ທັມວິໄນທີ່ພຣະຕະຖາຄົຕປະກາດແລ້ວ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ
ທໍາໃນເບື້ອງຕົ້ນ
ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ
ພິກຂຸທັງຫລາຍ ສິ່ງ ໓ ສິ່ງນີ້ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍບໍ່ຈະເຣີນ; ໓ ສິ່ງນັ້ນເປັນຢ່າງໃດ? ຄື
ມາຕຸຄາມ ປິດບັງໄວ້ຈິ່ງງົດງາມ ເປີດເຜີຍບໍ່ງົດງາມ ໑
ມົນຂອງພຣາມ ປິດບັງໄວ້ຈິ່ງຮຸ່ງເຮືອງ ເປີດເຜີຍບໍ່ຮຸ່ງເຮືອງ ໑
ມິຈສາທິຕຖິ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍບໍ່ຈະເຣີນ ໑
ພິກຂຸທັງຫລາຍ ສິ່ງ ໓ ສິ່ງນີ້ແລ ປິດບັງໄວ້ຈິ່ງຈະເຣີນ ເປີດເຜີຍບໍ່ຈະເຣີນ.
ພິກຂຸທັງຫລາຍ ສິ່ງ ໓ ສິ່ງນີ້ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ; ໓ ສິ່ງນັ້ນເປັນຢ່າງໃດ? ຄື:
ດວງຈັນ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ ໑
ດວງອາທິດ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ ໑
ທັມວິນັຍທີ່ຕະຖາຄົຕປະກາສແລ້ວ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ ໑
ພິກຂຸທັງຫລາຍ ສິ່ງ ໓ ສິ່ງນີ້ແລ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ.
ອັງຄຸຕຕະຣະນິກາຍ ເອກ-ທຸກ-ຕິກະນິບາຕ ໒໐/໒໗໐/໕໗໑
ທັມວິໄນທີ່ພຣະຕະຖາຄົຕປະກາດແລ້ວ ເປີດເຜີຍຈິ່ງຮຸ່ງເຮືອງ ປິດບັງໄວ້ບໍ່ຮຸ່ງເຮືອງ








