ເຫດທີ່ມາຣດາບິດາປາຖະໜາຢາກໄດ້ບຸຕ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ ! ມາຣດາ ບິດາ ມອງເຫັນຖານະ ໕ ປະການນີ້ ຈຶ່ງປາຖະໜາບຸຕເກີດໃນຕະກຸນ; ຖານະ ໕ ປະການເປັນຢ່າງໃດ? ຄື:

ບຸຕທີ່ເຮົາລ້ຽງມາແລ້ວຈັກລ້ຽງຕອບແທນ ໑

ຈັກກະທຳກິຈແທນເຮົາ ໑

ວົງຕະກຸນຈັກດຳຣົງຢູ່ໄດ້ນານ ໑

ບຸຕຈັກປົກຄອງຊັບມໍຣະດົກ ໑

ເມື່ອເຮົາຕາຍໄປ ບຸຕຈັກບຳເພັນທັກຂິນາທານໃຫ້ ໑


ພິກຂຸທັງຫລາຍ ! ມາຣດາ ບິດາ ມອງເຫັນຖານະ ໕ ປະການນີ້ແລ ຈຶ່ງປາຖະໜາບຸຕເກີດໃນຕະກຸນ.

ມາຣດາ ບິດາຜູ້ສະຫລາດມອງເຫັນຖານະ ໕ ປະການ ຈຶ່ງປາຖະໜາບຸຕດ້ວຍຫວັງວ່າ ບຸຕທີ່ເຮົາລ້ຽງມາແລ້ວຈັກລ້ຽງຕອບແທນ, ຈັກກະທຳກິຈແທນເຮົາ, ວົງຕະກຸນຈັກດໍາຣົງຢູ່ໄດ້ນານ, ບຸຕຈັກປົກຄອງຊັບມໍຣະດົກ, ເມື່ອເຮົາຕາຍໄປ ບຸຕຈັກບຳເພັນທັກຂິນາທານໃຫ້, ມາຣດາ ບິດາຜູ້ສະຫລາດມອງເຫັນຖານະ ໕ ປະການເຫລົ່ານີ້ແລ້ວ ຈຶ່ງປາຖະໜາບຸຕ;

ສະນັ້ນ ບຸຕຜູ້ເປັນສັປບຸຣຸສຜູ້ສະຫງົບ ມີຄວາມກະຕັນຍູກະຕະເວທີ ເມື່ອຣະນຶກເຖິງບຸບພະຄຸນຂອງທ່ານຈຶ່ງລ້ຽງດູມາຣດາ ບິດາ ກະທໍາກິຈແທນທ່ານ ເຊື່ອຟັງໂອວາທ ລ້ຽງສະໜອງພຣະຄຸນທ່ານ ສົມດັ່ງທີ່ທ່ານເປັນບຸບພະກາຣີ ດຳຣົງວົງຕະກຸນ ບຸຕຜູ້ມີສັທທາ ສົມບູນດ້ວຍສີລ ຍ່ອມເປັນທີ່ສັນລະເສີນທົ່ວໄປ.


- ອັງຄຸຕຕະຣະນິກາຍ. ປຸຕຕະສູຕ ໒໒/໓໘/໓໙


ເຫດທີ່ມາຣດາບິດາປາຖະໜາຢາກໄດ້ບຸຕ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ