາຢູ່ຕາມສະບາຍ
ອະກຸສົລທັມຍ່ອມຈະເລີນຍິ່ງ ກຸສົລທັມຍ່ອມເສື່ອມ
ແຕ່ເມື່ອເຮົາດໍາຣົງຕົນຢູ່ໃນຄວາມລໍາບາກ
ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເລີນຍິ່ງ
ຢ່າເຮັດແນວນັ້ນເລີຍ
ເຮົາຈົ່ງດໍາລົງຕົນຢູ່ໃນຄວາມລໍາບາກເຖີ້ນ
ເຂົານັ້ນຈຶ່ງດໍາລົງຕົນຢູ່ໃນຄວາມລໍາບາກ
ເມື່ອເຂົາດໍາລົງຕົນຢູ່ໃນຄວາມລໍາບາກຢູ່
ອະກຸສົລທັມຍ່ອມເສື່ອມ ກຸສົລທັມຍ່ອມຈະເລີນຍິ່ງ
ສະໄໝຕໍ່ມາ
ເຂົາບໍ່ຕ້ອງດໍາລົງຕົນຢູ່ໃນຄວາມລໍາບາກອີກ
ເພາະເຫຕວ່າ ປະໂຍຊນ໌ທີ່ເຂົາຫວັງນັ້ນ
ສໍາເລັດແລ້ວຕາມທີ່ເຂົາປະສົງ.

ພິກຂຸທັງຫຼາຍ !
ຄວາມພະຍາຍາມມີຜົລ ຄວາມພຽນມີຜົລ ແມ່ນເຊັ່ນນີ້.

ອຸປຣິ. ມ. ໑໔/໗/໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ