ຜູ້ເປັນເກພະລີບຸກຄົກ ໃນພຸດທະສາສະໜາ
ທໍາໃນທີສຸດ
ພິກຂຸ ທ. ! ພິກຂຸຜູ້ສະຫຼາດໃນຖານະເຈັດປະການ (ສັຕຕັຕຖານະກຸສະໂລ) ຜູ້ພິຈາຣະນາໃຄ່ຄວນທັມ ໂດຍວິທີສາມປະການ (ຕິວິທູປະປະຣິກຂີ) ເຮົາເອີ້ນວ່າ ເກພະລີ໑ ຢູ່ຈົບກິດແຫ່ງພຣົມມະຈັນຣຍ໌ ເປັນອຸດົມບຸຣຸສ ໃນທັມວິນັຍນີ້.
ພິກຂຸ ທ. ! ພິກຂຸຜູ້ສະຫຼາດໃນຖານະເຈັດປະການນັ້ນ ເປັນແນວໃດໜໍ ?ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມຮູ້ແຈ່ມແຈ້ງຊຶ່ງຮູບ ຮູ້ແຈ່ມແຈ້ງຊຶ່ງເຫຕໃຫ້ເກີດຂຶ້ນແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງອັສສາທະ (ສະເໜ່) ແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງອາທີນະວະ (ໂທດອັນຕໍ່າຊ້າ) ແຫ່ງຮູບ ຮູ້ແຈ່ມແຈ້ງຊຶ່ງນິສສະຣະນະ (ອຸບາຍເປັນເຄື່ອງອອກພົ້ນໄປ) ຈາກຮູບ (ລວມເຈັດປະການ).
(ໃນກໍລະນີ ແຫ່ງເວທະນາ ສັນຍາ ສັງຂາຣ ແລະວິນຍານ ກໍໄດ້ຕຣັດໄວ້ ດ້ວຍຂໍ້ຄວາມເຊັ່ນດຽວກັນກັບ ໃນກໍລະນີ ແຫ່ງຮູບທຸກປະການ ຕ່າງກັນແຕ່ພຽງຊື່ແຫ່ງຂັນທ໌ເທົ່ານັ້ນ).
ພິກຂຸ ທ. ! ຮູບ ເປັນແນວໃດໜໍ ? ມະຫາພູຕະຣູປະສີ່ຢ່າງດ້ວຍ ຮູບທີ່ອາໄສມະຫາພູຕະຣູປະສີ່ຢ່າງດ້ວຍ : ນີ້ເຮົາເອີ້ນວ່າ ຮູບ; ການເກີດຂຶ້ນແຫ່ງຮູບ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງອາຫາຣ; ຄວາມດັບບໍ່ເຫຼືອແຫ່ງຮູບ ຍ່ອມມີເພາະຄວາມ ດັບບໍ່ເຫຼືອແຫ່ງອາຫາຣ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນ ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, ໄດ້ແກ່ສິ່ງເຫຼົ່ານີ້ຄື ຄວາມເຫັນຊອບ ຄວາມດໍາຣິຊອບ ການເວົ້າຈາຊອບ ການທໍາການງານຊອບ ການລ້ຽງຊີວິຕຊອບ ຄວາມພະຍາຍາມຊອບ ຄວາມລະນຶກຊອບ ຄວາມຕັ້ງໃຈໝັ້ນຊອບ; ສຸຂໂສມະນັດສະທີ່ອາໄສຮູບ ເກີດຂຶ້ນອັນໃດໆ, ນີ້ເປັນ ອັສສາທະແຫ່ງຮູບ; ຂໍ້ທີ່ຮູບ ບໍ່ທ່ຽງ ເປັນທຸກຂ໌ ມີຄວາມແປປ່ຽນເປັນທັມມະດາ ອັນໃດ, ນີ້ເປັນ ອາທີນະວະແຫ່ງຮູບ; ການນໍາອອກເສຍໄດ້ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ກ່າວຄືການລະເສຍໄດ້ຊຶ່ງຄວາມກໍາໜັດດ້ວຍອໍານາດຄວາມພໍໃຈ ໃນຮູບອັນໃດ, ນີ້ເປັນ ນິສສະຣະນະເຄື່ອງອອກຈາກຮູບ (ລວມເປັນສິ່ງທີ່ຕ້ອງຮູ້ແຈ້ງຊັດເຈັດຢ່າງ).
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ຮູ້ດ້ວຍປັນຍາອັນຍິ່ງຊຶ່ງຮູບ ວ່າເຊັ່ນນີ້ຄືຮູບ, ເຊັ່ນນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງຮູບ, ເຊັ່ນນີ້ຄືຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືອັສສາທະແຫ່ງຮູບ, ເຊັ່ນນີ້ຄືອາທີນະວະແຫ່ງຮູບ, ຢ່າງນີ້ຄືນິສສະຣະນະແຫ່ງຮູບ, ດັ່ງນີ້ແລ້ວ ເປັນຜູ້ປະຕິບັຕແລ້ວ ເພື່ອຄວາມເບື່ອໜ່າຍ ເພື່ອຄວາມຄາຍກໍາໜັດ ເພື່ອຄວາມດັບບໍ່ເຫຼືອແຫ່ງຮູບ; ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ປະຕິບັຕດີແລ້ວ. ບຸຄຄົລເຫຼົ່າໃດເປັນຜູ້ປະຕິບັຕດີແລ້ວ, ບຸຄຄົລເຫຼົ່ານັ້ນ ຊື່ວ່າ ຢັ່ງລົງໃນທັມວິນັຍນີ້.
ພິກຂຸ ທ. ! ສະມະນະຫຼືພຣາມເຫຼົ່າໃດ ຮູ້ດ້ວຍປັນຍາອັນຍິ່ງຊຶ່ງຮູບ ວ່າເຊັ່ນນີ້ຄືຮູບ, ເຊັ່ນນີ້ຄືເຫຕໃຫ້ເກີດຂຶ້ນແຫ່ງຮູບ, ເຊັ່ນນີ້ຄືຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງຮູບ, ເຊັ່ນນີ້ຄືອັສສາທະແຫ່ງຮູບ, ເຊັ່ນນີ້ຄືອາທີນະວະແຫ່ງຮູບ, ເຊັ່ນນີ້ຄືນິສສະຣະນະແຫ່ງຮູບ, ດັ່ງນີ້ແລ້ວ ເປັນຜູ້ພົ້ນວິເສດແລ້ວ ເພາະຄວາມເບື່ອໜ່າຍ ເພາະຄວາມຄາຍກໍາໜັດ ເພາະຄວາມດັບບໍ່ເຫຼືອ ເພາະຄວາມບໍ່ຢຶດໝັ້ນຊຶ່ງຮູບ. ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນ ຊື່ວ່າເປັນ ເກພະລີ. ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.
ພິກຂຸ ທ. ! ເວທະນາເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເວທະນາຫົກໝູ່ເຫຼົ່ານີ້ ຄື ຈັກຂຸສັມຜັສສະຊາເວທະນາ ໂສຕະສັມຜັສສະຊາເວທະນາ ຄານະສັມຜັສສະຊາເວທະນາ ຊິວຫາສັມຜັສສະຊາເວທະນາ ກາຢະສັມຜັສສະຊາເວທະນາ ມະໂນສັມຜັສສະຊາເວທະນາ : ນີ້ເຮົາເອີ້ນວ່າ ເວທະນາ; ຄວາມເກີດຂຶ້ນແຫ່ງເວທະນາ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງເວທະນາ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງ ເວທະນາ, .... ຯລຯ .... [ຂໍ້ຄວາມຕໍ່ໄປນີ້ ມີເນື້ອຄວາມເຊັ່ນດຽວກັບ ໃນກໍລະນີແຫ່ງຮູບ ຕ່າງກັນແຕ່ພຽງວ່ານີ້ເປັນກໍລະນີ ແຫ່ງເວທະນາເທົ່ານັ້ນ ໄປຈົນເຖິງຄໍາວ່າ....ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ)].
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນ ຊື່ວ່າເປັນ ເກພະລີ ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.
ພິກຂຸ ທ. ! ສັນຍາເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງສັນຍາຫົກໝູ່ ເຫຼົ່ານີ້ຄື ຣູປະສັນຍາ ສັດທະສັນຍາ ຄັນທະສັນຍາ ຣະສະສັນຍາ ໂຜຕຖັພພະສັນຍາ ທັມມະສັນຍາ : ນີ້ເຮົາເອີ້ນວ່າ ສັນຍາ; ຄວາມເກີດຂຶ້ນແຫ່ງສັນຍາ ຍ່ອມມີເພາະ ຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງສັນຍາ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງ ສັນຍາ, .... ຯລຯ .... [ຂໍ້ຄວາມຕໍ່ໄປນີ້ມີເນື້ອຄວາມເຊັ່ນດຽວກັບ ໃນກໍຣະນີ ແຫ່ງຮູບຕ່າງກັນແຕ່ພຽງວ່າ ນີ້ເປັນກໍລະນີແຫ່ງສັນຍາເທົ່ານັ້ນ ໄປຈົນເຖິງຄໍາວ່າ....ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).].
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນຊື່ວ່າເປັນ ເກພະລີ. ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.
ພິກຂຸ ທ. ! ສັງຂາຣທັງຫຼາຍ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງເຈຕະນາ ຫົກໝູ່ເຫຼົ່ານີ້ຄື ຣູປະສັນເຈຕະນາ ສັດທະສັນເຈຕະນາ ຄັນທະສັນເຈຕະນາ ໂຜຕຖັພພະສັນເຈຕະນາ ທັມມະສັນເຈຕະນາ : ນີ້ເຮົາເອີ້ນວ່າ ສັງຂາຣທັງຫຼາຍ; ຄວາມເກີດຂຶ້ນແຫ່ງສັງຂາຣ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງ ຜັສສະ; ຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ຜັສສະ; ມັຄຄະອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງ ເປັນ ຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງສັງຂາຣ, ....ຯລຯ .... [ຂໍ້ຄວາມຕໍ່ໄປນີ້ ມີເນື້ອຄວາມເຊັ່ນດຽວກັບ ໃນກໍລະນີ ແຫ່ງຮູບ ຕ່າງກັນແຕ່ພຽງວ່າ ນີ້ເປັນກໍລະນີແຫ່ງສັງຂາຣເທົ່ານັ້ນ ໄປຈົນເຖິງຄໍາວ່າ.... ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).].
ບຸຄຄົລເຫຼົ່າໃດ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ, ບຸຄຄົລເຫຼົ່ານັ້ນ ຊື່ວ່າເປັນ ເກພະລີ, ບຸຄຄົລເຫຼົ່າໃດເປັນເກພະລີ, ວັຕຕະຂອງບຸຄຄົລເຫຼົ່ານັ້ນ ຍ່ອມບໍ່ມີເພື່ອການບັນຍັຕ.
ພິກຂຸ ທ. ! ວິນຍານ ເປັນແນວໃດໜໍ ? ພິກຂຸ ທ. ! ໝູ່ແຫ່ງວິນຍານຫົກໝູ່ເຫຼົ່ານີ້ຄື ຈັກຂຸວິນຍານ ໂສຕະວິນຍານ ຄານະວິນຍານ ຊິວຫາວິນຍານ ກາຢະວິນຍານ ມະໂນວິນຍານ : ນີ້ເຮົາເອີ້ນວ່າ ວິນຍານ; ຄວາມເກີດຂຶ້ນແຫ່ງວິນຍານ ຍ່ອມມີເພາະຄວາມເກີດຂຶ້ນແຫ່ງ ນາມຮູບ : ຄວາມດັບບໍ່ເຫຼືອແຫ່ງວິນຍານ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງ ນາມຮູບ; ມັຄຄະອັນປະກອບດ້ວຍອົງຄ໌ແປດ ອັນປະເສີດນັ້ນເອງ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງ ວິນຍານ, .... ຯລຯ .... [ຂໍ້ຄວາມຕໍ່ໄປນີ້ ມີເນື້ອຄວາມເຊັ່ນດຽວກັບ ໃນກໍລະນີແຫ່ງຮູບ ຕ່າງກັນແຕ່ພຽງວ່າ ນີ້ເປັນກໍລະນີແຫ່ງວິນຍານເທົ່ານັ້ນ ໄປຈົນເຖິງຄໍາວ່າ.... ສະມະນະຫຼືພຣາມເຫຼົ່ານັ້ນ ເປັນຜູ້ພົ້ນວິເສດແລ້ວດ້ວຍດີ (ສຸວິມຸຕຕາ).].

ພິກຂຸທ. ! ພິກຂຸເປັນຜູ້ສະຫຼາດ ໃນຖານະເຈັດປະການ (ສັຕຕັຕຖານະກຸສະໂລ) ດ້ວຍອາການເຊັ່ນນີ້ແລ.
ພິກຂຸ ທ. ! ພິກຂຸເປັນຜູ້ພິຈາຣະນາໃຄ່ຄວນທັມໂດຍວິທີ ສາມປະການ (ຕິວິດູປະປະຣິກຂີ) ນັ້ນເປັນແນວໃດໜໍ ? ພິກຂຸ ທ. ! ພິກຂຸໃນກໍລະນີນີ້ ຍ່ອມພິຈາຣະນາໃຄ່ຄວນທັມ ໂດຍຄວາມເປັນ ທາຕ; ຍ່ອມພິຈາຣະນາໃຄ່ຄວນທັມ ໂດຍຄວາມເປັນ ອາຍະຕະນະ; ຍ່ອມພິຈາຣະນາໃຄ່ຄວນທັມ ໂດຍຄວາມເປັນປະຕິຈຈະສະມຸບບາດ. ພິກຂຸ ທ. ! ພິກຂຸ ເປັນຜູ້ພິຈາຣະນາໃຄ່ຄວນທັມ ໂດຍວິທີສາມປະການ ດ້ວຍອາການດັ່ງນີ້ ແລ.
ພິກຂຸ ທ. ! ພິກຂຸ ເປັນຜູ້ສະຫຼາດໃນຖານະເຈັດປະການດ້ວຍ ເປັນຜູ້ພິຈາຣະນາ
ໃຄ່ຄວນທັມໂດຍວິທີສາມປະການດ້ວຍ ເຮົາເອີ້ນວ່າ ເກພະລີ ຢູ່ຈົບກິດແຫ່ງ ພຣົມມະຈັນຣຍ໌ ເປັນອຸດົມບຸຣຸສ ໃນທັມວິນັຍນີ້, ດັ່ງນີ້ແລ.
- ຂັນທ. ສັງ. ໑໗/໗໖-໘໐/໑໑໘-໑໒໔.
໑. ຄໍາວ່າ “ເກພະລີ” ບໍ່ເປັນທີ່ແຈ່ມແຈ້ງແກ່ນັກສຶກສາແຫ່ງຍຸກປັຈຈຸບັນ ມັກຈະແປກັນວ່າ “ຜູ້ບໍຣິບູນ
ດ້ວຍຄຸນທັງປວງ” ຂ້າພະເຈົ້າເຂົ້າໃຈວ່າ ເປັນຄໍາໃຊ້ເອີ້ນພຣະອໍຣະຫັນຕ໌ ໃນຄວາມໝາຍທີ່ວ່າ
ເຂົ້າເຖິງທັມອັນເປັນໄກວັລຍ໌ ໃນລະດັບດຽວກັນກັບປະຣະມາຕະມັນ ຂອງຝ່າຍຮິນດູ
ເປັນຄໍາສາທາລະນະ ທີ່ໃຊ້ຮ່ວມກັນ ທຸກລັດທິແຫ່ງຍຸກນັ້ນ ເຊັ່ນດຽວກັບຄໍາວ່າ ອໍຣະຫັນຕ໌ນັ້ນເອງ
ຈຶ່ງຄວນໃຊ້ທັບສັບວ່າເກພະລີ ບໍ່ຄວນແປຈົນກວ່າ ຈະກາຍເປັນຄໍາທີ່ຮູ້ກັນທົ່ວໄປ. ຄວນຈະຢຸຕິ
ເປັນແນວໃດ ຂໍທ່ານຜູ້ຮູ້ ຈົ່ງວິນິສະຢະເບິ່ງເອງເຖີ້ນ. - ຜູ້ລວບລວມ.