ເຫດໃຫ້ຄ້າຂາຍໄດ້ກຳໄລ ຫຼື ຂາດທຶນ

ທໍາໃນເບື້ອງຕົ້ນ

0:00/0:00

ຂ້າແຕ່ພະອົງຄ໌ຜູ້ຈະເຣີນ ! ອິຫຍັງໜໍເປັນເຫຕປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທໍາການຄ້າຂາຍຂາດທຶນ ອິຫຍັງເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ ທໍາການຄ້າຂາຍບໍ່ໄດ້ກຳໄລຕາມທີ່ປະ ສົງ ອິຫຍັງເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ ທໍາການຄ້າຂາຍໄດ້ກຳໄລຕາມທີ່ປະສົງ ອິຫຍັງເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ ທໍາການຄ້າຂາຍໄດ້ກຳໄລຍິ່ງກວ່າທີ່ປະສົງ.

(໑) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ທ່ານປະສົງ” ເຂົາກັບບໍ່ຖວາຍປັຈຈັຍທີ່ເຂົາປະວາຣະນາຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນຢ່າງນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມຂາດທຶນ.

(໒) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ທ່ານປະສົງ” ແຕ່ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ບໍ່ເປັນໄປຕາມປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນຢ່າງນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມບໍ່ໄດ້ກຳໄລຕາມທີ່ປະສົງ.

(໓) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ຕ້ອງປະສົງ” ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ຕາມທີ່ຕາມປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນມະນຸສນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມໄດ້ກຳໄລຕາມທີ່ປະສົງ.

(໔) ສາຣີບຸຕ ! ບຸກຄົນບາງຄົນໃນໂລກນີ້ ເຂົ້າໄປຫາສະມະນະຫຼືພຣາມແລ້ວ ຍ່ອມປະວາຣະນາວ່າ “ຂໍທ່ານຈົ່ງບອກປັຈຈັຍທີ່ຕ້ອງປະສົງ” ເຂົາຖວາຍປັຈຈັຍທີ່ປະວາຣະນາໄວ້ຍິ່ງກວ່າທີ່ປະສົງ ຖ້າເຂົາເຄື່ອນຈາກອັຕຕະພາບນັ້ນມາສູ່ຄວາມເປັນມະນຸສນີ້ ເຂົາເຮັດການຄ້າຂາຍຢ່າງໃດໆ ເຂົາຍ່ອມໄດ້ກຳໄລຍິ່ງກວ່າທີ່ປະສົງ.

ສາຣີບຸຕ ! ນີ້ແລ ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍຂາດທຶນ ນີ້ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍບໍ່ໄດ້ກຳໄລຕາມທີ່ປະສົງ ນີ້ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍໄດ້ກຳໄລຕາມທີ່ປະສົງ ນີ້ເປັນເຫຕເປັນປັຈຈັຍເຄື່ອງໃຫ້ບຸກຄົນບາງຄົນໃນໂລກນີ້ທຳການຄ້າຂາຍໄດ້ກຳໄລຍິ່ງກວ່າທີ່ປະສົງ.


- ບາລີ ຈຕຸກກ. ອັງ. ໒໑/໑໐໕/໗໙


ເຫດໃຫ້ຄ້າຂາຍໄດ້ກຳໄລ ຫຼື ຂາດທຶນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ