ເມື່ອຮູບມີຢູ່ ມາຣຈຶ່ງມີ ຜູ້ທຳໃຫ້ຕາຍຈຶ່ງມີ ຜູ້ຕາຍຈຶ່ງມີ

ທໍາໃນທ່າມກາງ

0:00/0:00

ດູຣາຣາທະ ! ເມື່ອຮູບມີຢູ່ ມາຣຈຶ່ງມີ ຜູ້ທຳໃຫ້ຕາຍຈຶ່ງມີ ຜູ້ຕາຍຈຶ່ງມີ; ເພາະສະນັ້ນແຫລະ ຣາທະ ເຈົ້າຈົ່ງພິຈາຣະນາເຫັນຮູບວ່າ: ເປັນມາຣ ເປັນຜູ້ທຳໃຫ້ຕາຍ ເປັນຜູ້ຕາຍ ເປັນໂຣຄ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຄວາມທຸກຂ໌ ເປັນຕົວທຸກຂ໌ ບຸກຄົນເຫລົ່າໃດພິຈາຣະນາເຫັນຮູບນັ້ນຢ່າງນີ້ ບຸກຄົນເຫລົ່ານັ້ນຍ່ອມຊື່ວ່າ ເຫັນຖືກຕ້ອງ.

ເມື່ອເວທະນາມີຢູ່ ຯລຯ ເມື່ອສັນຍາມີຢູ່ ຯລຯ ເມື່ອສັງຂາຣມີຢູ່ ຯລຯ ເມື່ອວິນຍານມີຢູ່ ຯລຯ ຜູ້ທຳໃຫ້ຕາຍຈຶ່ງມີ ຜູ້ຕາຍຈຶ່ງມີ; ເພາະສະນັ້ນແຫລະ ຣາທະ ເຈົ້າຈົ່ງພິຈາຣະນາເຫັນວິນຍານວ່າ: ເປັນມາຣ ເປັນຜູ້ທຳໃຫ້ຕາຍ ເປັນຜູ້ຕາຍ ເປັນໂຣຄ ເປັນດັ່ງຫົວຝີ ເປັນດັ່ງລູກສອນ ເປັນຄວາມທຸກຂ໌ ເປັນຕົວທຸກຂ໌ ບຸກຄົນເຫລົ່າໃດພິຈາຣະນາເຫັນວິນຍານນັ້ນຢ່າງນີ້ ບຸກຄົນເຫລົ່ານັ້ນຍ່ອມຊື່ວ່າ ເຫັນຖືກຕ້ອງ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຄວາມເຫັນຖືກຕ້ອງມີປະໂຫຍດແນວໃດ ຂ້ານ້ອຍ?

ຣາທະ ! ຄວາມເຫັນຖືກຕ້ອງມີປະໂຫຍດຄືເຮັດໃຫ້ເບື່ອໜ່າຍ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມເບື່ອໜ່າຍມີປະໂຫຍດແນວໃດ ຂ້ານ້ອຍ?

ຣາທະ ! ຄວາມເບື່ອໜ່າຍມີປະໂຫຍດຄືເຮັດໃຫ້ຄາຍກຳນັດ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຄາຍກຳນັດມີປະໂຫຍດແນວໃດ ຂ້ານ້ອຍ?

ຣາທະ ! ຄວາມຄາຍກຳນັດມີປະໂຫຍດຄືເຮັດໃຫ້ຫລຸດພົ້ນ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ຄວາມຫລຸດພົ້ນມີປະໂຫຍດແນວໃດ ຂ້ານ້ອຍ?

ຣາທະ ! ຄວາມຫລຸດພົ້ນມີປະໂຫຍດເພື່ອນິພພານ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ນິພພານມີປະໂຫຍດແນວໃດ ຂ້ານ້ອຍ?

ຣາທະ ! ເຈົ້າຖາມເລີຍບັນຫາໄປເສຍແລ້ວ ເຈົ້າບໍ່ອາດຖືເອົາທີ່ສຸດຂອງບັນຫາໄດ້.

ຣາທະ ! ກຸລະບຸຕຢູ່ປະພຶດພຣົມມະຈັນມີນິພພານເປັນທີ່ຢັ່ງລົງ ມີນິພພານເປັນທີ່ສຸດ.


ສັງຍຸຕຕະນິກາຍ ຂັນທະວາຣະວັຄ ໑໗/໑໙໐/໓໖໖.

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ