ທັມທັງປວງມີສະຕິເປັນໃຫຍ່
ທໍາໃນທ່າມກາງ
ພິກຂຸທັງຫລາຍ ຖ້າພວກອັນຍະເດຍຣະຖີປະຣິພາຊົກຖາມຢ່າງນີ້ວ່າ: ອາວຸໂສທັງຫລາຍ ທັມທັງປວງມີອັນໃດເປັນມູລ ມີອັນໃດເປັນແດນເກີດ ມີອັນໃດເປັນເຫດເກີດ ມີອັນໃດເປັນທີ່ປະຊຸມລົງ ມີອັນໃດເປັນປະມຸກ ມີອັນໃດເປັນໃຫຍ່ ມີອັນໃດເປັນເລີດ ມີອັນໃດເປັນແກ່ນ ມີອັນໃດເປັນທີ່ຢັ່ງລົງ ມີອັນໃດເປັນທີ່ສຸດ?
ພວກເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວ ຈະພະຍາກອນແກ່ພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນວ່າແນວໃດ?
ພິກຂຸເຫລົ່ານັ້ນກຣາບທູນວ່າ:
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ທັມຂອງພວກຂ້ານ້ອຍທັງຫລາຍມີພຣະຜູ້ມີພຣະພາກເຈົ້າເປັນມູລ ມີພຣະຜູ້ມີພຣະພາກເຈົ້າເປັນຜູ້ນຳ ມີພຣະຜູ້ມີພຣະພາກເຈົ້າເປັນທີ່ເພິ່ງອາໄສ ຂໍປະທານໂອກາດ ຂໍເນື້ອຄວາມແຫ່ງພາສິຕນີ້ຈົ່ງແຈ່ມແຈ້ງກັບພຣະຜູ້ມີພຣະພາກເຈົ້າເຖີດ ພິກຂຸທັງຫລາຍໄດ້ຟັງຕໍ່ພຣະຜູ້ມີພຣະພາກແລ້ວຈັກຊົງຈຳໄວ້.
ພິກຂຸທັງຫລາຍ ຖ້າເຊັ່ນນັ້ນພວກເຈົ້າທັງຫລາຍຈົ່ງຟັງ ຈົ່ງໃສ່ໃຈໃຫ້ດີເຮົາຈະກ່າວ.
ພິກຂຸທັງຫລາຍ ຖ້າພວກອັນຍະເດຍຣະຖີປະຣິພາຊົກຖາມຢ່າງນີ້ວ່າ: ອາວຸໂສທັງຫລາຍ ທັມທັງປວງມີອັນໃດເປັນມູລ ມີອັນໃດເປັນແດນເກີດ ມີອັນໃດເປັນເຫດເກີດ ມີອັນໃດເປັນທີ່ປະຊຸມລົງ ມີອັນໃດເປັນປະມຸກ ມີອັນໃດເປັນໃຫຍ່ ມີອັນໃດເປັນເລີດ ມີອັນໃດເປັນແກ່ນ ມີອັນໃດເປັນທີ່ຢັ່ງລົງ ມີອັນໃດເປັນທີ່ສຸດ?
ພວກເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວ ຈົ່ງພະຍາກອນແກ່ພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນຢ່າງນີ້ວ່າ:
ອາວຸໂສທັງຫລາຍ ທັມທັງປວງມີສັນທະເປັນມູລ, ມີມະນະສິກາຣເປັນແດນເກີດ, ມີຜັສສະເປັນເຫດເກີດ, ມີເວທະນາເປັນທີ່ປະຊຸມລົງ, ມີສະມາທິເປັນປະມຸກ, ມີສະຕິເປັນໃຫຍ່, ມີປັນຍາເປັນເລີດ, ມີວິມຸຕເປັນແກ່ນ, ມີອະມະຕະເປັນທີ່ຢັ່ງລົງ, ມີນິພພານເປັນທີ່ສຸດ.
ພິກຂຸທັງຫລາຍ ພວກເຈົ້າທັງຫລາຍຖືກຖາມຢ່າງນີ້ແລ້ວ ຈົ່ງພະຍາກອນແກ່ພວກອັນຍະເດຍຣະຖີປະຣິພາຊົກເຫລົ່ານັ້ນຢ່າງນີ້ແລ.
ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໙໗/໕໘.
ທັມທັງປວງມີສະຕິເປັນໃຫຍ່








