ອຸປະມາຄວາມທຸກໃນນະຣົກ
ພົບພູມ
ພິກຂຸທັງຫຼາຍ ! ລັກສະນະເຄື່ອງໝາຍ ເຄື່ອງຊີ້ບອກວ່າເປັນພາລຂອງຄົນພາລນີ້ ມີ ໓ ຢ່າງ.
໓ ຢ່າງ ແນວໃດໜໍ?
ພິກຂຸທັງຫຼາຍ ! ຄົນພາລໃນໂລກນີ້
ມັກຄິດຄວາມຄິດທີ່ຊົ່ວ
ມັກເວົ້າຄໍາເວົ້າທີ່ຊົ່ວ
ມັກເຮັດການເຮັດທີ່ຊົ່ວ
ຖ້າຄົນພາລຈະບໍ່ເປັນຜູ້ຄິດຄວາມຄິດທີ່ຊົ່ວ ເວົ້າຄຳເວົ້າທີ່ຊົ່ວ ແລະເຮັດການເຮັດທີ່ຊົ່ວ ບັນດິຕພວກໃດຈະຍ່ອມຮູ້ຈັກເຂົາໄດ້ວ່າຜູ້ນີ້ເປັນຄົນພາລ ເປັນອະສັຕບຸຣຸດ ເພາະຄົນພາລມັກຄິດຄວາມຄິດທີ່ຊົ່ວ ເວົ້າຄຳເວົ້າທີ່ຊົ່ວ ແລະເຮັດການເຮັດທີ່ຊົ່ວ ສະນັ້ນ ພວກບັນດິຕຈຶ່ງຮູ້ໄດ້ວ່າ ນີ້ເປັນຄົນພາລ ນີ້ເປັນອະສັຕບຸຣຸດ.
ພິກຂຸທັງຫຼາຍ ! ຄົນພາລນັ້ນແລ ຍ່ອມສະເຫວີຍທຸກຂະໂທມະນັດສະ ໓ ຢ່າງ ໃນປັດຈຸບັນ.
ພິກຂຸທັງຫຼາຍ ! ຖ້າຄົນພາລນັ່ງໃນສະພາກໍດີ ແຄມທາງກໍດີ ແຄມທາງສາມແຍກກໍດີ ຊົນໃນບ່ອນນັ້ນໆ ຈະເວົ້າຖ້ອຍຄຳ
ທີ່ພໍເໝາະພໍສົມແກ່ເຂົາ ຖ້າຄົນພາລມັກເປັນຜູ້ເຮັດຊີວິດສັຕໃຫ້ດັບມອດ ມັກຖືເອົາສິ່ງຂອງທີ່ເຈົ້າຂອງບໍ່ໄດ້ໃຫ້ ມັກປະພຶດຜິດໃນກາມ ມັກເວົ້າຕົວະ ມີປົກກະຕິຕັ້ງຢູ່ໃນຄວາມປະມາດເພາະດື່ມນ້ຳເມົາ ຄືສຸຣາແລະເມຣັຍ ໃນເລື່ອງທີ່ຊົນເວົ້າຖ້ອຍຄໍາພໍ ເໝາະພໍສົມແກ່ເຂົານັ້ນແລ ຄົນພາລຈະມີຄວາມຮູ້ສຶກດັ່ງນີ້ວ່າທັມເຫຼົ່ານັ້ນມີຢູ່ໃນເຮົາ ແລະເຮົາກໍປາກົດໃນທັມເຫຼົ່ານັ້ນດ້ວຍ.
ພິກຂຸທັງຫຼາຍ ! ຄົນພາລຍ່ອມສະເຫວີຍທຸກຂະໂທມະນັດສະ ຂໍ້ທີ ໑ ດັ່ງນີ້ ໃນປັດຈຸບັນ.
ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ຄົນພາລເຫັນພະຣາຊາທັງຫຼາຍ ຈັບໂຈຣະຜູ້ປະພຶດຜິດມາແລ້ວ ສັ່ງລົງກັມມະກອນ (ລົງໂທດ) ຕ່າງຊະນິດ ຄື
໑. ຕີດ້ວຍແສ້ແດ່
໒. ຕີດ້ວຍຫວາຍແດ່
໓. ຕີດ້ວຍຄ້ອນກະບອງສັ້ນແດ່
໔. ຕັດມືແດ່
໕. ຕັດຕີນແດ່
໖. ຕັດທັງມືທັງຕີນແດ່
໗. ຕັດຫູແດ່
໘. ຕັດດັງແຕ່
໙. ຕັດທັງຫູທັງດັງແດ່
໑໐. ລົງກັມມະກອນວິທີ ໝໍ້ຂ້ຽວນ້ຳສົ້ມ ແດ່໑
໑໑. ລົງກັມມະກອນວິທີ ຂອດສັງຂ໌ ແດ່
໑໒. ລົງກັມມະກອນວິທີ ປາກຣາຫູ ແດ່
໑໓. ລົງກັມມະກອນວິທີ ມາໄລໄຟ ແດ່
໑໔. ລົງກັມມະກອນວິທີ ຄົບ(ທວນໄຟ)ມື ແດ່
໑໕. ລົງກັມມະກອນວິທີ ລິ້ວສ່າຍ ແດ່
໑໖. ລົງກັມມະກອນວິທີ ນຸ່ງເປືອກໄມ້ ແດ່
໑໗. ລົງກັມມະກອນວິທີ ຢືນກວາງ ແດ່
໑໘. ລົງກັມມະກອນວິທີ ສຽບເຫຍື່ອເບັດ ແດ່
໑໙. ລົງກັມມະກອນວິທີ ຫຼຽນກະສາບ ແດ່
໒໐. ລົງກັມມະກອນວິທີ ແປງແສບ ແດ່
໒໑. ລົງກັມມະກອນວິທີ ກາງວຽນ
໒໒. ລົງກັມມະກອນວິທີ ຕັ່ງເຟືອງແດ່
໒໓. ຮວດດ້ວຍນໍ້າຮ້ອນໆ ແດ່
໒໔. ໃຫ້ໝາກັດດຶງແດ່
໒໕. ໃຫ້ນອນຫງາຍເທິງຫຼາວຕອນເປັນໆ ແດ່
໒໖. ຕັດຫົວດ້ວຍດາບ ແດ່
໑. ວິທີລົງກັມມະກອນ ອ່ານເພີ່ມຕື່ມໄດ້ທີ່ທ້າຍບົດນີ້.
ໃນຂະນະທີ່ເຫັນນັ້ນ ຄົນພາລຈະມີຄວາມຮູ້ສຶກດັ່ງນີ້ວ່າ ເພາະເຫດແຫ່ງກັມຊົ່ວເຫັນປານໃດແລ ພຣະຣາຊາທັງຫຼາຍຈຶ່ງຈັບໂຈຣຜູ້ປະພຶດຜິດມາແລ້ວ ສັ່ງລົງກັມມະກອນຕ່າງຊະນິດ ຄືຕີດ້ວຍແສ້ແດ່ ... ຕັດຫົວດ້ວຍດາບແດ່ ກໍທັມເຫຼົ່ານັ້ນ ມີຢູ່ໃນເຮົາ ແລະເຮົາກໍປາກົດໃນທັມເຫຼົ່ານັ້ນດ້ວຍ ຖ້າແມ່ນພຣະຣາຊາທັງຫຼາຍຮູ້ຈັກເຮົາ ກໍຈະຈັບເຮົາ ແລ້ວສັ່ງລົງກັມມະກອນຕ່າງຊະນິດ ຄື ຕີດ້ວຍແສ້ແດ່ ... ຕັດຫົວດ້ວຍດາບແດ່.
ພິກຂຸທັງຫຼາຍ ! ຄົນພາລຍ່ອມສະເຫວີຍທຸກຂະໂທມະນັສສະ ຂໍ້ທີ ໒ ແມ່ນດັ່ງນີ້ ໃນປັດຈຸບັນ.
ພິກຂຸທັງຫຼາຍ ! ປະການອື່ນຍັງມີອີກ ກັມອັນເປັນບາບທີ່ຄົນພາລເຮັດໄວ້ໃນກາລກ່ອນ ຄື ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມປົກຄຸມ ຄອບງໍາຄົນພາລຜູ້ຢູ່ເທິງຕັ່ງ ຫຼື ເທິງຕຽງ ຫຼືນອນເທິງພື້ນດິນ ໃນສະໄໝນັ້ນ ປຽບ ເໝືອນເງົາຍອດພູໃຫຍ່ ຍ່ອມປົກຄຸມຫງໍາແຜ່ນດິນ ໃນສະໄໝເວລາຄ້າຍແລງ ເຊັ່ນໃດ.
ພິກຂຸທັງຫຼາຍ ! ເຊັ່ນນັ້ນເໝືອນກັນແລ ກັມອັນເປັນບາບຄື ກາຢະທຸຈະຣິຕ ວະຈີທຸຈະຣິຕ ມະໂນທຸຈະຣິຕ ຍ່ອມປົກຄຸມຄອບງໍາຄົນພາລ ຜູູ້ຢູ່ເທິງຕັ່ງ ຫຼືເທິງຕຽງ ຫຼືນອນເທິງພື້ນດິນໃນສະໄໝນັ້ນ.
ພິກຂຸທັງຫຼາຍ ! ໃນສະໄໝນັ້ນ ຄົນພາລຈະມີຄວາມຮູ້ສຶກ ດັ່ງນີ້ວ່າ ເຮົາບໍ່ໄດ້ເຮັດຄວາມດີ ບໍ່ໄດ້ເຮັດກຸສົລ ບໍ່ໄດ້ສ້າງເຄື່ອງປ້ອງກັນຄວາມຫວັ່ນກົວໄວ້ ເຮັດແຕ່ຄວາມຊົ່ວ ເຮັດແຕ່ຄວາມຮ້າຍ ເຮັດແຕ່ຄວາມໂຫດ ລະໂລກນີ້ໄປແລ້ວ ຈະໄປສູ່ຄະຕິຂອງຄົນທີ່ບໍ່ໄດ້ເຮັດຄວາມດີ ບໍ່ໄດ້ເຮັດກຸສົລ ບໍ່ໄດ້ສ້າງເຄື່ອງປ້ອງກັນຄວາມຫວັ່ນກົວໄວ້ ເຮັດແຕ່ຄວາມຊົ່ວ ຄວາມຮ້າຍ ຄວາມໂຫດ ເປັນກໍານົດ ຄົນພາລນັ້ນຍ່ອມເສົ້າໂສກ ລະທົມໃຈ ຄໍ່າຄວນ ຕີເອິກຮ້ອງໄຫ້ ເຖິງຄວາມຫຼົງໄຫຼຢູ່.
ພິກຂຸທັງຫຼາຍ ! ຄົນພາລຍ່ອມສະເຫວີຍທຸກຂະໂທມະນັດສະ ຂໍ້ທີ ໓ ແມ່ນດັ່ງນີ້ ໃນປັດຈຸບັນ.
ພິກຂຸທັງຫຼາຍ ! ຄົນພາລນັ້ນ ນັ້ນແລປະພຶດທຸຈະຣິຕທາງກາຍ ທາງວາຈາ ທາງໃຈແລ້ວ ເມື່ອຕາຍໄປ ຍ່ອມເຂົ້າເຖິງອະບາຍ ທຸຄະຕິ ວິນິບາຕ ນະຣົກ.
ພິກຂຸທັງຫຼາຍ ! ບຸກຄົນເມື່ອຈະກ່າວໃຫ້ຖືກຕ້ອງ ຈົ່ງກ່າວເຖິງ ນະຣົກນັ້ນ ນັ້ນແຫຼະວ່າ ເປັນສະຖານທີ່ ທີ່ບໍ່ໜ້າປາຖນາ ບໍ່ໜ້າຮັກໃຄ່ ບໍ່ໜ້າພໍໃຈໂດຍສ່ວນດຽວ.
ພິກຂຸທັງຫຼາຍ ! ພຽງເທົ່ານີ້ ແມ່ນວ່າຈະປຽບອຸປະມາເຖິງຄວາມທຸກຂ໌ໃນນະຣົກ ກໍບໍ່ແມ່ນງ່າຍປານໃດ.
ຂ້າແຕ່ພຣະອົງຜູ້ຈະເຣີນ ! ພໍປຽບອຸປະມາໄດ້ຫຼືບໍ່ ?
ພິກຂຸທັງຫຼາຍ ! ພໍປຽບໄດ້
ພິກຂຸທັງຫຼາຍ ! ປຽບເໝືອນພວກຣາຊະບຸຣຸດຈັບໂຈຣ ຜູ້ປະພຶດຜິດມາສະແດງຕໍ່ພຣະຣາຊາວ່າ “ຂ້າແຕ່ພໍ່ພະຍາ ! ຜູ້ນີ້ເປັນໂຈຣ ປະພຶດຜິດຕໍ່ພຣະອົງ ຂໍພຣະອົງຈົ່ງລົງອາຊະຍາທີ່ຊົງພຣະຣາຊະປະສົງແກ່ມັນເຖີ້ນ” ພຣະຣາຊາຊົງສັ່ງການນັ້ນດັ່ງນີ້ ວ່່າ “ທ່ານຜູ້ຈະເຣີນ ! ໄປເຖີ້ນ ພວກທ່ານຈົ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນີ້ໃນເວລາເຊົ້າ” ພວກພຣະຣາຊະບຸຣຸດຈຶ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນັ້ນໃນເວລາເຊົ້າ ຄັນເວລາທ່ຽງ ພຣະຣາຊາຕຣັດຖາມດັ່ງນີ້ວ່າ “ພໍ່ຜູ້ຈະເຣີນ ! ບຸຣຸດນັ້ນເປັນແນວໃດ ?” ພວກຣາຊະບຸຣຸດຂາບທູນວ່າ “ພໍ່ພະຍາ ! ຍັງເປັນຄືເກົ່າ ຂ້ານ້ອຍ !” ພຣະຣາຊາຊົງສັ່ງການນັ້ນດັ່ງນີ້ວ່າ “ທ່ານຜູ້ຈະເຣີນ ! ໄປເຖີ້ນ ພວກທ່ານຈົ່ງເອົາຫອກຮ້ອຍເຫຼັ້ມແທງມັນໃນເວລາທ່ຽງ” ພວກຣາຊະບຸຣຸດຈຶ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນັ້ນໃນເວລາທ່ຽງ ຄັນເວລາແລງ ພຣະຣາຊາຕຣັັດຖາມດັ່ງນີ້ວ່າ “ພໍ່ຜູ້ຈະເຣີນ ! ບຸຣຸດນັ້ນເປັນແນວໃດ ?” ພວກຣາຊະ ບຸຣຸດຂາບທູນວ່າ “ພໍ່ພະຍາ ! ຍັງເປັນຄືເກົ່າ ຂ້ານ້ອຍ !” ພຣະຣາຊາຊົງສັ່ງການນັ້ນດັ່ງນີ້ວ່າ “ທ່ານຜູ້ຈະເຣີນ ! ໄປເຖີ້ນ ພວກ ທ່ານຈົ່ງເອົາຫອກຮ້ອຍເຫຼັ້ມແທງມັນໃນເວລາແລງ” ພວກຣາຊະ ບຸຣຸດຈຶ່ງເອົາຫອກຮ້ອຍເຫຼັ້ມແທງບຸຣຸດນັ້ນໃນເວລາແລງ.
ພິກຂຸທັງຫຼາຍ ! ພວກເຈົ້າຈະສໍາຄັນຄວາມຂໍ້ນັ້ນເປັນແນວໃດໜໍ ? ບຸຣຸດນັ້ນ ຖືກແທງດ້ວຍຫອກສາມຮ້ອຍເຫຼັ້ມຍ່ອມສະເຫວີຍທຸກຂະໂທມະນັດສະ ເພາະການທີ່ຖືກແທງນັ້ນເປັນເຫດແດ່ບໍ່ໜໍ ?
ຂ້າແຕ່ພຣະອົງຜູ້ຈະເຣີນ ! ບຸຣຸດນັ້ນຖືກແທງດ້ວຍຫອກແມ່ນແຕ່ເຫຼັ້ມດຽວ ກໍສະເຫວີຍທຸກຂະໂທມະນັດສະ ເພາະເຫດທີ່ຖືກແທງນັ້ນໄດ້ ຊິເມື່ອຍກ່າວຫຍັງ ເຖິງຫອກຕັ້ງສາມຮ້ອຍເຫຼັ້ມ.
ຄັ້ງນັ້ນແລ ພຣະຜູ້ມີພຣະພາກຊົງຢິບແຜ່ນຫີນແປໆ ຂະໜາດສໍ່າຝ່າມື ແລ້ວຕຣັດຖາມພິກຂຸທັງຫຼາຍວ່າ
ພິກຂຸທັງຫຼາຍ ! ພວກເຈົ້າຈະສໍາຄັນຄວາມຂໍ້ນັ້ນ ເປັນແນວໃດໜໍ ? ແຜ່ນຫີນນ້ອຍແປໆ ສໍ່າຝ່າມື ທີ່ເຮົາຖືນີ້ ກັບພູຫຼວງຫິມະພານເຍື່ອງໃດໜໍ ໃຫຍ່ກວ່າກັນ?
ຂ້າແຕ່ພຣະອົງຜູ້ຈະເຣີນ ! ແຜ່ນຫິນນ້ອຍແປໆ ຂະໜາດສໍ່າຝ່າມື ທີຊົງຖືນີ້ ມີປະມານນ້ອຍຫຼາຍ ປຽບທຽບກັບພູຫຼວງຫິມະພານແລ້ວ ຍ່ອມບໍ່ເຖິງແມ່ນແຕ່ຄວາມນັບ ຍ່ອມບໍ່ເຖິງແມ່ນແຕ່ສ່ວນແຫ່ງສ້ຽວ ຍ່ອມບໍ່ເຖິງ ແມ່ນແຕ່ການທຽບກັນໄດ້.
ພິກຂຸທັງຫຼາຍ ! ເຊັ່ນນັ້ນເໝືອນກັນແລ ທຸກຂະໂທມະນັດສະທີ່ບຸຣຸດກໍາລັງສະເຫວີຍ ເພາະການຖືກແທງດ້ວຍຫອກສາມ ຮ້ອຍເຫຼັ້ມເປັນເຫດ ປຽບທຽບກັບທຸກຂ໌ ຂອງນະຣົກ ຍັງບໍ່ເຖິງແມ່ນແຕ່ການນັບ ຍັງບໍ່ເຖິງແມ່ນແຕ່ສ່ວນແຫ່ງສ້ຽວ ຍັງບໍ່ເຖິງແມ່ນແຕ່ການທຽບກັນໄດ້.
໑. ໝໍ້ຂ້ຽວນໍ້າສົ້ມ ຄື ທຸບຫົວສະໝອງແຍກອອກແລ້ວ ໃຊ້ຄີມຄີບກ້ອນເຫຼັກທີ່ໄໝ້ແດງໃຫຍ່ໃສ່ລົງໄປ ໃຫ້ສະໝອງ (ອອກປອງ) ຟົດຟົ້ງຂຶ້ນ ເໝືອນນໍ້າສົ້ມຟົດປູມລົ້ນໝໍ້.
໒. ຂອດສັງຂ໌ ຄື ຕັດໜັງ ຄວັ່ນໄປໃຫ້ຮອດຂະໝັບຫູທັງສອງຂ້າງ ແລະຫຼຸມຄໍແລ້ວ ລວບຜົມທັງໝົດມັດໄວ້ ໃຊ້ໄມ້ສອດໝູນຍົກຂຶ້ນ ໃຫ້ໜັງຫຼຸດຕິດຂຶ້ນມາ ພ້ອມກັບຜົມແລ້ວ ໃຊ້ຊາຍຫຍາບຂັດກະໂຫຼກຫົວ ລ້າງໃຫ້ຂາວເໝືອນດັ່ງສັງຂ໌.
໓. ປາກຣາຫູ ຄື ໃຊ້ຂໍເຫຼັກງ້າງປາກໃຫ້ອ້າແລ້ວ ຈູດໄຟໃນປາກ. ອີກຢ່າງໜຶ່ງ ໃຊ້ສິ່ວຕອກເຈາະຕັ້ງແຕ່ຂະໝັບ ເຂົ້າໄປຈົນເຖິງປາກ ໃຫ້ເລືອດໄຫຼອອກມາເຕັມປາກ ເບິ່ງປາກອ້າ ເໝືອນດັ່ງປາກຣາຫູ.
໔. ມາໄລໄຟ ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນຈົນທົ່ວໂຕແລ້ວຈູດໄຟ.
໕. ຄົບ (ທວນໄຟ) ມື ຄື ໃຊ້ຜ້າຈຸ່ມນໍ້າມັນ ພັນມືທັງສອງເບື້ອງຈົນທົ່ວແລ້ວຈູດໄຟ.
໖. ລິ້ວສ່າຍ ຄື ແຫຼ່ໜັງລອກອອກເປັນລິ້ວໆ ຕັ້ງແຕ່ໃຕ້ຄໍໄປຈົນເຖິງຂໍ້ຕີນ ແລ້ວເອົາເຊືອກຜູກດຶງລາກໄປ ນັກໂທດຍ່າງຢຽບລິ້ວໜັງ ຂອງຕົນລົ້ມລຸກຄຸກຄານ ໄປຈົນກວ່າຈະຕາຍ.
໗. ນຸ່ງເປືອກໄມ້ ຄື ແຫຼ່ໜັງ ເປັນຮ້ອຍລິ້ວໆຄືດັ່ງຂໍ້ ໖ ແຕ່ເຮັດເປັນສອງຕອນ ຕັ້ງແຕ່ໃຕ້ຄໍຈົນເຖິງແອວຕອນໜຶ່ງ ຕັ້ງແຕ່ແອວຈົນເຖິງຂໍ້ຕີນຕອນໜຶ່ງ ລິ້ວໜັງຕອນເທິງ ຫ້ອຍຄຸມລົງມາປົກປິດກາຍທາງລຸ່ມ ເບິ່ງເໝືອນດັ່ງນຸ່ງເປືອກໄມ້ທີ່ທຸບສາງດີແລ້ວ.
໘. ຢືນກວາງ ຄື ໃຊ້ຫ່ວງເຫຼັກ ຮັດສອກທັງສອງ ແລະຂາທັງສອງ ຂຶງຕິດໄວ້ກັບຫຼັກເຫຼັກສີ່ຫຼັກເທິງພື້ນດິນ ເບິ່ງເໝືອນດັ່ງກວາງຖືກຂຶງ ແລ້ວກໍ່ໄຟຢ້າງລົນໄປເລື້ອຍໆ ຈົນກວ່າຈະຕາຍ.
໙. ສຽບເຫຍື່ອເບັດ ຄື ໃຊ້ເບັດມີງ່ຽງສອງຂ້າງ ເກາະໂຕດຶງເອົາໜັງຊີ້ນ ແລະເອັນອອກມາໃຫ້ໝົດ.
໑໐. ຫຼຽນກະສາບ ຄື ໃຊ້ມີດຄົມປາດຊີ້ນ ອອກເປັນຈຸດໆ ມີຂະໜາດເທົ່າເງິນຫລຽນ ຈົນກວ່າຈະຕາຍ.
໑໑. ແປງແສບ ຄື ຟັນສັບເສຍໃຫ້ຍ່ອຍ ທົ່ວກາຍແລ້ວ ໃຊ້ແປງຈຸ່ມນໍ້າແສບ (ມີນໍ້າເກືອເປັນຕົ້ນ) ຖູຂູດສີໄປມາ ໃຫ້ໜັງ ຊີ້ນ ເອັນຂາດຫຼຸດອອກມາໝົດ ເຫຼືອແຕ່ກະດູກ.
໑໒. ວຽນຫຼັກ ຄື ໃຫ້ນອນສະແຄງແລ້ວ ໃຊ້ຫຼາວເຫຼັກຕອກເຂົ້າຊ່ອງຫູ ໃຫ້ຊອດທະລຸລົງໄປ ຂຶງແໜ້ນຢູ່ກັບດິນແລ້ວ ຈັບຕີນທັງສອງຍົກຍ່າງວຽນ.
໑໓. ຕັ່ງເຟືອງ ຄື ໃຊ້ກ້ອນຫີນບົດທັບໂຕ ບົດໃຫ້ກະດູກແຕກລະອຽດ ແຕ່ບໍ່ໃຫ້ໜັງຂາດແລ້ວ ຈັບຜົມຮວບຂຶ້ນ ຂະຫຍອກຊັ່ນໃຫ້ຊີ້ນລວມເຂົ້າເປັນກອງແລ້ວ ໃຊ້ຜົມນັ້ນແຫຼະ ພັນມ້ວນໆວາງໄວ້ ເໝືອນຕັ່ງທີ່ເຮັດດ້ວຍເຟືອງສໍາລັບເຊັດຕີນ.
໑໔. ຫົດດ້ວຍນໍ້າມັນເດືອດຮ້ອນ ຄື ຂ້ຽວນໍ້າມັນໃຫ້ຟົດ ແລ້ວຫົດຮວດລົງມາແຕ່ເທິງຫົວ ຈົນກວ່າຈະຕາຍ.
໑໕. ໃຫ້ໝາກັດດຶງ ຄື ຂັງຝູງໝາໃຫ້ອົດຫິວຫອດຫຼາຍວັນແລ້ວ ປ່ອຍໃຫ້ອອກມາຫຸ້ມກັດດຶງກິນຊີ້ນໜັງ ໃຫ້ເຫຼືອແຕ່ກະດູກລ້າໆ.
- ບາລີ ອຸປຣິ. ມ. ໑໔/໓໑໑-໓໑໕/໔໖໘-໔໗໔.