ການວາງຈິດເມື່ອໃຫ້ທານ
ທານ
ຂ້າແຕ່ພຣະອົງຄ໌ຜູ່ຈະເຣີນ ! ອັນໃດໜໍ ເປັນເຫຕເປັນປັຈຈັຍ ເຄື່ອງໃຫ້ທານເຊັ່ນນັ້ນນັ້ນແລ ທີ່ບຸກຄົນບາງຄົນໃນໂລກນີ້ ໃຫ້ແລ້ວມີຜົລຫຼາຍ ບໍ່ມີອານິສົງສ໌ຫຼາຍ ອັນໃດໜໍເປັນເຫຕເປັນປັຈຈັຍ ເຄື່ອງໃຫ້ທານເຊັ່ນນັ້ນນັ້ນແລ ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົລຫຼາຍມີອານິສົສ໌ຫຼາຍ.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍມີຄວາມຫວັງຜົລ ໃຫ້ທານໂດຍມີຈິຕຜູກພັນໃນຜົລ ໃຫ້ທານໂດຍມຸ່ງການສັ່ງສົມ ( ບຸນຍ໌ ) ໃຫ້ທານໂດຍຄິດວ່າ “ ເຮົາຕາຍໄປຈັກໄດ້ສະເຫວີຍຜົລຂອງທານນີ້ ” ເຂົ້າຈຶ່ງໃຫ້ທານ ຄື ເຂົ້າ ນ້ຳ ເຄື່ອງນຸ່ງຫົ່ມ ຍານພາຫະນະ ດອກໄມ້ ຂອງຫອມ ເຄື່ອງລູບທາ ທີ່ນອນ ທີ່ຢູ່ອາໄສ ແລະ ປະທີບໂຄມໄຟ ແກ່ສະມະນະ ຫຼື ພຣາມ... ເຂົາໃຫ້ທານນັ້ນແລ້ວເມື່ອຕາຍໄປ ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ເຫຼົ່າ ຈາຕຸມມະຫາຣາຊິກາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ່ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣິບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ ໃຫ້ທານໂດຍບໍ່ມີຈິຕຜູກພັນໃນຜົລ ໃຫ້ທານໂດຍບໍ່ມຸ້ງການສັ່ງສົມ ( ບຸນຍ໌ ) ໃຫ້ທານໂດຍບໍ່ຄິດວ່າ
“ ເຮົາຕາຍໄປຈັກໄດ້ສະເຫວີຍຜົລຂອງທານນີ້ ” ແຕ່ເຂົາໃຫ້ທານດ້ວຍຄິດວ່າ “ ການໃຫ້ທານເປັນການດີ ” ເຂົາຈຶ່ງໃຫ້ທານ ຄື ເຂົ້າ ນ້ຳ... ຍ່ອມເຂົ້າເຖິງຄວາມເປັນສະຫາຍ ແຫ່ງເທວະດາ ເຫຼົ່າ ດາວະດຶງ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ່ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ “ ການໃຫ້ທານເປັນການດີ ” ແຕ່ໃຫ້ທານດ້ວຍຄິດວ່າ ບິດາມານດາ ປູ່ຍ່າຕານາຍເຄີຍໃຫ້ເຄີຍທຳມາ ເຮົາກໍບໍ່ຄວນທຳໃຫ້ເສຍປະເພນີ ເຂົາໃຫ້ທານ ຄື ເຂົ້າ ນ້ຳ... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ເຫຼົ່າ ຍາມາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ່ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣິບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ມານດາບິດາ ປູ່ຍ່າຕານາຍ ເຄີຍໃຫ້ເຄີຍທຳມາ ເຮົາກໍບໍ່ຄວນທຳໃຫ້ເສຍປະເພນີ ແຕ່ໃຫ້ທານດ້ວຍຄິດວ່າ ເຮົາຫຸງຫາກິນ ສະມະນະ ຫຼື ພຣາມເຫົຼ່ານີ້ບໍ່ຫຸງຫາກິນ ເຮົາຫຸງຫາກິນໄດ້ ຈະບໍ່ໃຫ້ທານແກ່ສະມະນະ ຫຼື ພຣາມຜູ່ບໍ່ຫຸງຫາ ບໍ່ສົມຄວນ ເຂົາໃຫ້ທານ ຄື ເຂົ້າ ນ້ຳ... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາເຫຼົ່າດຸສິຕ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວຍັງເປັນຜູ່ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣິບຸຕ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເຮົາຫຸງຫາກິນໄດ້ ສະມະນະ ຫຼື ພຣາມເຫຼົ່ານີ້ ຫຸງຫາກິນບໍ່ໄດ້ ເຮົາຫຸງຫາກິນໄດ້ ຈະບໍ່ໃຫ້ທານແກ່ສະມະນະ ຫຼື ພຣາມ ຜູ່ຫຸງຫາກິນບໍ່ໄດ້ ບໍ່ສົມຄວນ ແຕ່ໃຫ້ທານດ້ວຍຄິດວ່າ ເຮົາຈັກເປັນຜູ່ຈຳແນກຈກທານ ເໝືອນຮືສີແຕ່ເທື່ອກ່ອນ ຄື ອັຕຖະກະຮືສີ ວາມະກະຮືສີ ວາມະເທວະຮືສີ ເວສະສາມິຕະຣະຮືສີ ຍະມະທັຄຄິຮືສີ ອັງຄີຣະສະຮືສີ ພາຣະທະວາສະຮືສີ ວາເສຕຖະຮືສີ ກັສສະປະຮືສີ ແລະ ພະຄຸຮືສີ ບູຊາມະຫາຍັນ ເຂົາໃຫ້ທານ ຄື ເຂົ້າ ນ້ຳ... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ເຫຼົ່ານິມມານະຣະດີ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ່ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣິບຸດ ! ບຸກຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເຮົາຈັກເປັນຜູ່ຈຳແນກແຈກທານ ເໝືອນຢ່າງຮືສີແຕ່ເທື່ອກ່ອນ ຄື ອັຕຖະກະຮືສີ ... ພະຄຸຮືສີ ແຕ່ໃຫ້ທານດ້ວຍຄິດວ່າ ເມື່ອເຮົາໃຫ້ທານຢ່າງນີ້ຈິຕຈະເຫຼື້ອມໃສ ເກີດຄວາມພູມໃຈ ແລະ ໂສມະນັສ ເຂົາໃຫ້ທານ ຄື ເຂົ້າ ນ້ຳ... ຍ່ອມເຂົ້າເຖິງຄວາມເປັນສະຫາຍແຫ່ງເທວະດາ ເຫຼົ່າປະຣະນິມມີຕະວະສະວັສດີ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ຍັງເປັນຜູ່ກັບມາ ຄື ມາສູ່ຄວາມເປັນຢ່າງນີ້.
ສາຣິບຸຕ ! ບຸຄົນບາງຄົນໃນໂລກນີ້ ໃຫ້ທານໂດຍບໍ່ມີຄວາມຫວັງຜົລ... ບໍ່ໄດ້ໃຫ້ທານດ້ວຍຄິດວ່າ ເມື່ອເຮົາໃຫ້ທານຢ່າງນີ້ ຈິຕຈະເຫຼື້ອມໃສ ເກີດຄວາມປື້ມໃຈ ແລະ ໂສ
ມະນັສ ແຕ່ໃຫ້ທານເປັນເຄື່ອງປະດັບຈິຕ ປຸງແຕ່ງຈິຕ ( ຈິຕຕາລັງກາຣັງ ຈິຕຕະປະຣິກຂາຣັງ ) ເຂົ້າໃຫ້ທານ ຄື ເຂົ້າ ນ້ຳ... ຍ່ອມເຂົ້າເຖິງຄວາມເປັນສະຫາຍ ແຫ່ງເທວະດາ ເຫຼົ່າ ພຣົມມະກາຍິກາ ເຂົາສິ້ນກັມ ສິ້ນລິດ ສິ້ນຍົສ ໝົດຄວາມເປັນໃຫຍ່ແລ້ວ ເປັນຜູ່ບໍ່ຕ້ອງກັບມາ ຄື ບໍ່ມາສູ່ຄວາມເປັນຢ່າງນີ້.
ສາຣີບຸຕ ! ນີ້ແລ ເປັນເຫຕ ເປັນປັຈຈັຍໃຫ້ທານເຊັ່ນນັ້ນ ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົລຫຼາຍ ບໍ່ມີອານິສົງສ໌ຫຼາຍ ແລະ ເປັນເຫຕເປັນປັຈຈັຍເຊັ່ນນັ້ນ ທີ່ບຸກຄົນບາງຄົນໃນໂລກນີ້ໃຫ້ແລ້ວ ມີຜົລຫຼາຍ ມີອານິສົງສ໌ຫຼາຍ.