ເຫັນຍອດອ່ອນໆ ວ່າເປັນແກ່ນ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ ! ໃນກໍລະນີນີ້ຄື ກຸນລະບຸດບາງຄົນມີສັດທາ ອອກບວດຈາກເຮືອນ ບໍ່ກ່ຽວຂ້ອງດ້ວຍເຮືອນ ເພາະຄິດເຫັນວ່າ ” ເຮົາຖືກຄວາມເກີດ ຄວາມແກ່ ຄວາມຕາຍ ຄວາມໂສກ ຄວາມຮໍ່າໄຮຣຳພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈ ຄອບງຳເອົາແລ້ວ ເປັນຄົນຕົກຢູ່ໃນກອງທຸຂ໌ ມີທຸກຂ໌ຢູ່ສະເພາະຫນ້າແລ້ວ ການທຳທີ່ສຸດແຫ່ງກອງທຸກຂ໌ທັງສິ້ນນີ້ ຈະປາກົດມີໄດ້” ດັ່ງນີ້.

ຄັນບວດແລ້ວ ສາມາດທຳລາບສັກາລະແລະສຽງຍ້ອງຍໍ ໃຫ້ເກີດຂຶ້ນໄດ້.

ເຈົ້າມີໃຈຍິນດີແລ້ວ ມີຄວາມດຳຣິເຕັມຮອບແລ້ວ ໃນລາບສັກກາລະແລະສຽງຍ້ອງຍໍນັ້ນ

ເຈົ້າທະນົງຕົວເພາະລາບສັກກາລະແລະສຽງຍ້ອງຍໍນັ້ນວ່າ ” ເຮົາເປັນຜູ້ມີລາບສັກກາລະແລະສຽງຍ້ອງຍໍ.

ສ່ວນພິກຂຸອື່ນໆ ເຫລົ່ານີ້ ຕໍ່າຕ້ອຍນ້ອຍສັກ ດັ່ງນີ້.

ເຈົ້ານັ້ນ ເມົາຢູ່ ມົວເມົາຢູ່ ເຖິງຄວາມປະມາທຢູ່ ເພາະລາບສັກກາລະແລະຍ້ອງຍໍນັ້ນ. ເມື່ອປະມາທແລ້ວ ເຈົ້າກໍຢູ່ດ້ວຍຄວາມເປັນຢູ່ທີ່ເບິ່ງແລ້ວຫນ້າກຽດຊັງ.

ພິກຂຸທັງຫລາຍ ! ປຽບເຫມືອນບຸຣຸສ ຜູ້ຕ້ອງການດ້ວຍແກ່ນໄມ້ ເສາະຫາແກ່ນໄມ້ ທ່ຽວຄົ້ນຫາແກ່ນໄມ້ຢູ່ ຈົນເຖິງຕົ້ນໄມ້ໃຫຍ່ມີແກ່ນແລ້ວ ເບິ່ງຂ້າມແກ່ນ, ເບິ່ງຂ້າມມອກສະເກັດແຫ້ງຕາມຜິວເປືອກ, ເດັດເອົາໃບອ່ອນທີ່ປາຍກິ່ງຖືໄປ ດ້ວຍເຂົ້າໃຈວ່າ ນີ້ແກ່ນໄມ້. ບຸຣຸສມີຕາດີ ເຫັນຄົນນັ້ນເຂົ້າແລ້ວ ກໍກ່າວວ່າ” ຜູ້ຈະເຣີນຄົນນີ້ ບໍ່ຮູ້ຈັກແກ່ນ, ບໍ່ຮູ້ຈັກມອກ, ບໍ່ຮູ້ຈັກເປືອກສົດ,ບໍ່ຮູ້ຈັກສະເກັດແຫ້ງຕາມຜິວເປືອກ,ບໍ່ຮູ້ຈັກໃບອ່ອນທີ່ປາຍກິ່ງ.

ເປັນແທ້ດັ່ງວ່າ ຜູ້ຈະເຣີນຄົນນີ້ ຕ້ອງການແກ່ນໄມ້ ເສາະຫາແກ່ນໄມ້ ທ່ຽວຄົ້ນຫາແກ່ນໄມ້ຈົນເຖິງຕົ້ນໄມ້ໃຫຍ່ມີແກ່ນແລ້ວ ກໍເບິ່ງຂ້າມແກ່ນ, ຂ້າມມອກ,ຂ້າມເປືອກສົດ, ຂ້າມສະເກັດແຫ້ງຜິວເປືອກ,ໄປເດັດເອົາໃບອ່ອນທີ່ປາຍກິ່ງ ຖືໄປດ້ວຍ ເຂົ້າໃຈວ່າ ນີ້ແກ່ນໄມ້ ; ສິ່ງທີ່ເຂົາຈະຕ້ອງເຮັດດ້ວຍແກ່ນໄມ້ ຈັກບໍ່ສຳເລັດປະໂຍຊນ໌ເລີຍ” ດັ່ງນີ້ ;

ເຊັ່ນໃດກໍເຊັ່ນນັ້ນ.

ພິກຂຸທັງຫລາຍ ! ເຮົາຮຽກຄົນບວດຊະນິດນີ້ວ່າ ໄດ້ຖືເອົາພຣົມມະຈັນ ຕົງໃບທີ່ອ່ອນທີ່ປາຍກິ່ງຂອງມັນ ແລະເຂົາເຖິງທີ່ສຸດຂອງພຣົມະຈັນ ດ້ວຍການກະທຳພຽງໃຫ້ລາບສັກກາລະແລະສຽງຍ້ອງຍໍ ເກີດຂຶ້ນເທົ່ານັ້ນເອງ.


-ບາລີ ມູ.ມ ໑໒ /໓໖໒ /໓໔໗


ເຫັນຍອດອ່ອນໆ ວ່າເປັນແກ່ນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ