ສັງຄົມຊົ່ວເພາະຄົນດີອ່ອນແອ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ ! ສະມັຍໃດ #ພວກໂຈນມີກຳລັງ ສະມັຍນັ້ນພຣະຣາຊາຍ່ອມເສື່ອມກຳລັງ ຄາວນັ້ນທັງພຣະຣາຊາເອງກໍໝົດຄວາມຜາສຸກທີ່ຈະເຂົ້າໃນ ອອກນອກ ຫລືທີ່ຈະອອກຄຳສັ່ງໄປຍັງຊົນນະບົດເຂດຊາຍແດນ ເຖິງແມ່ນວ່າພວກພຣາມແລະຄະຫະບໍດີກໍໝົດຄວາມສະດວກທີ່ຈະເຂົ້າໃນ-ອອກນອກ ຫລືຈະອຳນວຍການງານນອກເມືອງ ຂໍ້ນີ້ສັນໃດ.

ພິກຂຸທັງຫລາຍ ສະມັຍໃດ ພິກຂຸຊົ່ວຊາມມີກຳລັງ ສະມັຍນັ້ນ ໝູ່ພິກຂຸຜູ້ມີສີນເປັນທີ່ຮັກ ຍ່ອມເສື່ອມກຳລັງ ຄາວນັ້ນພິກຂຸຜູ້ມີສີນເປັນທີ່ຮັກ ຈຳຕ້ອງເປັນຜູ້ນັ່ງນິ້ງ ມິດງຽບຢູ່ໃນທ່າມກາງສົງ ຫລືເຖິງກັບຕ້ອງໄປຢູ່ຕາມຊົນນະບົດເຂດຊາຍແດນ ສັນນັ້ນເໝືອນກັນ.

ພິກຂຸທັງຫລາຍ ! ຂໍ້ນີ້ຍ່ອມບໍ່ເປັນໄປເພື່ອປະໂຫຍດແກ່ມະຫາຊົນ ບໍ່ເປັນໄປເພື່ອຄວາມສຸກ ເປັນຄວາມເສື່ອມເສຍແກ່ມະຫາຊົນເປັນອັນມາກ ແລະບໍ່ເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມທຸກຂ໌ແກ່ເທວະດາແລະມະນຸດທັງຫລາຍ.

ພິກຂຸທັງຫລາຍ ! ສະມັຍໃດ ພຣະຣາຊາມີກຳລັງ ສະມັຍນັ້ນພວກໂຈນຍ່ອມເສື່ອມກຳລັງ ຄາວນັ້ນພຣະຣາຊາເອງກໍມີຄວາມຜາສຸກທີ່ຈະເຂົ້າໃນ ອອກນອກ ຫລືທີ່ຈະອອກຄຳສັ່ງໄປຍັງຊົນນະບົດເຂດຊາຍແດນ ແມ່ນວ່າພວກພຣາມແລະຄະຫະບໍດີ ກໍມີຄວາມສະດວກສະບາຍທີ່ຈະເຂົ້າໃນອອກນອກ ຫລືທີ່ຈະອຳນວຍການງານນອກເມືອງ ຂໍ້ນີ້ສັນໃດ.

ພິກຂຸທັງຫລາຍ ! ສະມັຍໃດ ໝູ່ພິກຂຸຜູ້ມີສີນເປັນທີ່ຮັກມີກຳລັງ ສະມັຍນັ້ນ ພິກຂຸຊົ່ວຊາມຍ່ອມເສື່ອມກຳລັງ ຄາວນັ້ນພວກພິກຂຸຊົ່ວຊາມ ຈຳຕ້ອງເປັນຜູ້ນັ່ງນິ້ງ ມິດງຽບຢູ່ໃນທ່າມກາງສົງ ຫລືເປັນພວກຕ້ອງຫລົ່ນໄປເອງ ສັນນັນເໝືອນກັນ.

ພິກຂຸທັງຫລາຍ ! ຂໍ້ນີ້ຍ່ອມເປັນໄປເພື່ອປະໂຫຍດແກ່ມະຫາຊົນທັງຫລາຍ ໃຫ້ມະຫາຊົນມີຄວາມສຸກ ເປັນຄວາມຈະເລີນແກ່ມະຫາຊົນເປັນອັນມາກ ແລະເປັນໄປເພື່ອຄວາມເກື້ອກູນ ເພື່ອຄວາມສຸກທັງແກ່ເທວະດາແລະທະນຸດທັງຫລາຍ.


ບາລີ ທຸກ.ອໍ.໒໐/໘໗/໒໘໔.


ສັງຄົມຊົ່ວເພາະຄົນດີອ່ອນແອ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ