ຜູ້ປະຕິບັດຊອບຕໍ່ມາຣດາ ບິດາ ຍ່ອມໄດ້ບຸນຫລາຍ

ທໍາໃນເບື້ອງຕົ້ນ

0:00/0:00

ຄັ້ງນັ້ນ ມາຕຸໂປສະກະພຣາມເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ສົນທະນາປາໄສກັບພຣະຜູ້ມີພຣະພາຄ ຄັນຜ່ານການປາໄສພໍໃຫ້ຣະນຶກເຖິງກັນແລ້ວ ກໍນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ມາຕຸໂປສະກະພຣາມນັ່ງໃນທີ່ຄວນສ່ວນຂ້າງໜຶ່ງແລ້ວ ໄດ້ກຣາບທູນພຣະຜູ້ມີພຣະພາຄວ່າ:


ທ່ານພຣະໂຄດົມຜູ້ຈະເຣີນ ຂ້ານ້ອຍສະແຫວງຫາອາຫາຣໂດຍຊອບແລ້ວ ລ້ຽງມາຣດາແລະບິດາ ຂ້ານ້ອຍກະທຳເຊັ່ນນີ້ ຊື່ວ່າ ກະທຳກິຈທີ່ຄວນທຳຫລືບໍ່ໜໍ?


ພຣະຜູ້ມີພຣະພາຄຕຣັສວ່າ


ຊອບຢ່າງຍິ່ງ ພຣາມ ທ່ານກະທຳດັ່ງນີ້ ຊື່ວ່າ ກະທຳກິຈທີ່ຄວນທຳແລ້ວ ດ້ວຍວ່າ ຜູ້ໃດສະແຫວງຫາພິກສາໂດຍຊອບແລ້ວ ລ້ຽງມາຣດາແລະບິດາ ຜູ້ນັ້ນຍ່ອມໄດ້ບຸນຫລາຍ.


ພຣະຜູ້ມີພຣະພາຄຜູ້ສຸຄົຕສາສດາ ຄັນໄດ້ຕຣັສໄວຍາກອຣພາສິຕນີ້ແລ້ວ ຈຶ່ງໄດ້ຕຣັສຄາຖາປະພັນຕໍ່ໄປອີກວ່າ:


ບຸກຄົນໃດລ້ຽງມາຣດາແລະບິດາໂດຍຊອບ ເພາະການບໍຣຸງມາຣດາແລະບິດານັ້ນແລ

ບັນດິຕຍ່ອມສັນລະເສີນບຸກຄົນນັ້ນໃນໂລກນີ້ແລ ບຸກຄົນນັ້ນລະໂລກນີ້ໄປແລ້ວ ຍ່ອມບັນເທີງໃນສະຫວັນ.


ເມື່ອພຣະຜູ້ມີພຣະພາຄຕຣັສຢ່າງນີ້ແລ້ວ ມາຕຸໂປສະກະພຣາມໄດ້ກຣາບທູນພຣະຜູ້ມີພຣະພາຄວ່າ ທ່ານພຣະໂຄດົມ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ທ່ານພຣະໂຄດົມ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາສທັມໂດຍອະເນກປະຣິຍາຍ ປຽບເໝືອນຫງາຍຂອງທີ່ຄວ່ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດ້ວຍຫວັງວ່າຄົນມີຈັກຂຸຈັກເຫັນຣູປໄດ້ ສັນນັ້ນ.


ຂ້າແຕ່ທ່ານພຣະໂຄດົມ ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາຄກັບທັງພຣະທັມ ແລະພຣະພິກຂຸສົງຄ໌ເປັນສະຣະນະ ຂໍພຣະອົງຄ໌ຈົ່ງຊົງຈຳຂ້ານ້ອຍວ່າ ເປັນອຸປາສົກຜູ້ເຂົ້າເຖິງສະຣະນະຕະຫລອດຊີວິດ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.


ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໒໒໐/໗໑໓ 

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ