ປັນຈຸປາທານຂັນເປັນທຸກຂະອະຣິຢະສັດຈະ
ອະຣິຍະສັດ 4
ພິກຂຸ ທ. ! ອະຣິຍະສັຈຈ໌ຄືທຸກຂ໌ ເປັນແນວໃດໜໍ ? ຄວນຈະກ່າວວ່າ ໄດ້ແກ່ ອຸປາທານຂັນທ໌ຫ້າ. ອຸປາທານຂັນທ໌ຫ້າ ແນວໃດໜໍ ? ອຸປາທານຂັນທ໌ຫ້າຄື ຣູປູປາທານຂັນທ໌ ເວທະນູປາທານຂັນທ໌ ສັນຍູປາທານຂັນທ໌ ສັງຂາຣູປາທານຂັນທ໌ ວິນຍານູປາທານຂັນທ໌. ພິກຂຸ ທ. ! ນີ້ເຮົາເອີ້ນວ່າ ອະຣິຍະສັຈຈ໌ຄືທຸກຂ໌.
- ມຫາວາຣ. ສັງ. ໑໙/໕໓໔/໑໖໗໙.
ປັນຈຸປາທານຂັນທ໌ເປັນທຸກຂ໌
ພິກຂຸ ທ. ! ທຸກຂ໌ ເປັນແນວໃດໜໍ ? ພິກຂຸ ທ. ! ປັນຈຸປາທານັກຂັນທ໌ນັ້ນແຫຼະ ເຮົາກ່າວວ່າ ເປັນທຸກຂ໌. ອຸປາທານຂັນທ໌ທັງຫ້າ ເຫຼົ່າໃດໜໍ ? ຫ້າຄື ອຸປາທານຂັນທ໌ຄື ຮູບ, ອຸປາທານຂັນທ໌ຄື ເວທະນາ, ອຸປາທານຂັນທ໌ຄື ສັນຍາ, ອຸປາທານຂັນທ໌ຄື ສັງຂາຣ, ແລະອຸປາທານຂັນທ໌ຄື ວິນຍານ. ພິກຂຸ ທ. ! ນີ້ແລ ເອີ້ນວ່າ ທຸກຂ໌.
- ຂັນທະ. ສັງ. ໑໗/໑໙໓/໒໘໐.