ບຸກຄົນປຽບເໝືອນຮອຍຂີດ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ ບຸຄຄົລ 3 ຈໍາພວກນີ້ມີປາກົດຢູ່ໃນໂລກ, ໓ ຈໍາພວກເປັນຢ່າງໃດ? ຄື
#ບຸຄຄົລປຽບດ້ວຍຮອຍຂີດທີ່ແຜ່ນຫິນ ໑
#ບຸຄຄົລປຽບດ້ວຍຮອຍຂີດທີ່ແຜ່ນດິນ ໑
#ບຸຄຄົລປຽບດ້ວຍຮອຍຂີດທີ່ນໍ້າ ໑
ພິກຂຸທັງຫລາຍ ກໍບຸຄຄົລປຽບດ້ວຍຮອຍຂີດທີ່ແຜ່ນຫິນ ເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ມີຄວາມໂກດຢູ່ເນື່ອງໆ ທັງຄວາມໂກດຂອງເຂົານັ້ນ ກໍນອນເນື່ອງຢູ່ດົນປຽບເໝືອນຮອຍຂີດທີ່ແຜ່ນຫິນ ບໍ່ລົບເລືອນໃດ້ງ່າຍດ້ວຍລົມຫຼືນໍ້າ ຍ່ອມຕັ້ງຢູ່ໃດ້ດົນສັນໃດ ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ກໍສັນນັ້ນເໝືອນກັນ ຍອ່ມໂກດເນື່ອງໆ ທັງຄວາມໂກດຂອງເຂົານັ້ນກໍ່ນອນເນື່ອງຢູ່ໃດ້ດົນ ພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລຜູ້ປຽບດ້ວຍຮອຍຂິດທີ່ແຜ່ນຫິນ.
ພິກຂຸທັງຫລາຍ ກໍບຸຄຄົລຜູ້ປຽບດ້ວຍຮອຍຂີດທີ່ແຜ່ນດິນ ເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ໂກດເນື່ອງໆ ແຕ່ຄວາມໂກດຂອງເຂົານັ້ນບໍ່ນອນເນື່ອງຢູ່ດົນ ປຽບເໝືອນຮອຍຂີດທີ່ແຜ່ນດິນ ລົບເລືອນໃດ້ໂດຍງ່າຍເພາະລົມແລະນໍ້າ ບໍ່ຕັ້ງຢູ່ໃດ້ດົນສັນໃດ ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ກໍສັນນັ້ນເໝືອນກັນ ຍ່ອມໂກດເນື່ອງໆ ແຕ່ຄວາມໂກດຂອງເຂົານັ້ນ ບໍ່ນອນເນື່ອງຢູ່ໃດ້ດົນພິກຂຸທັງຫລາຍ ນີ້ຮຽກວ່າບຸຄຄົລຜູ້ປຽບດ້ວຍຮອຍຂີດທີ່ແຜ່ນດິນ.
ພິກຂຸທັງຫລາຍ ກໍບຸຄຄົລຜູ້ປຽບດ້ວຍຮອຍຂີດທີ່ນໍ້າ ເປັນຢ່າງໃດ?
ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ ແມ່ນຈະຖືກວ່າດ້ວຍຄໍາໜັກໆ ແມ່ນຈະຖືກວ່າດ້ວຍຄໍາຫຍາບໆ ແມ່ນຈະຖືກວ່າດ້ວຍຄໍາທີ່ບໍ່ພໍໃຈ ກໍຄົງສະໝານໄມຕຣີກົມກຽວ ປອງດອງກັນຢູ່ ປຽບເໝືອນຮອຍຂີດທີ່ນໍ້າ ຈະຂາດຈາກກັນພຽງຄາວດຽວເທົ່ານັ້ນ ບໍ່ຕັ້ງຢູ່ໃດ້ດົນສັນໃດ ພິກຂຸທັງຫລາຍ ບຸຄຄົລບາງຄົນໃນໂລກນີ້ກໍ່ສັນນັ້ນເໝືອນກັນ ແມ່ນຈະຖືກວ່າດ້ວຍຄໍາໜັກໆ ແມ່ນຈະຖືກວ່າຄໍາຫຍາບໆ ແມ່ນຈະຖືກວ່າດ້ວຍຄໍາບໍ່ພໍໃຈ ກໍຄົງສະໝານໄມຕຣີກົມກຽວປອງດອງກັນຢູ່ ພິກຂຸທັງຫລາຍ ນີ້ຮຽກວ່າ ບຸຄຄົລປຽບດ້ວຍຮອຍຂີດທີ່ນໍ້າ.
ພິກຂຸທັງຫລາຍ ບຸຄຄົລ ໓ ຈໍາພວກນີ້ມີປາກົດຢູ່ໃນໂລກ ດັ່ງນີ້ແລ.
ອັງຄຸຕຕຣນິກາຍ ໒໐/໒໗໐/໕໗໒
ບຸກຄົນປຽບເໝືອນຮອຍຂີດ








