ບຸຕ 3​ ຈຳພວກ (ລູກ 3 ຈຳພວກ)

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ​ ບຸຕ​ ໓ ຈຳພວກມີປາກົດຢູ່ໃນໂລກ ໓ ຈຳພວກເປັນແນວໃດ?

ຄື​: ອະຕິຊາຕະບຸຕ໑

ອະນຸຊາຕະບຸຕ໑

ອະວະຊາຕະບຸຕ໑

....

ພິກຂຸທັງຫລາຍ​ ອະນຸຊາຕະບຸຕເປັນແນວໃດ?

ພິກຂຸທັງຫລາຍ ມາຣດາ ບິດາຂອງບຸຕໃນໂລກນີ້ ເຖິງພຣະພຸທທະເຈົ້າ ພຣະທັມ​ ພຣະສົງຄ໌ ເປັນສາລະນະ ງົດເວັ້ນຈາກການຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນ້ຳເມົາ ຄື​ ສຸຣາແລະເມຣັຍອັນເປັນທີ່ຕັ້ງຂອງຄວາມປະໝາດ ເປັນຄົນມີສີລ ມີທັມອັນງົດງາມ ສ່ວນບຸຕຂອງມາຣດາແລະບິດາເຫລົ່ານັ້ນກໍເຖິງພຣະພຸທທະເຈົ້າ ພຣະທັມ​ ພຣະສົງຄ໌ ເປັນສາລະນະ ງົດເວັ້ນຈາກການຂ້າສັດ ລັກຊັບ ປະພຶດຜິດໃນກາມ ເວົ້າຕົວະ ດື່ມນ້ຳເມົາ ຄື​ ສຸຣາແລະເມຣັຍອັນເປັນທີ່ຕັ້ງຂອງຄວາມປະໝາດ ເປັນຄົນມີສີລ ມີທັມອັນງົດງາມ.

ພິກຂຸທັງຫລາຍ​ອະນຸຊາຕະບຸຕເປັນຢ່າງນີ້ແລ.

....

...​ ບຸຕເຫລົ່າໃດເປັນອຸປາສົກ

ບຸຕເຫລົ່ານັ້ນແລຊື່ວ່າ ເປັນບຸຕໃນໂລກ

ບຸຕເຫລົ່ານັ້ນມີສັທທາ​ ເຖິງພ້ອມດ້ວຍສີລ

ຮູ້ຄວາມປະສົງ(ຂອງຜູ້ຂໍ)​ປາສະຈາກຄວາມຂີ້ຖີ ຍ່ອມຮຸ່ງເຮືອງໃນບໍຣິສັດທັງຫລາຍ ປຽບເໝືອນດວງຈັນທີ່ພົ້ນແລ້ວຈາກເມກ ສັນນັ້ນ.​


- ສຸຕຕັນຕະປີດົກ ຂຸທທະກະນິກາຍ.​

ປຸຕຕະສູຕ ໒໕/໒໑໔-໒໑໖/໒໕໒


ບຸຕ 3​ ຈຳພວກ (ລູກ 3 ຈຳພວກ)

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ