ສັມມາທິດຖິໂລກຸດຕະຣະ ນານາແບບ (ຕາມຄຳພຣະສາຣີບຸດ)
ໂສດາບັນ
ກ. ໝວດເນື່ອງດ້ວຍກຸສົລ-ອະກຸສົລ
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະກຸສົລ ແລະອະກຸສົລມູນດ້ວຍ ຮູ້ແຈ້ງຊຶ່ງກຸສົລ ແລະກຸສົລມູນດ້ວຍ; ແມ່ນດ້ວຍເຫຕພຽງເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ອະກຸສົລ ນັ້ນເປັນແນວໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ການເຮັດສັຕມີຊີວິດໃຫ້ຕົກຫຼົ່ນ ເປັນອະກຸສົລ; ການຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ເປັນອະກຸສົລ; ການປະພຶດຜິດໃນກາມ ເປັນອະກຸສົລ; ການກ່າວຕົວະເປັນອະກຸສົລ; ວາຈາສໍ່ສຽດ ເປັນອະກຸສົລ; ວາຈາຫຍາບຄາຍ ເປັນອະກຸສົລ; ການກ່າວຄຳໂລເລ ເປັນອະກຸສົລ; ອະພິຊຊາ ເປັນອະກຸສົລ; ພະຍາບາດ ເປັນອະກຸສົລ; ມິຈສາທິຕຖິ ເປັນອະກຸສົລ; ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ ທ່ານກ່າວວ່າ ເປັນອະກຸສົລ.
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ອະກຸສົລມູນ ນັ້ນ ເປັນແນວໃດໜໍ ?
ໂລພະ ເປັນອະກຸສົລມູນ; ໂທສະ ເປັນອະກຸສົລມູນ; ໂມຫະ ເປັນອະກຸສົລມູນ. ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ ທ່ານກ່າວວ່າ ເປັນອະກຸສົລມູນ.
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ກຸສົລ ນັ້ນເປັນຢ່າງໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ເຈຕະນາເວັ້ນຈາກປານາຕິບາຕ ເປັນກຸສົລ; ເຈຕະນາເວັ້ນຈາກອະທິນນາທານ ເປັນກຸສົລ; ເຈຕະນາ ເວັ້ນຈາກກາເມສຸມິຈສາຈາຣ ເປັນກຸສົລ; ເຈຕະນາເວັ້ນຈາກມຸສາວາດ ເປັນກຸສົລ; ເຈຕະນາເວັ້ນຈາກປິສຸນາວາດ ເປັນກຸສົລ; ເຈຕະນາເວັ້ນຈາກຜະຣຸສະວາດ ເປັນກຸສົລ; ເຈຕະນາເວັ້ນຈາກສັມຜັບປະລາປະວາດ ເປັນກຸສົລ; ອະນະພິຊຊາ ເປັນກຸສົລ; ອັບພະຍາບາດ ເປັນກຸສົລ; ສັມມາທິຕຖິ ເປັນກຸສົລ. ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ທ່ານກ່າວວ່າ ເປັນກຸສົລ.
ທ່ານຜູ້ມີອາຍຸທັງຫຼາຍ ! ສິ່ງທີ່ເອີ້ນວ່າ ກຸສົລມູນນັ້ນ ເປັນຢ່າງໃດໜໍ ?
ອະໂລພະ ເປັນກຸສົລມູນ; ອະໂທສະ ເປັນກຸສົລມູນ; ອະໂມຫະ ເປັນກຸສົລມູນ. ທ່ານຜູ້ມີອາຍຸທັງຫຼາຍ ! ເຫຼົ່ານີ້ ທ່ານກ່າວວ່າ ເປັນກຸສົລມູນ.
ທ່ານຜູ້ມີອາຍຸທັງຫຼາຍ ! ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະກຸສົລຢ່າງນີ້, ຮູ້ແຈ້ງຊຶ່ງອະກຸສົລມູນຢ່າງນີ້, ຮູ້ແຈ້ງຊຶ່ງກຸສົລຢ່າງນີ້ ຮູ້ແຈ້ງຊຶ່ງກຸສົລມູນຢ່າງນີ້ ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີ ເຮົາເປັນ ໄດ້ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ທ່ານເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.
ທ່ານຜູ້ມີອາຍຸທັງຫຼາຍ ! ແມ່ນວ່າດ້ວຍເຫຕມີປະມານເທົ່ານີ້ແລ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ຂ. ໝວດເນື່ອງດ້ວຍອາຫານສີ່
“ທ່ານຜູ້ມີອາຍຸທັງຫຼາຍ ! ກໍປະຣິຍາຍແມ່ນຢ່າງອື່ນ ຍັງມີອີກບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ທິຕຖິຂອງທ່ານດຳເນີນໄປຕົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ? ”
ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄືໃນກາລໃດແລ ອະຣິຍະສາວົກ ມາຮູ້ແຈ້ງຊຶ່ງອາຫານ ຊຶ່ງເຫຕເປັນແດນເກີດແຫ່ງອາຫານ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ ຊຶ່ງຂໍ້ປະຕິບັດໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕ ແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ອາຫານ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອາຫານ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອາຫານ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ ເປັນແນວໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ອາຫານ ໔ ຢ່າງເຫຼົ່ານີ້ ຍ່ອມເປັນໄປເພື່ອຄວາມດຳຣົງຢູ່ຂອງພູຕະສັຕທັງຫຼາຍ ຫຼືວ່າເພື່ອອະນຸເຄາະແກ່ສັມພະເວສີທັງຫຼາຍ.
ອາຫານ ໔ ຢ່າງ ແນວໃດໜໍ ? ສີ່ຢ່າງ ຄື: -
ກະພະລີກາຣາຫານ (ທີ່ຫຍາບແດ່ ລະອຽດແດ່) ເປັນທີໜຶ່ງ,
ຜັສສາຫານ ເປັນທີສອງ,
ມະໂນສັນເຈຕະນາຫານ ເປັນທີສາມ,
ວິນຍານາຫານ ເປັນທີສີ່.
ຄວາມກໍ່ຂຶ້ນພ້ອມແຫ່ງອາຫານ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງຕັນຫາ.
ຄວາມດັບບໍ່ເຫຼືອແຫ່ງອາຫານ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງຕັນຫາ.
ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນັ້ນເອງເປັນຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ; ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອາຫານຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອາຫານ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາຫານ
ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີເຮົາເປັນ ໄດ້ໂດຍ ປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ທ່ານເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.
ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນພຽງເທົ່ານີ້ແລ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ຄ. ໝວດເນື່ອງດ້ວຍອະຣິຍະສັຈສີ່
“ທ່ານຜູ້ມີອາຍຸທັງຫຼາຍ ! ກໍປະຣິຍາຍແມ່ນຢ່າງອື່ນ ຍັງມີອີກບໍ່ ທີ່ຈະເຮັດໃຫ້ອະຣິຍະສາວົກເປັນຜູ້ມີສັມມາທິຕຖິ ທິຕຖິຂອງທ່ານດຳເນີນໄປຕົງ ທ່ານປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້ ?”
ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງທຸກຂ໌ ຊຶ່ງເຫຕເປັນແດນເກີດແຫ່ງທຸກຂ໌ ຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ທ່ານຜູ້ມີອາຍຸທັງຫຼາຍ !
ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ທຸກຂ໌ ເປັນແນວໃດໜໍ ?
ແມ່ນຄວາມເກີດ ກໍເປັນທຸກຂ໌, ແມ່ນຄວາມແກ່ ກໍເປັນທຸກຂ໌, ແມ່ນຄວາມຕາຍ ກໍເປັນທຸກຂ໌, ແມ່ນຄວາມໂສກ ຄວາມລໍ່າໄລລຳພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ກໍເປັນທຸກຂ໌, ການປະສົບກັບສິ່ງບໍ່ເປັນທີ່ຮັກທີ່ພໍໃຈ ກໍເປັນທຸກຂ໌, ຄວາມພັດພາກຈາກສິ່ງເປັນທີ່ຮັກທີ່ພໍໃຈ ກໍເປັນທຸກຂ໌, ປາຖນາສິ່ງໃດບໍ່ໄດ້ສິ່ງນັ້ນ ກໍເປັນທຸກຂ໌; ກ່າວໂດຍຫຍໍ້ອຸປາທານຂັນທ໌ທັງຫ້າ ເປັນທຸກຂ໌. ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ທຸກຂ໌.
ທ່ານຜູ້ມີອາຍຸທັງຫຼາຍ ! ເຫຕເປັນແດນເກີດແຫ່ງທຸກຂ໌
ເປັນແນວໃດໜໍ ?
ຕັນຫາ ນີ້ໃດ ອັນເປັນເຄື່ອງເຮັດໃຫ້ມີພົບໃໝ່ ອັນປະກອບຢູ່ດ້ວຍຄວາມກຳໜັດ ດ້ວຍອຳນາດຄວາມເພີນ ເປັນເຄື່ອງເຮັດໃຫ້ເພີດເພີນຢ່າງຍິ່ງໃນອາຣົມນັ້ນໆ, ໄດ້ແກ່
ກາມະຕັນຫາ ພະວະຕັນຫາ ວິພາວະຕັນຫາ. ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ເຫຕເປັນແດນເກີດແຫ່ງທຸກຂ໌.
ທ່ານຜູ້ມີອາຍຸທັງຫຼາຍ ! ຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ?
ຄວາມຈາງຄາຍດັບບໍ່ເຫຼືອແຫ່ງຕັນຫາ ນີ້ນັ້ນເອງ ເປັນຄວາມສະລະຖິ້ມ ເປັນຄວາມໂຍນຄືນ ເປັນຄວາມປ່ອຍ ເປັນຄວາມເຮັດບໍ່ໃຫ້ມີທີ່ອາສັຍ ຊຶ່ງຕັນຫານັ້ນ ອັນໃດ; ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ທ່ານຜູ້ມີອາຍຸທັງຫຼາຍ ! ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ເປັນແນວໃດໜໍ ?
ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດ ນີ້ນັ້ນເອງ ໄດ້ແກ່ ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ. ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌.
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງທຸກຂ໌ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງທຸກຂ໌ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີ ເຮົາເປັນ ໄດ້ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ທ່ານເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.
ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນພຽງເທົ່ານີ້ແລອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໝວດເນື່ອງດ້ວຍປະຕິຈຈະສະມຸບປັນນະທັມ
ຕາມຫຼັກແຫ່ງປະຕິຈຈະສະມຸປບາດ
ງ. ໑ ກ່ຽວກັບຊະຣາມໍຣະນະ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລອະຣິຍະສາວົກມາຮູ້ແຈ້ງຊຶ່ງຊະຣາມໍຣະນະ ຊຶ່ງເຫຕເປັນແດນເກີດແຫ່ງຊະຣາມໍຣະນະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ຊະຣາມໍຣະນະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຊະຣາມໍຣະນະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຊະຣາມໍຣະນະໂດຍນັຍແຫ່ງອະຣິຍະສັຈສີ່ ຈົ່ງເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໐-໔໑ ຕັ້ງແຕ່ຄຳວ່າ ຄວາມແກ່ ຄວາມຜຸຜຸ່ຍ ຄວາມມີແຂ້ວຫຼ່ອນ... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຊະຣາມໍຣະນະ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງຊະຣາມໍຣະນະ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊະຣາມໍຣະນະ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໒ ກ່ຽວກັບຊາຕ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລອະຣິຍະສາວົກມາຮູ້ແຈ້ງຊຶ່ງຊາຕ ຊຶ່ງເຫຕເປັນແດນເກີດແຫ່ງຊາຕ
ຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ຊາຕເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຊາຕ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຊາຕ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຊາຕ ໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໑ ຕັ້ງແຕ່ຄຳວ່າ ການເກີດ ການກຳເນີດ ການກ້າວລົງ... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຊາຕ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງຊາຕ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຊາຕ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໓ ກ່ຽວກັບພົບ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນການໃດແລອະຣິຍະສາວົກມາຮູ້ແຈ້ງຊຶ່ງພົບ ຊຶ່ງເຫຕເປັນແດນເກີດແຫ່ງພົບ ຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້, ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສ ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ພົບເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງພົບ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງພົບ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບພົບ ໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໒ ຕັ້ງແຕ່ຄຳວ່າພົບທັງຫຼາຍ ໓ ຢ່າງເຫຼົ່ານີ້ ຄື ກາມະພົບ ຮູບພົບ ອະຮູບພົບ... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາ
ຮູ້ແຈ້ງຊຶ່ງພົບ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງພົບ
ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ ຢ່າງນີ້, ຮູ້ແຈ້ງ
ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງພົບ ຢ່າງນີ້.
ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ) ... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໔ ກ່ຽວກັບອຸປາທານ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນການໃດແລອະຣິຍະສາວົກມາຮູ້ແຈ້ງຊຶ່ງອຸປາທານ ຊຶ່ງເຫຕເປັນແດນເກີດແຫ່ງອຸປາທານ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນຊື່ວ່າ
ເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ອຸປາທານ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອຸປາທານ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອຸປາທານ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ ເປັນແນວໃດໜໍ ?
(ຕໍ່ໄປນີ້ເປັນລາຍລະອຽດກ່ຽວກັບອຸປາທານ ໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໒-໔໓ ຕັ້ງແຕ່ຄຳວ່າອຸປາທານທັງຫຼາຍ ໔ ຢ່າງເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອຸປາທານ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອຸປາທານ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອຸປາທານ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໕ ກ່ຽວກັບຕັນຫາ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລອະຣິຍະສາວົກມາຮູ້ແຈ້ງຊຶ່ງຕັນຫາ ຊຶ່ງເຫຕເປັນແດນເກີດແຫ່ງຕັນຫາຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ຕັນຫາ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຕັນຫາ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຕັນຫາ ເປັນແນວໃດ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຕັນຫາໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໓ ຕັ້ງແຕ່ຄຳວ່າໝູ່ແຫ່ງຕັນຫາທັງຫຼາຍ ໖ ໝູເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຕັນຫາ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງຕັນຫາ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຕັນຫາ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໖ ກ່ຽວກັບເວທະນາ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລອະຣິຍະສາວົກມາຮູ້ແຈ້ງຊຶ່ງເວທະນາ ຊຶ່ງເຫຕເປັນແດນເກີດແຫ່ງເວທະນາຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນ
ຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ເວທະນາ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງເວທະນາ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບເວທະນາ ໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໔ ຕັ້ງແຕ່ຄຳວ່າ ໝູ່ແຫ່ງເວທະນາທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງເວທະນາ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງເວທະນາ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງເວທະນາ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໗ ກ່ຽວກັບຜັສສະ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະ ສາວົກມາຮູ້ແຈ້ງຊຶ່ງຜັສສະ ຊຶ່ງເຫຕເປັນແດນເກີດແຫ່ງຜັສສະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍ ເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ຜັສສະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງຜັສສະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງຜັສສະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບຜັສສະ ໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໔-໔໕ ຕັ້ງແຕ່ຄຳວ່າ ໝູ່ແຫ່ງຜັສສະທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງຜັສສະ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງຜັສສະ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງຜັສສະ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ...(ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໘ ກ່ຽວກັບ ສະລາຍະຕະນະ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງສະລາຍະຕະນະ ຊຶ່ງເຫຕເປັນແດນເກີດແຫ່ງສະລາຍະຕະນະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ
ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ສະລາຍະຕະນະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງສະລາຍະຕະນະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບສະລາຍະຕະນະໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫລັ້ມນີ້ ທີ່ໜ້າ ໔໕ ຕັ້ງແຕ່ຄຳວ່າ ຈັກຂວາຍະຕະນະ ໂສຕາຍະຕະນະ... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງສະລາຍະຕະນະ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງສະລາຍະຕະນະ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສະລາຍະຕະນະ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໙ ກ່ຽວກັບນາມຮູບ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງນາມຮູບ ຊຶ່ງເຫຕເປັນແດນເກີດແຫ່ງນາມຮູບ ຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ນາມຮູບ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງນາມຮູບ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງນາມຮູບ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບນາມຮູບໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໖ ຕັ້ງແຕ່ຄຳວ່າ ເວທະນາ ສັນຍາ ເຈຕະນາ ຜັສສະ... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງນາມຮູບ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງນາມຮູບ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງນາມຮູບ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໑໐ ກ່ຽວກັບວິນຍານ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະ ສາວົກມາຮູ້ແຈ້ງຊຶ່ງວິນຍານ ຊຶ່ງເຫຕເປັນແດນເກີດແຫ່ງວິນຍານ ຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີ
ສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ວິນຍານ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງວິນຍານ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງວິນຍານ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບວິນຍານໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໖-໔໗ ຕັ້ງແຕ່ຄຳວ່າ ໝູ່ແຫ່ງວິນຍານທັງຫຼາຍ ໖ ໝູ່ເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງວິນຍານ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງວິນຍານຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງວິນຍານ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໑໑ ກ່ຽວກັບສັງຂາຣ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງສັງຂາຣ ຊຶ່ງເຫຕເປັນແດນເກີດແຫ່ງສັງຂາຣ ຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍ ເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ສັງຂາຣ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງສັງຂາຣ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງສັງຂາຣ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ເປັນແນວໃດໜໍ ?
(ຕໍ່ໄປນີ້ ເປັນລາຍລະອຽດກ່ຽວກັບສັງຂາຣໂດຍນັຍແຫ່ງອະຣິຍະສັຈສີ່ ຍ່ອມເບິ່ງໄດ້ຈາກໜັງສືເຫຼັ້ມນີ້ ທີ່ໜ້າ ໔໗ ຕັ້ງແຕ່ຄຳວ່າ ສັງຂາຣທັງຫຼາຍ ໓ ຢ່າງເຫຼົ່ານີ້ ຄື... ເຖິງຄຳວ່າ... ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ).
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງສັງຂາຣ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງສັງຂາຣ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງສັງຂາຣ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ...(ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັທທັມນີ້.
ງ. ໑໒ ກ່ຽວກັບ ອະວິຊຊາ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະວິຊຊາ ຊຶ່ງເຫຕເປັນແດນເກີດແຫ່ງອະວິຊຊາ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ. ທ່ານຜູ້ມີອາຍຸທັງຫຼາຍ !ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ອະວິຊຊາ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອະວິຊຊາ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ເປັນແນວໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ອະວິຊຊາ ຄື ຄວາມບໍ່ຮູ້ໃນທຸກຂ໌ ຄວາມບໍ່ຮູ້ໃນເຫຕເປັນແດນເກີດແຫ່ງທຸກຂ໌ ຄວາມບໍ່ຮູ້ໃນຄວາມດັບບໍ່ເຫຼືອແຫ່ງທຸກຂ໌ ຄວາມບໍ່ຮູ້ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງທຸກຂ໌. ທ່ານຜູ້ມີອາຍຸທັງຫຼາຍ ! ນີ້ເອີ້ນວ່າ ອະວິຊຊາ.
ຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ ຍ່ອມມີເພາະຄວາມກໍ່ຂຶ້ນພ້ອມແຫ່ງອາສະວະ.
ຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ຍ່ອມມີເພາະຄວາມດັບບໍ່ເຫຼືອແຫ່ງອາສະວະ.
ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນີ້ນັ້ນເອງເປັນຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງ ອະວິຊຊາ; ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອະວິຊຊາ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອະວິຊຊາ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອະວິຊຊາ ຢ່າງນີ້. ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ... (ຂໍ້ຄວາມຕໍ່ໄປນີ້ເໝືອນກັບຂໍ້ຄວາມໃນຕອນທ້າຍແຫ່ງໝວດ ກ. ຈົນຮອດຄຳວ່າ)... ບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ງ. ໑໓ ກ່ຽວກັບ ອາສະວະ

ມີຢູ່ ທ່ານຜູ້ມີອາຍຸທັງຫຼາຍ ! ຄື ໃນກາລໃດແລ ອະຣິຍະສາວົກມາຮູ້ແຈ້ງຊຶ່ງອາສະວະ ຊຶ່ງເຫຕເປັນແດນເກີດແຫ່ງອາສະວະ ຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ. ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນມີປະມານເທົ່ານີ້ ອະຣິຍະສາວົກນັ້ນ ຊື່ວ່າເປັນຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
ທ່ານຜູ້ມີອາຍຸທັງຫຼາຍ ! ອາສະວະ ເປັນແນວໃດໜໍ ? ເຫຕເປັນແດນເກີດແຫ່ງອາສະວະ ເປັນແນວໃດໜໍ ? ຄວາມດັບບໍ່ເຫຼືອແຫ່ງອາສະວະ ເປັນແນວໃດໜໍ ? ຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ເປັນແນວໃດໜໍ ?
ທ່ານຜູ້ມີອາຍຸທັງຫຼາຍ ! ອາສະວະ ໓ ຢ່າງນີ້ ມີຢູ່ ຄື ກາມາສະວະ ພະວາສະວະ ອະວິຊຊາສະວະ.
ຄວາມກໍ່ຂຶ້ນພ້ອມແຫ່ງອາສະວະ ຍ່ອມມີເພາະ ຄວາມກໍ່ຂຶ້ນພ້ອມແຫ່ງອະວິຊຊາ.
ຄວາມດັບບໍ່ເຫຼືອແຫ່ງອາສະວະ ຍ່ອມມີເພາະ ຄວາມດັບບໍ່ເຫຼືອແຫ່ງອະວິຊຊາ.
ມັຄອັນປະກອບດ້ວຍອົງຄ໌ແປດອັນປະເສີດນີ້ນັ້ນເອງ ເປັນຂໍ້ປະຕິ ບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ; ໄດ້ແກ່ສິ່ງເຫຼົ່ານີ້ ຄື ຄວາມເຫັນຖືກຕ້ອງ ຄວາມດຳຣິຖືກຕ້ອງ ການເວົ້າຈາຖືກຕ້ອງ ການເຮັດການງານຖືກຕ້ອງ ການລ້ຽງຊີວິດຖືກຕ້ອງ ຄວາມພາກພຽນຖືກຕ້ອງ ຄວາມລະນຶກຖືກຕ້ອງ ຄວາມຕັ້ງໃຈໝັ້ນຖືກຕ້ອງ.
ທ່ານຜູ້ມີອາຍຸທັງຫຼາຍ ! ເມື່ອໃດແລ ອະຣິຍະສາວົກມາຮູ້ແຈ້ງ ຊຶ່ງອາສະວະ ຢ່າງນີ້, ຮູ້ແຈ້ງຊຶ່ງເຫຕເປັນແດນເກີດແຫ່ງອາສະວະ ຢ່າງນີ້, ຮູ້ແຈ້ງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ຢ່າງນີ້, ຮູ້ແຈ້ງຊຶ່ງຂໍ້ປະຕິບັຕໃຫ້ເຖິງຊຶ່ງຄວາມດັບບໍ່ເຫຼືອແຫ່ງອາສະວະ ຢ່າງນີ້.
ອະຣິຍະສາວົກນັ້ນ ລະຣາຄານຸສັຍ ບັນເທົາປະຕິຄານຸສັຍ ຖອນອະນຸສັຍແຫ່ງທິຕຖິແລະມານະວ່າ ເຮົາມີເຮົາເປັນ ໄດ້ໂດຍປະການທັງປວງ ລະອະວິຊຊາແລ້ວ ເຮັດວິຊຊາໃຫ້ເກີດຂຶ້ນ ເຂົາເຮັດທີ່ສຸດແຫ່ງທຸກຂ໌ໄດ້ ໃນທິຕຖະທັມນີ້ ນັ້ນແລ.
ທ່ານຜູ້ມີອາຍຸທັງຫຼາຍ ! ດ້ວຍເຫຕແມ່ນພຽງເທົ່ານີ້ແລ ອະຣິຍະສາວົກນັ້ນ ຊື່ວ່າຜູ້ມີສັມມາທິຕຖິ ທິຕຖິຂອງເຂົາດຳເນີນໄປຕົງ ເຂົາປະກອບແລ້ວດ້ວຍຄວາມເຫຼື້ອມໃສບໍ່ຫວັ່ນໄຫວໃນທັມ ມາສູ່ພຣະສັດທັມນີ້.
- ບາລີ ມູ. ມ. ໑໒/໘໕-໑໐໒/໑໑໐-໑໓໐.