ຄຸນຄ່າຂອງອະຣິຍະສັດ

ອະຣິຍະສັດ 4

0:00/0:00
(ຫຼັງຈາກທີ່ຊົງປະຕິເສດ ການສະແດງອັນຕະຄາຫິກະທິຕຖິສິບ ໃນຖານະທີ່ເປັນ ອະເນກັງສິກະທັມ ຕໍ່ພຣະອົງຄ໌ແລ້ວ, ໄດ້ຊົງສະແດງ ເອກັງສິກະທັມ ໃນທັມວິນັຍຂອງພຣະອົງຄ໌ ດັ່ງຕໍ່ໄປນີ້ :-)

ໂປດຖະປາທະ ! ທັມທີ່ເຮົາສະແດງ ບັນຍັຕວ່າເປັນເອກັງສິກະນັ້ນ ເປັນແນວໃດໜໍ ?

ໂປດຖະປາທະ ! ທັມທີ່ເຮົາສະແດງ ບັນຍັຕວ່າເປັນເອກັງສິກະນັ້ນ ຄືຂໍ້ທີ່ວ່າ “ນີ້ເປັນທຸກຂ໌” ດັ່ງນີ້ແດ່ ;....“ນີ້ ເປັນເຫຕໃຫ້ເກີດແຫ່ງທຸກຂ໌” ດັ່ງນີ້ແດ່ ;.... “ນີ້ ເປັນຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແດ່ ;.... “ນີ້ ເປັນຂໍ້ປະຕິບັຕໃຫ້ເຖິງຄວາມດັບບໍ່ເຫຼືອແຫ່ງທຸກຂ໌” ດັ່ງນີ້ແດ່.

ໂປດຖະປາທະ ! ເພາະເຫຕໃດໜໍ ເຮົາຈຶ່ງສະແດງ ບັນຍັຕທັມເຫຼົ່ານັ້ນວ່າເປັນເອກັງສິກະທັມ (ທັມທີ່ຄວນສະແດງບັນຍັຕໂດຍສ່ວນດຽວ) ? ໂປດຖະປາທະ ! ຂໍ້ນີ້ ເພາະວ່າທັມເຫຼົ່ານັ້ນ ປະກອບດ້ວຍອັຕຖະ ປະກອບດ້ວຍທັມມະ ເປັນເບື້ອງຕົ້ນແຫ່ງພຣົມມະຈັນຣຍ໌ ເປັນໄປເພື່ອຄວາມໜ່າຍ ເປັນໄປເພື່ອຄວາມຄາຍກໍາໜັດ ເປັນໄປເພື່ອຄວາມດັບ ເປັນໄປເພື່ອຄວາມສະງົບລະງັບ ເປັນໄປເພື່ອຄວາມຮູ້ຍິ່ງ ເປັນໄປເພື່ອຄວາມຮູ້ພ້ອມ ເປັນໄປເພື່ອນິພພານ ; ເພາະເຫຕນັ້ນ ທັມເຫຼົ່ານັ້ນເຮົາຈຶ່ງສະແດງ ບັນຍັຕວ່າ ເປັນເອກັງສິກະທັມ.

- ສີ. ທີ. ໙/໒໓໖/໒໙໘.
ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ