ຊີວິດມີຄວາມຕາຍເປັນທີ່ສຸດ ຢ່າປະມາດ

ທໍາໃນເບື້ອງຕົ້ນ

0:00/0:00


ຄັ້ງນັ້ນ ພຣະເຈົ້າປະເສນທິໂກສົລໄດ້ສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບແຕ່ຍັງເວັນ ຖວາຍອະພິວາທແລ້ວປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາຄໄດ້ຕຣັສກັບພຣະເຈົ້າປະເສນທິໂກສົລທີ່ນັ່ງຢູ່ໃນທີ່ຄວນສ່ວນຂ້າງໜຶ່ງວ່າ:


ເຊີນເຖີດມະຫາຣາຊ ພຣະອົງຄ໌ສະເດັດມາແຕ່ໃສໜໍແຕ່ທ່ຽງວັນ?


ພຣະເຈົ້າປະເສນທິໂກສົລກຣາບທູລວ່າ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ພຣະເຈົ້າຍ່າຂອງຂ້ານ້ອຍຊົງພຣະຊະຣາ ແກ່ເຖົ້າ ເປັນຜູ້ໃຫຍ່ ລ່ວງການຜ່ານວັຍ ມີພຣະຊົນພັນສາ ໑໒໐ ພັນສາ ໄດ້ສະເດັດທິວົງຄົຕເສຍແລ້ວ ພຣະອົງຄ໌ເປັນທີ່ຮັກ ເປັນທີ່ພໍໃຈຂອງຂ້ານ້ອຍຫລາຍ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຖ້າຫາກຂ້ານ້ອຍຈະໄດ້ສົມປາຖນາວ່າ ຂໍພຣະເຈົ້າຍ່າຂອງເຮົາຢ່າໄດ້ສະເດັດທິວົງຄົຕເລີຍ ດັ່ງນີ້ ເຖິງຈະແລກດ້ວຍຊ້າງແກ້ວ ຂ້ານ້ອຍກໍຈະໃຫ້ຊ້າງແກ້ວ ເພື່ອໃຫ້ໄດ້ມາເຊິ່ງຄວາມປາຖນານັ້ນ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຖ້າຫາກຂ້ານ້ອຍຈະໄດ້ສົມປາຖນາວ່າ ຂໍພຣະເຈົ້າຍ່າຂອງເຮົາຢ່າໄດ້ສະເດັດທິວົງຄົຕເລີຍ ດັ່ງນີ້ ເຖິງຈະແລກດ້ວຍມາແກ້ວ ຂ້ານ້ອຍກໍຈະໃຫ້ມ້າແກ້ວ ເພື່ອໃຫ້ໄດ້ມາເຊິ່ງຄວາມປາຖນານັ້ນ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຖ້າຫາກຂ້ານ້ອຍຈະໄດ້ສົມປາຖນາວ່າ ຂໍພຣະເຈົ້າຍ່າຂອງເຮົາຢ່າໄດ້ສະເດັດທິວົງຄົຕເລີຍ ດັ່ງນີ້ ເຖິງຈະແລກດ້ວຍບ້ານສ່ວຍ ຂ້ານ້ອຍກໍຈະໃຫ້ບ້ານສ່ວຍ ເພື່ອໃຫ້ໄດ້ມາເຊິ່ງຄວາມປາຖນານັ້ນ.


ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ຖ້າຫາກຂ້ານ້ອຍຈະໄດ້ສົມປາຖນາວ່າ ຂໍພຣະເຈົ້າຍ່າຂອງເຮົາຢ່າໄດ້ສະເດັດທິວົງຄົຕເລີຍ ດັ່ງນີ້ ເຖິງຈະແລກດ້ວຍຊົນນະບົດ ຂ້ານ້ອຍກໍຈະໃຫ້ຊົນນະບົດ ເພື່ອໃຫ້ໄດ້ມາເຊິ່ງຄວາມປາຖນານັ້ນ.


ຂ້າແຕ່ພຣະອົງຜູ້ຈະເຣີນ ພຣະຜູ້ມີພຣະພາຄໄດ້ຕຣັສຄຳນີ້ໄວ້ວ່າ ສັຕທັງປວງມີຄວາມຕາຍເປັນທຳມະດາ ມີຄວາມຕາຍເປັນທີ່ສຸດ ບໍ່ລ່ວງພົ້ນຄວາມຕາຍໄປໄດ້ດັ່ງນີ້ນັ້ນ ເປັນຄຳຕຣັສທີ່ຊອບ ເປັນຂອງອັສສະຈັນ ບໍ່ເຄີຍມີມາ.


ພຣະຜູ້ມີພຣະພາຄຕຣັສວ່າ:


ຂໍ້ນີ້ເປັນຢ່າງນັ້ນ ມະຫາຣາຊ! ຂໍ້ນີ້ເປັນຢ່າງນັ້ນ ມະຫາຣາຊ! ສັຕທັງປວງມີຄວາມຕາຍເປັນທຳມະດາ ມີຄວາມຕາຍເປັນທີ່ສຸດ ບໍ່ລ່ວງພົ້ນຄວາມຕາຍໄປໄດ້.


ມະຫາຣາຊ ພາຊະນະດິນຊະນິດໃດຊະນິດໜຶ່ງ ທັງດິບແລະສຸກ ພາຊະນະດິນທັງໝົດເຫລົ່ານັ້ນ ມີຄວາມແຕກເປັນທຳມະດາ ມີຄວາມແຕກເປັນທີ່ສຸດ ບໍ່ລ່ວງພົ້ນຄວາມແຕກໄປໄດ້ສັນໃດ;


ມະຫາຣາຊ ສັຕທັງປວງມີຄວາມຕາຍເປັນທຳມະດາ ມີຄວາມຕາຍເປັນທີ່ສຸດ ບໍ່ລ່ວງພົ້ນຄວາມຕາຍໄປໄດ້ ສັນນັ້ນເໝືອນກັນ.


ພຣະຜູ້ມີພຣະພາຄຜູ້ສຸຄົຕສາສດາ ຄັນຕຣັສໄວຍາກອຣພາສິຕນີ້ແລ້ວ ຈຶ່ງໄດ້ຄາຖາປະພັນຕໍ່ໄປວ່າ:


ສັຕທັງປວງຕ້ອງຕາຍ ເພາະຊີວິດມີຄວາມຕາຍເປັນທີ່ສຸດ ສັຕທັງປວງຈັກເປັນໄປຕາມກັມ ເຂົ້າເຖິງຜົລແຫ່ງບຸນແລະບາບ ຄືຜູ້ກະທຳບາບຈັກໄປສູ່ນະຣົກ ສ່ວນຜູ້ກະທຳບຸນຈັກໄປສູ່ສຸຄະຕິ


ເພາະສະນັ້ນ ບຸຄຄົລຄວນກະທຳກັມດີສັ່ງສົມໄວ້ເປັນສົມບັດໃນໂລກໜ້າ ບຸນທັງຫລາຍຍ່ອມເປັນທີ່ເພິ່ງຂອງສັຕທັງຫລາຍໃນໂລກໜ້າ.


ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໑໑໙/໓໙໙.


ຊີວິດມີຄວາມຕາຍເປັນທີ່ສຸດ ຢ່າປະມາດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ