ອາການທີ່ທຸກເກີດຂຶ້ນເພາະຕັນຫາໃນອາຍະຕະນະພາຍນອກ

ປະຕິຈະສະມຸບາດ

0:00/0:00
ພິກຂຸ ທ. ! ການເກີດຂຶ້ນ ການເກີດໂດຍຍິ່ງ ການຕັ້ງຢູ່ ແລະຄວາມປາກົດຂອງຕັນຫາໃນຮູບ, ຂອງຕັນຫາໃນສຽງ, ຂອງຕັນຫາໃນກິ່ນ, ຂອງຕັນຫາໃນຣົສ, ຂອງຕັນຫາໃນໂຜຕຖັພພະ, ແລະຂອງຕັນຫາໃນທັມມາຣົມອັນໃດ; ອັນນັ້ນແລ ເປັນການເກີດຂຶ້ນຂອງທຸກຂ໌, ອັນນັ້ນແລ ເປັນການຕັ້ງຢູ່ຂອງສິ່ງຊຶ່ງມີປົກກະຕິສຽບແທງທັງຫຼາຍ, ອັນນັ້ນແລ ເປັນຄວາມປາກົດຂອງ ຊະຣາ ແລະມະຣະນະແລ.

- ຂັນທະ. ສັງ. ໑໗/໒໘໖/໔໙໓.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ