ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ
ທໍາໃນເບື້ອງຕົ້ນ
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ພວກຂ້ານ້ອຍຄວນຈະປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົຕຢ່າງໃດ?
ອານົນທ໌! ພວກເຈົ້າຈົ່ງຢ່າຂົນຂວາຍເພື່ອບູຊາສະຣີຣະຂອງຕະຖາຄົຕເລີຍ ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ ຈົ່ງເປັນຜູ້ບໍ່ປະມາທໃນປະໂຫຍດຂອງຕົນໆ ມີຄວາມພຽນ ມີຕົນສົ່ງໄປແລ້ວຢູ່ເຖີດ ກະສັຕຜູ້ເປັນບັນດິຕກໍດີ ພຣາມຜູ້ເປັນບັນດິຕກໍດີ ຄະຫະບໍດີຜູ້ເປັນບັນດິຕກໍດີ ທີ່ເຫລື້ອມໃສຢ່າງຍິ່ງໃນຕະຖາຄົຕມີຢູ່ ເຂົາທັງຫລາຍຈັກກະທຳການບູຊາສະຣີຣະຂອງຕະຖາຄົຕ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາທັງຫລາຍຍ່ອມປະຕິບັດໃນພຣະສະຣີຣະຂອງພຣະຕະຖາຄົຕຢ່າງໃດ?
ອານົນທ໌! ຍ່ອມປະຕິບັດໃນສະຣີຣະຂອງຕະຖາຄົຕເໝືອນທີ່ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ກໍເຂົາປະຕິບັດໃນພຣະສະຣີຣະຂອງພຣະເຈົ້າຈັກກະພັດຢ່າງໃດ?
ອານົນທ໌! ເຂົາຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າໃໝ່ ແລ້ວຊັບດ້ວຍສຳລີ ແລ້ວຫໍ່ດ້ວຍຜ້າໃໝ່ ໂດຍອຸບາຍນີ້ ຫໍ່ສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍຜ້າ ໕໐໐ ຄູ່ ແລ້ວເຊີນສະຣີຣະລົງໃນຮາງເຫລັກອັນເຕັມດ້ວຍນ້ຳມັນ ຄອບດ້ວຍຮາງເຫລັກອື່ນ ແລ້ວກະທຳຈິຕກາທາຣດ້ວຍໄມ້ຫອມລ້ວນ ຖວາຍເພີງສະຣີຣະຂອງພຣະເຈົ້າຈັກກະພັດ, ສ້າງສະຖູປຂອງພຣະເຈົ້າຈັກກະພັດໄວ້ທີ່ຫົນທາງໃຫຍ່ ໔ ແຍກ.
ອານົນທ໌! ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດດ້ວຍປະການຢ່າງນີ້ແລ.
ອານົນທ໌! ພວກກະສັຕຜູ້ເປັນບັນດິຕເປັນຕົ້ນນັ້ນ ຍ່ອມປະຕິບັດໃນສະຣີຣະຂອງຕະຖາຄົຕ ເໝືອນທີ່ເຂົາປະຕິບັດໃນສະຣີຣະຂອງພຣະເຈົ້າຈັກກະພັດ, ຍ່ອມສ້າງສະຖູປຂອງຕະຖາຄົຕໄວ້ທີ່ຫົນທາງໃຫຍ່ ໔ ແຍກ. ຊົນເຫລົ່າໃດຍົກຂຶ້ນເຊິ່ງພວງມາລັຍຂອງຫອມຫລືຈຸນ, ອະພິວາທ ຫລືຍັງຈິຕໃຫ້ເຫລື້ອມໃສໃນສະຖູປນັ້ນ ການກະທຳເຊັ່ນນັ້ນຈັກເປັນໄປເພື່ອປະໂຫຍດເກື້ອກູລ ເພື່ອຄວາມສຸຂແກ່ຊົນເຫລົ່ານັ້ນສິ້ນກາລນານ.
ອານົນທ໌! ຖູປາຣະຫະບຸຄຄົລ ໔ ຈຳພວກນີ້, ຖູປາຣະຫະບຸຄຄົລ ໔ ຈຳພວກເປັນຢ່າງໃດ? ຄື ຕະຖາຄົຕອະຣະຫັນຕະສັມມາສັມພຸທທະ ເປັນຖູປາຣະຫະບຸຄຄົລຈຳພວກ ໑
ພຣະປັຈເຈກສັມພຸທທະ ເປັນຖູປາຣະຫະບຸຄຄົລຈຳພວກ ໑
ສາວົກຂອງຕະຖາຄົຕ ເປັນຖູປາຣະຫະບຸຄຄົລຈຳພວກ ໑
ພຣະເຈົ້າຈັກກະພັດ ເປັນຖູປາຣະຫະບຸຄຄົລຈຳພວກ ໑
ເພາະອາສັຍອຳນາຈປະໂຫຍດອັນໃດ ຕະຖາຄົຕອະຣະຫັນຕະສັມມາສັມພຸທທະຈິ່ງເປັນຖູປາຣະຫະບຸຄຄົລ?
ອານົນທ໌! ຊົນທັງຫລາຍຍັງຈິຕໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູປຂອງພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ ພວກເຂົາຍັງຈິຕໃຫ້ເຫລື້ອມໃສໃນສະຖູປນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ອານົນທ໌! ເພາະອາສັຍອຳນາຈປະໂຫຍດນີ້ແລ ຕະຖາຄົຕອະຣະຫັນຕະສັມມາສັມພຸທທຈິ່ງເປັນຖູປາຣະຫະບຸຄຄົລ.
ເພາະອາສັຍອຳນາຈປະໂຫຍດອັນໃດ ພຣະປັຈເຈກສັມພຸທທະຈິ່ງເປັນຖູປາຣະຫະບຸຄຄົລ?
ອານົນທ໌! ຊົນທັງຫລາຍຍັງຈິຕໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູປຂອງພຣະປັຈເຈກສັມພຸທທະ ພວກເຂົາຍັງຈິຕໃຫ້ເຫລື້ອມໃສໃນສະຖູປນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ອານົນທ໌! ເພາະອາສັຍອຳນາຈປະໂຫຍດນີ້ແລ ພຣະປັຈເຈກສັມພຸທທະຈິ່ງເປັນຖູປາຣະຫະບຸຄຄົລ.
ເພາະອາສັຍອຳນາຈປະໂຫຍດອັນໃດ ສາວົກຂອງຕະຖາຄົຕຈິ່ງເປັນຖູປາຣະຫະບຸຄຄົລ?
ອານົນທ໌! ຊົນທັງຫລາຍຍັງຈິຕໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູປຂອງສາວົກຂອງພຣະຜູ້ມີພຣະພາຄອະຣະຫັນຕະສັມມາສັມພຸທທະເຈົ້າພຣະອົງຄ໌ນັ້ນ ພວກເຂົາຍັງຈິຕໃຫ້ເຫລື້ອມໃສໃນສະຖູປນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກ ສວັນ.
ອານົນທ໌! ເພາະອາສັຍອຳນາຈປະໂຫຍດນີ້ແລ ສາວົກຂອງຕະຖາຄົຕຈິ່ງເປັນຖູປາຣະຫະບຸຄຄົລ.
ເພາະອາສັຍອຳນາຈປະໂຫຍດອັນໃດ ພຣະເຈົ້າຈັກກະພັດຈິ່ງເປັນຖູປາຣະຫະບຸຄຄົລ?
ອານົນທ໌! ຊົນທັງຫລາຍຍັງຈິຕໃຫ້ເຫລື້ອມໃສວ່າ ນີ້ເປັນສະຖູປຂອງພຣະຣາຊາຜູ້ຊົງທັມ ເປັນພຣະຣາຊາໂດຍທັມ ພວກເຂົາຍັງຈິຕໃຫ້ເຫລື້ອມໃສໃນສະຖູປນັ້ນແລ້ວ ເບື້ອງໜ້າແຕ່ການຕາຍເພາະກາຍແຕກ ຍ່ອມເຂົ້າເຖິງສຸຄະຕິໂລກສວັນ.
ອານົນທ໌! ເພາະອາສັຍອຳນາຈປະໂຫຍດນີ້ແລ ພຣະເຈົ້າຈັກກະພັດຈິ່ງເປັນຖູປາຣະຫະບຸຄຄົລ.
ອານົນທ໌! ຖູປາຣະຫະບຸຄຄົລ ໔ ຈຳພວກນີ້ແລ.
ສຸຕຕັນຕະປິດົກ ທີຄະນິກາຍ ມະຫາວັຄ ໑໐/໑໑໔/໑໓໓
ຈົ່ງສືບຕໍ່ພະຍາຍາມໃນປະໂຫຍດຂອງຕົນໆເຖີດ








