ໝາຂີ້ເຮື້ອນ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ ! ລາພສັກກາຣະແລະສຽງເຍີນຍໍເປັນອັນຕະລາຍທີ່ທາລຸນແສບເຜັດ ຫຍາບຄາຍຕໍ່ການບັນລຸນິພພານ ອັນເປັນທັມກະເສມຈາກໂຍຄະ ບໍ່ມີທັມອື່ນຍິ່ງກວ່າ.
ພິກຂຸທັງຫລາຍ ! ພວກເຈົ້າເຫັນໝາຈອກຕົວທີ່ອາໄສຢູ່ໃນປັດຈຸບັນສມັຍແຫ່ງຣາຕີນີ້ບໍ່?
“ເຫັນຂ້ານ້ອຍ”
ພິກຂຸທັງຫລາຍ ! ໝາຈອກຕົວນັ້ນເປັນໂຣຄເຮື້ອນ ແລ່ນໄປໃນແຜ່ນດິນກໍບໍ່ສະບາຍ ໄປຢູ່ໃນເຫງົ້າໄມ້ກໍບໍ່ສະບາຍ ໄປຢູ່ໃນກາງແຈ້ງກໍບໍ່ສະບາຍ. ມັນໄປໃນບ່ອນໃດ ມັນຢືນໃນບ່ອນໃດ ມັນນັ່ງໃນບ່ອນໃດ ມັນນອນໃນບ່ອນໃດ ລ້ວນແຕ່ໄດ້ຮັບຄວາມທຸກຂ໌ທໍຣະມານໃນບ່ອນນັ້ນໆ.
ພິກຂຸທັງຫລາຍ ! ພິກຂຸບາງຮູບໃນສາສນານີ້ເໝືອນກັນ, ຄັນຖືກລາພສັກກາຣະແລະສຽງເຍີນຍໍຄອບງຳເອົາແລ້ວ ມີຈິຕຕິດແໜ້ນຢູ່ໃນສິ່ງນັ້ນໆ ໄປສູ່ເຮືອນວ່າງກໍບໍ່ສະບາຍ ໄປຢູ່ໃນເຫງົ້າໄມ້ກໍບໍ່ສະບາຍ ໄປຢູ່ໃນກາງແຈ້ງກໍບໍ່ສະບາຍ. ເຂົາໄປໃນບ່ອນໃດ ເຂົາຢືນໃນບ່ອນໃດ ເຂົານັ່ງໃນບ່ອນໃດ ເຂົານອນໃນບ່ອນໃດ ລ້ວນແຕ່ໄດ້ຮັບຄວາມທຸກຂ໌ທໍຣະມານໃນບ່ອນນັ້ນໆ.
ພິກຂຸທັງຫລາຍ ! ລາພສັກກາຣະແລະສຽງເຍີນຍໍເປັນອັນຕະລາຍທີ່ທາລຸນແສບເຜັດ ຫຍາບຄາຍຕໍ່ການບັນລຸນິພພານ ອັນເປັນທັມກະເສມຈາກໂຍຄະ ບໍ່ມີທັມອື່ນຍິ່ງກວ່າ ດ້ວຍອາການຢ່າງນີ້. ເພາະສະນັ້ນ, ໃນເຣື່ອງນີ້ ພວກເຈົ້າທັງຫລາຍຄວນສຶກສາໄວ້ດັ່ງນີ້ວ່າ: ເຮົາທັງຫລາຍຈັກບໍ່ເຍື້ອໃຍໃນລາພສັກກາຣະແລະສຽງເຍີນຍໍທີ່ເກີດຂຶ້ນ. ອີກຢ່າງໜຶ່ງ ລາພສັກກາຣະແລະສຽງເຍີນຍໍທີ່ເກີດຂຶ້ນແລ້ວ ຕ້ອງບໍ່ມາຫໍ່ຫຸ້ມຢູ່ທີ່ຈິຕຂອງເຮົາ.
ພິກຂຸທັງຫລາຍ ! ພວກເຈົ້າທັງຫລາຍຄວນສຶກສາໄວ້ຢ່າງນີ້ແລ.
ຂຸມຊັພຈາກພຣະໂອຖ ໜ້າທີ ໕໕-໕໖
ໝາຂີ້ເຮື້ອນ








