ຫນ້າທີ່ປະຕິບັຕຕໍ່ກັນ
ທໍາໃນເບື້ອງຕົ້ນ
ຫນ້າທີ່ປະຕິບັຕຕໍ່ກັນ
ຄະຫະບໍດິບຸຕ ! ທິສເບື້ອງໜ້າຄື ມານດາ-ບິດາ ອັນກຸນລະບຸຕຄວນປະຕິບັດຕໍ່ໂດຍຖານະ 5 ປະການ ຄື:
1. ເພິ່ນລ້ຽງເຮົາມາແລ້ວ ຮູ້ຈັກລ້ຽງເພິ່ມຕອບ
2. ເຮົາຈັກເຮັດວຽກຂອງທ່ານ
3. ເຮົາຈັກດຳລົງວົງຕະກູນ
4. ເຮົາຈັກປະພຶດຕົນໃຫ້ສົມກັບເປັນທາຍາດ
5. ເມື່ອເພີ່ນທຳກາລະລ່ວງລັບໄປແລ້ວທຳບຸນອຸທິສຫາ
ຄະຫະບໍດິບຸດ! ທິສເບື້ອງໜ້າຄື ມານດາ-ບິດາ ອັນບຸຕ ປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະບຸຕໂດຍຖານະ 5 ປະການຄື:
1) ຫ້າມບໍ່ໃຫ້ເຮັດຊົ່ວ
2) ໃຫ້ຕັ້ງຢູ່ໃນຄວາມດີ
3) ໃຫ້ສຶກສາສິລະປະ
4) ໃຫ້ມີຄູ່ຄອງທີ່ເໝາະສົມ
5) ມອບມໍຣະດົກໃຫ້ເມື່ອສົມຄວນແກ່ເວລາ
....ຄະຫະບໍດິບຸຕ ! ທິສເບື້ອງຫຼັງຄື ພັນຣະຍາ ອັນສາມີຄວນປະຕິບັດຕໍ່ໂດຍຖານະ 5 ປະການ ຄື:
1) ດ້ວຍການຍົກຍ້ອງ
2) ດ້ວຍການບໍ່ດູໝິ່ນ
3) ດ້ວຍການບໍ່ປະພຶດນອກໃຈ
4) ດ້ວຍການມອບຄວາມເປັນໃຫຍ່ໃນໜ້າທີ່ໃຫ້
5) ດ້ວຍການໃຫ້ເຄື່ອງປະດັບ
ຄະຫະບໍດິບຸດ! ທິສເບື້ອງຫຼັງຄື ພັນຣະຍາ ເມື່ອສາມີ ປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະສາມີໂດຍຖານະ 5 ປະການຄື:
1. ຈັດແຕ່ງວຽກງານໃຫ້ດີ
2. ຊ່ວຍເຫຼືອຍາດພີ່ນ້ອງຂອງສາມີ
3. ບໍ່ປະພຶດນອກໃຈ
4. ຮັກສາຊັບທີ່ສາມີຫາມາໄດ້
5. ດຸໝັ່ນຂະຫຍັນຂັນແຂງໃນວຽກງານທັງຫຼາຍ
...ຄະຫະບໍດິບຸຕ ! ທິສເບື້ອງຊ້າຍຄື ມິຕສະຫາຍ ອັນກຸນລະບຸຕຄວນປະຕິບັດຕໍ່ໂດຍຖານະ 5 ປະການຄື:
1. ດ້ວຍການຊ່ວຍເຫຼືອ
2. ດ້ວຍການເວົ້າຈາທີ່ອ່ອນໂຍນ
3. ດ້ວຍການປະພຶດທີ່ເປັນປະໂຍຊນ໌
4. ດ້ວຍການວາງຕົນສະເໝີກັນ
5. ດ້ວຍການບໍ່ກ່າວຄຳອັນເປັນສິ່ງທີ່ເຮັດໃຫ້ແຕກກັນ
ຄະຫະບໍດິບຸດ! ທິສເບື້ອງຊ້າຍຄື ມິຕສະຫານ ອັນກຸນລະບຸຕ ປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວ ຍ່ອມອະນຸເຄາະກຸນລະບຸຕໂດຍຖານະ 5 ປະການ ຄື:
1. ຮັກສາມິຕຜູ້ປະມາດແລ້ວ
2. ຮັກສາຊັບຂອງມິຕຜູ້ປະມາດແລ້ວ
3. ເປັນທີ່ເພິ່ງແກ່ມິຕເມື່ອມິພັຍ
4. ບໍ່ຖິ້ມມິຕໃນຍາມມີອັນຕະລາຍ
5. ນັບຖືສະມາຊິກໃນວົງຕະກຸນຂອງມິຕ
...ຄະຫະບໍດິບຸຕ ! ທິສເບື້ອງຕໍ່າຄື ທາສກັມມະກອນ ອັນກຸນລະບຸຕ ຄວນປະຕິບັດຕໍ່ໂດຍຖານະ 5 ປະການຄື:
1. ດ້ວຍການໃຫ້ເຮັດວຽກຕາມກຳລັງ
2. ດ້ວຍການໃຫ້ອາຫາຣ ແລະ ລາງວັນ
3. ດ້ວຍການຮັກສາພະຍາບານໃນຍາມເຈັບໄຂ້
4. ດ້ວຍການແບ່ງອາຫານທີ່ເຂົາບໍ່ເຄີຍໄດ້ກິນໃຫ້
5. ດ້ວຍການປ່ອຍໃຫ້ພັກວຽກຕາມສະໄໝ (ໃຫ້ໄປທຽ່ວຕາມການເວລາ)
ຄະຫະບໍດິບຸດ! ທິສເບື້ອງຕໍ່າຄື ທາສກັມມະກອນ ອັນເຈົ້ານາຍປະຕິບັດຕໍ່ໂດຍຖານະ 5 ປະການເຫຼົ່ານີ້ແລ້ວຍ່ອມອະນຸເຄາະ ເຈົ້ານາຍໂດຍຖານະ 5 ປະການຄື:
1. ໃຫ້ລຸກຂື້ນເຮັດວຽກກ່ອນເຈົ້ານາຍ (ຫົວໜ້າ)
2. ເລິກວຽກທີຫຼັງເຈົ້ານາຍ
3. ຖືເອົາແຕ່ຂອງທີ່ເຈົ້ານາຍໃຫ້
4. ເຮັດວຽກໃຫ້ດີທີ່ສຸດ
5. ນຳກຽດຕິຄຸນເຈົ້ານາຍໄປເລົ່າລື...
-ບາລີ ປາ. ທີ. 11/203/199.








