ຈົງກຣົມສູຕ
ທໍາໃນທ່າມກາງ
ສມັຍໜຶ່ງ ພຣະຜູ້ມີພຣະພາຄເຈົ້າປະທັບຢູ່ທີ່ພູເຂົາຄິຊະກູຂ ເຂດພຣະນະຄອນຣາຊະຄຶ
ກໍໂດຍສມັຍນັ້ນແລ ທ່ານພຣະສາຣີບຸຕຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ
ທ່ານພຣະໂມຄຄັລລານະ ກໍຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ
ທ່ານພຣະມະຫາກັສສະປະ ກໍຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ
ທ່ານພຣະອະນຸຣຸທທະ ກໍຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ
ທ່ານພຣະປຸນນະມັນຕານີບຸຕ ກໍຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ
ທ່ານພຣະອຸບາລີ ກໍຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ
ທ່ານພຣະອານົນທ໌ ກໍຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ
ແມ່ນແຕ່ ພຣະເທວະທັຕ ກໍຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍຮູປ ໃນທີ່ບໍ່ໄກ ພຣະຜູ້ມີພຣະພາຄ ຯ
ຄັັ້ງນັ້ນແລ ພຣະຜູ້ມີພຣະພາຄ ໄດ້ຕຣັດກັບພິກຂຸທັງຫລາຍວ່າ
ດູຣາພິກຂຸທັງຫລາຍ ! ພວກເຈົ້າເຫັນສາຣີບຸຕ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິກຂຸທັງຫລາຍ ກຣາບທູນວ່າ ເຫັນ ໂດຍຂ້ານ້ອຍ !
ພ. ດູຣາພິກຂຸທັງຫລາຍ ! ພິກຂຸທັງຫມົດນີ້ ລ້ວນມີປັນຍາຫລາຍ ພວກເຈົ້າເຫັນມະຫາໂມຄຄັລລານະ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິ. ເຫັນ ໂດຍຂ້ານ້ອຍ ຯ
ພ. ດູຮາພິກຂຸທັງຫລາຍ ! ພິກຂຸທັງຫມົດນີ້ ລ້ວນມີຣິດຫລາຍ ພວກເຈົ້າເຫັນ ມະຫາກັສສະປະ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິ. ເຫັນ ໂດຍຂ້ານ້ອຍ ຯ
ພ. ພິກຂຸທັງຫລາຍ ! ພິກຂຸທັງຫມົດນີ້ ລ້ວນເປັນທຸຕະວາທ ພວກເຈົ້າເຫັນ ອະນຸຣຸທທະ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິ. ເຫັນ ໂດຍຂ້ານ້ອຍ ຯ
ພ. ພິກຂຸທັງຫລາຍ ! ພິກຂຸທັງຫມົດນີ້ ລ້ວນເປັນຜູ້ມີທິພຍະຈັກຂຸ ພວກເຈົ້າເຫັນ ປຸນນະມັນຕານີບຸຕ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິ.ເຫັນ ໂດຍຂ້ານ້ອຍ ຯ
ພ. ພິກຂຸທັງຫລາຍ ! ພິກຂຸທັງຫມົດນີ້ ລ້ວນເປັນທັມມະກະທຶກ ພວກເຈົ້າເຫັນ ອຸບາລີ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິ. ເຫັນ ໂດຍຂ້ານ້ອຍ ຯ
ພ. ພິກຂຸທັງຫລາຍ ! ພິກຂຸທັງຫມົດນີ້ ລ້ວນເປັນຜູ້ຊົງວິນັຍ ພວກເຈົ້າເຫັນ ອານົນທ໌ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິ. ເຫັນ ໂດຍຂ້ານ້ອຍ ຯ
ພ. ພິກຂຸທັງຫລາຍ ! ພິກຂຸທັງຫມົດນີ້ ລ້ວນເປັນພະຫູສູຕ ພວກເຈົ້າເຫັນ ເທວະທັຕຕ໌ ກຳລັງຈົງກຣົມຢູ່ດ້ວຍກັນກັບພິກຂຸຫລາຍ ຫລືບໍ່ ?
ພິ. ເຫັນ ໂດຍຂ້ານ້ອຍ ຯ
ພ. ພິກຂຸທັງຫມົດນີ້ ລ້ວນມີຄວາມປາດຖະຫນາລາມົກ ຯ
ດູຣາພິກຂຸທັງຫລາຍ ! ສັຕວ໌ທັງຫລາຍ ຍ່ອມຄົບຄ້າກັນຍ່ວມສະມາຄົນກັນໂດຍທານ ນັ້ນແລ ຄື ສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ ຍ່ວມຄົບຄ້າກັນ ຍ່ວມສະມາຄົມກັນ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ
ສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ ຍ່ວມຄົບຄ້າກັນ ຍ່ວມສະມາຄົມກັນ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ
ແມ່ນໃນອະດີດຕະກາລ ສັຕວ໌ທັງຫລາຍ ກໍ່ໄດ້ຄົບຄ້າກັນແລ້ວ ໄດ້ສະມາຄົມກັນແລ້ວ ໂດຍທາຕ ນັ້ນແລ
ຄື ສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ ກໍໄດ້ຄົບຄ້າກັນແລ້ວ ໄດ້ສະມາຄົມກັນແລ້ວ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ
ສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ ກໍໄດ້ຄົບຄ້າກັນແລ້ວ ໄດ້ສະມາຄົມກັນແລ້ວ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ
ແມ່ນໃນນາຄົຕຕະກາລ ສັຕວ໌ທັງຫລາຍ ກໍ່ຈັກຄົບຄ້າກັນ ຈັກສະມາຄົມກັນ ໂດຍທາຕ ນັ້ນແລ
ຄື ສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ ຈັກຄົບຄ້າກັນແລ້ວ ຈັກສະມາຄົມກັນແລ້ວ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ
ສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ ຈັກຄົບຄ້າກັນແລ້ວ ຈັກສະມາຄົມກັນແລ້ວ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ
ແມ່ນໃນປັຈຈຸບັນກໍຕາມ ສັຕວ໌ທັງຫລາຍ ກໍ່ຍ່ວມຄົບຄ້າກັນ ຍ່ວມສະມາຄົມກັນ ໂດຍທາຕ ນັ້ນແລ
ຄື ສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ ຍ່ວມຄົບຄ້າກັນ ຍ່ວມສະມາຄົມກັນ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍຊົ່ວ
ສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ ຍ່ວມຄົບຄ້າກັນ ຍ່ວມສະມາຄົມກັນ ກັບສັຕວ໌ຈຳພວກທີ່ມີ ອັທທະຍາສັຍດີ.
ຈົງກຣົມສູຕ








