ຄວາມສຳຄັນຂອງສີລ
ທໍາໃນເບື້ອງຕົ້ນ
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສີລທີ່ເປັນກຸສົລມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ສີລທີ່ເປັນກຸສົລ ມີອະວິປປະຕິສານເປັນຜົລ ມີອະວິປປະຕິສານເປັນອານິສົງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍອະວິປປະຕິສານມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ອະວິປປະຕິສານມີປາໂມທເປັນຜົລ ມີປາໂມທເປັນອານິສົງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍປາໂມທມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ປາໂມທມີປີຕິເປັນຜົລ ມີປີຕິເປັນອານິສົງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປີຕິມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ປີຕິມີປັສສັທທິເປັນຜົລ ມີປັສສັທທິເປັນອານິສົງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ປັສສັທທິມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ປັສສັທທິມີສຸຂເປັນຜົລ ມີສຸຂເປັນອານິສົງຄ໌.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສຸຂມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ສຸຂມີສະມາທິເປັນຜົລ ມີສະມາທິເປັນອານິສົງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສະມາທິມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ສະມາທິມີຍະຖາພູຕະຍານທັສສະນະເປັນຜົລ ມີຍະຖາພູຕະຍານທັສສະນະເປັນອານິສົງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍຍະຖາພູຕະຍານທັສສະນະມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ຍະຖາພູຕະຍານທັສສະນະມີນິພພິທາວິຣາຄະເປັນຜົລ ມີນິພພິທາວິຣາຄະເປັນອານິສົງ.
ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ກໍນິພພິທາວິຣາຄະມີອັນໃດເປັນຜົລ ມີອັນໃດເປັນອານິສົງ?
ອານົນທ໌ ! ນິພພິທາວິຣາຄະມີວິມຸຕຕິຍານທັສສະນະເປັນຜົລ ມີວິມຸຕຕິຍານທັສສະນະເປັນອານິສົງ...
- ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໑-໒/໑
ຄວາມສຳຄັນຂອງສີລ








