ມາຣດາບິດາເປັນພຣົມຂອງລູກ

ທໍາໃນເບື້ອງຕົ້ນ

0:00/0:00

ເປັນບຸຣະພະເທວະດາ ເປັນບຸຣະພາຈາຣຍ໌ ເປັນອາຫຸເນີຍຍະບຸຄຄົລ

ພິກຂຸທັງຫລາຍ! ຕະກຸນໃດ ບຸຕບູຊາມາຣດາ ບິດາໃນເຮືອນຂອງຕົນ ຕະກຸນນັ້ນຊື່ວ່າ ມີພຣົມ ມີບຸຣະພະເທວະດາ ມີບຸຣະພາຈາຣຍ໌ ມີອາຫຸເນີຍຍະບຸຄຄົລ.

ພິກຂຸທັງຫລາຍ! ຄຳວ່າ ພຣົມ ເປັນຊື່ຂອງມາຣດາບິດາ;

ຄຳວ່າ ບຸຣະພະເທວະດາ ເປັນຊື່ຂອງມາຣດາບິດາ;

ຄໍາວ່າ ບຸຣະພາຈາຣຍ໌ ເປັນຊື່ຂອງມາຣດາບິດາ;

ຄໍາວ່າ ອາຫຸເນີຍຍະບຸຄຄົລ ເປັນຊື່ຂອງມາຣດາບິດາ

ຂໍ້ນັ້ນເພາະເຫດໃດ?

ເພາະມາຣດາ ບິດາເປັນຜູ້ມີອຸປະກາຣະມາກມາຍ ລ້ຽງດູບຸຕ ສະແດງໂລກນີ້ແກ່ບຸຕ.

ມາຣດາແລະບິດາ ເຮົາກ່າວວ່າ ເປັນພຣົມ ເປັນບຸຣະພາຈາຣຍ໌ ເປັນອາຫຸເນີຍຍະບຸຄຄົລຂອງບຸຕ ເພາະທ່ານເປັນຜູ້ອະນຸເຄາະບຸຕ ເພາະເຫດນັ້ນແລ ບັນດິຕຈຶ່ງນອບນ້ອມແລະສັກກາຣະມາຣດາແລະບິດາທັງສອງນັ້ນ ດ້ວຍເຂົ້າ ນ້ຳ ຜ້າ ທີ່ນອນ ດ້ວຍການນວດໃຫ້ ການອາບນ້ຳໃຫ້ ແລະການລ້າງປາທາໃຫ້ ບັນດິຕທັງຫລາຍຍ່ອມສັນລະເສີນເຂົາ ເພາະການປະຕິບັດໃນມາຣດາບິດາ ບຸຄຄົລນັ້ນເມື່ອລະໂລກນີ້ໄປແລ້ວ ຍ່ອມບັນເທີງໃນສະຫວັນ.


ຂຸທທະກະນິກາຍ-ພຣົມມະສູຕ ໒໕/໒໔໖-໒໔໗/໒໘໖.


ມາຣດາບິດາເປັນພຣົມຂອງລູກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ