ການບໍ່ມີທັມຄືບັນຫາໃຫຍ່ສຸດຂອງໂລກ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ! ສມັຍໃດ ພຣະຣາຊາເປັນຜູ້ບໍ່ຕັ້ງຢູ່ໃນທັມ ສມັຍນັ້ນ ແມ່ນແຕ່ພວກຂ້າຣາຊະການກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ ເມື່ອພວກຂ້າຣາຊະການບໍ່ຕັ້ງຢູ່ໃນທັມ ສມັຍນັ້ນ ພຣາມແລະຄະຫະບໍດີກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ ເມື່ອພຣາມແລະຄະຫະບໍດີບໍ່ຕັ້ງຢູ່ໃນທັມ ສມັຍນັ້ນ ຊາວບ້ານ ຊາວຊົນນະບົດກໍເປັນຜູ້ບໍ່ຕັ້ງຢູ່ໃນທັມ, ດວງຈັນແລະດວງອາທິດຍ່ອມໝູນວຽນບໍ່ສະໝໍ່າສະເໝີ ເມື່ອດວງຈັນແລະດວງອາທິດໝູນວຽນບໍ່ສະໝໍ່າສະເໝີ ໝູ່ດາວທັງຫລາຍກໍຍ່ອມໝູນວຽນບໍ່ສະໝໍ່າສະເໝີ ເມື່ອໝູ່ດາວທັງຫລາຍ ໝູນວຽນບໍ່ສະໝໍ່າສະເໝີ ເດືອນໜຶ່ງແລະເຄິ່ງເດືອນກໍ ໝູນວຽນບໍ່ສະໝໍ່າສະເໝີ ເມື່ອເດືອນໜຶ່ງແລະເຄິ່ງເດືອນໝູນວຽນບໍ່ສະໝໍ່າສະເໝີ ລະດູແລະປີກໍໝູນວຽນບໍ່ສະໝໍ່າສະເໝີ ເມື່ອລະດູແລະປີໝູນວຽນບໍ່ສະໝໍ່າສະເໝີ ລົມຍ່ອມພັດບໍ່ສະໝໍ່າສະເໝີ ເມື່ອລົມພັດບໍ່ສະໝໍ່າສະເໝີ ລົມກໍພັດໄປຜິດທາງບໍ່ສະໝໍ່າສະເໝີ ຍ່ອມພັດວຽນໄປ ເມື່ອລົມພັດໄປຜິດທາງບໍ່ສະໝໍ່າສະເໝີ ພັດວຽນໄປ ເທວະດາກໍກຳເຣີບ ເມື່ອເທວະດາກຳເຣີບ ຝົນຍ່ອມບໍ່ຕົກຕ້ອງຕາມລະດູກາລ ເມື່ອຝົນບໍ່ຕົກຕ້ອງຕາມລະດູກາລ ເຂົ້າກ້າທັງຫລາຍຍ່ອມສຸກບໍ່ສະໝໍ່າສະເໝີ.

ພິກຂຸທັງຫລາຍ! ມະນຸສຜູ້ບໍຣິໂພຄເຂົ້າທີ່ບໍ່ສຸກສະໝໍ່າສະເໝີກັນ ຍ່ອມເປັນຜູ້ມີອາຍຸນ້ອຍ ມີຜິວພັນເສົ້າໝອງ ມີກຳລັງນ້ອຍ ມີອາພາທຫລາຍ.


ການບໍ່ມີທັມຄືບັນຫາໃຫຍ່ສຸດຂອງໂລກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ