ຄວາມບໍຣິສຸດຍ່ອມບໍ່ມີເພາະນ້ຳ

ທໍາໃນເບື້ອງຕົ້ນ

0:00/0:00

ເລື່ອງເກີດຂຶ້ນທີ່ນະຄອນສາວັຕຖີ

ສະໄໝນັ້ນ ສັງຄະຣະວະພຣາມອາໄສຢູ່ໃນນະຄອນສາວັຕຖີ ມີລັດທິທີ່ເຊື່ອຖືຄວາມບໍຣິສຸດດ້ວຍນ້ຳ ປາຖະໜາຄວາມບໍຣິສຸດດ້ວຍນ້ຳ ຖືການລົງອາບນ້ຳຊຳລະຮ່າງກາຍທັງເວລາຄ່ຳແລະເວລາເຊົ້າເປັນປະຈຳ.

ຄັນເວລາເຊົ້າ ພຣະອານົນຄອງຜ້າອັນຕະຣະວາສົກ ຖືບາຕແລະຈີວອຣ ເຂົ້າໄປບິນທະບາຕຍັງນະຄອນສາວັຕຖີ ກັບຈາກບິນທະບາຕພາຍຫລັງສັນພັດຕາຫານສຳເລັດແລ້ວ ເຂົ້າໄປເຝົ້າພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ຖວາຍອະພິວາທແລ້ວນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ໄດ້ກຣາບທູນພຣະຜູ້ມີພຣະພາກເຈົ້າດັ່ງນີ້ວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ສັງຄະຣະວະພຣາມອາໄສຢູ່ໃນນະຄອນສາວັຕຖີ ເຂົາມີລັດທິທີ່ເຊື່ອຖືຄວາມບໍຣິສຸດດ້ວຍນ້ຳ ປາຖະໜາຄວາມບໍຣິສຸດດ້ວຍນ້ຳ ຖືການລົງອາບນ້ຳຊຳລະຮ່າງກາຍທັງເວລາຄ່ຳແລະເວລາເຊົ້າເປັນປະຈຳ ຂໍພຣະອົງຄ໌ປະທານໂອກາດ ຂໍພຣະຜູ້ມີພຣະພາກເຈົ້າໂປດອະນຸເຄາະສະເດັດເຂົ້າໄປຫາສັງຄະຣະວະພຣາມເຖິງທີ່ຢູ່ດ້ວຍເຖີດ ຂ້ານ້ອຍ; ພຣະຜູ້ມີພຣະພາກຊົງຮັບນິມົນດ້ວຍດຸສະນີພາບ.

ຄັັນເວລາເຊົ້າ ພຣະຜູ້ມີພຣະພາກຊົງຄອງຜ້າອັນຕະຣະວາສົກ ຖືບາຕແລະຈີວອຣສະເດັດເຂົ້າໄປຫາສັງຄະຣະວະພຣາມເຖິງທີ່ຢູ່ ແລ້ວປະທັບນັ່ງເທິງອາສະນະທີ່ປູລາດໄວ້ແລ້ວ.

ລຳດັບນັ້ນ ສັງຄະຣະວະພຣາມເຂົ້າໄປຫາພຣະຜູ້ມີພຣະພາກເຈົ້າເຖິງທີ່ປະທັບ ໄດ້ສົນທະນາປາສັຍພໍໃຫ້ເປັນທີ່ບັນເທິງໃຈ ພໍໃຫ້ລະນຶກເຖິງກັນແລ້ວ ກໍນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ພຣະຜູ້ມີພຣະພາກເຈົ້າຕຣັສຖາມສັງຄະຣະວະພຣາມວ່າ:

ດູຣາພຣາມ ! ເຂົາກ່າວກັນວ່າ ທ່ານໄດ້ຊື່ວ່າຖືຄວາມບໍຣິສຸດດ້ວຍນ້ຳ ປາຖະໜາຄວາມບໍຣິສຸດດ້ວຍນ້ຳ ຖືການລົງອາບນ້ຳຊຳລະຮ່າງກາຍທັງເວລາຄ່ຳ ແລະເວລາເຊົ້າເປັນປະຈຳຈິງຫລືບໍ່?

ຈິງຢ່າງນັ້ນ ພຣະໂຄດົມຜູ້ຈະເຣີນ.

ດູຣາພຣາມ ! ທ່ານມອງເຫັນອຳນາດປະໂຫຍດອັນໃດ ຈຶ່ງໄດ້ຊື່ວ່າ ມີລັດທິຖືຄວາມບໍຣິສຸດດ້ວຍນ້ຳ ປາຖະໜາຄວາມບໍຣິສຸດດ້ວຍນ້ຳ ຖືການລົງອາບນ້ຳຊຳລະຮ່າງກາຍທັງເວລາຄ່ຳ ແລະເວລາເຊົ້າເປັນປະຈຳຢ່າງນັ້ນ?

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ບາບກັມໃດທີ່ຂ້ານ້ອຍທຳໃນເວລາກາງເວັນ ຂ້ານ້ອຍກໍລອຍບາບກັມນັ້ນດ້ວຍການອາບນ້ຳໃນເວລາຄ່ຳ; ບາບກັມໃດທີ່ຂ້ານ້ອຍທຳໃນເວລາກາງຄືນ ຂ້ານ້ອຍກໍລອຍບາບກັມນັ້ນດ້ວຍການອາບນ້ຳໃນເວລາເຊົ້າ.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້ານ້ອຍມອງເຫັນອຳນາດປະໂຫຍດນີ້ແລ ຈຶ່ງໄດ້ຊື່ວ່າມີລັດທິຖືຄວາມບໍຣິສຸດດ້ວຍນ້ຳ ປາຖະໜາຄວາມບໍຣິສຸດດ້ວຍນ້ຳ ຖືການລົງອາບນ້ຳຊຳລະຮ່າງກາຍທັງເວລາຄ່ຳແລະເວລາເຊົ້າເປັນປະຈຳ.

ພຣາມ ! ບຸກຄົນຜູ້ເຖິງເວທທັງຫລາຍນັ້ນຍ່ອມອາບໃນສາຍນ້ຳຄືທັມຂອງສັຕຕະບຸຣຸສທັງຫລາຍ ເຊິ່ງມີທ່າຄືສີລບໍ່ຂຸ່ນມົວ ອັນສັຕຕະບຸຣຸສທັງຫລາຍສັນລະເສີນແລ້ວ ເປັນຜູ້ມີຕົວບໍ່ປຽກຊຸ່ມ ຍ່ອມຂ້າມເຖິງຝັ່ງໄດ້.

ເມື່ອພຣະຜູ້ມີພຣະພາກເຈົ້າຕຣັສຢ່າງນີ້ແລ້ວ ສັງຄະຣະວະພຣາມໄດ້ກຣາບທູນພຣະຜູ້ມີພຣະພາກເຈົ້າດັ່ງນີ້ວ່າ: ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ, ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ພາສິຕຂອງພຣະອົງຄ໌ແຈ່ມແຈ້ງຫລາຍ ພຣະອົງຄ໌ຊົງປະກາດທັມໂດຍອະເນກປະຣິຍາຍ ເໝືອນການຫງາຍຂອງທີ່ຂວ້ຳ ເປີດຂອງທີ່ປິດ ບອກທາງແກ່ຄົນຫລົງທາງ ຫລືສ່ອງປະທີບໄວ້ໃນທີ່ມືດ ດວ້ຍຄິດວ່າ ຄົນມີຕາດີຈັກເຫັນຮູບດັ່ງນີ້.

ຂ້າແຕ່ພຣະໂຄດົມຜູ້ຈະເຣີນ ! ຂ້ານ້ອຍຂໍເຖິງພຣະຜູ້ມີພຣະພາກເຈົ້າ ພຣະທັມ ແລະພຣະສົງຄ໌ວ່າເປັນສະຣະນະ ຂໍພຣະອົງຄ໌ຊົງຈຳຂ້ານ້ອຍໄວ້ວ່າ ເປັນອຸປາສົກ ຜູ້ເຖິງສະຣະນະຕະຫລອດຊີວິດ ຕັ້ງແຕ່ວັນນີ້ເປັນຕົ້ນໄປ.


ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ສະຄາຖະວັຄ ໑໕/໒໒໑-໒໒໓/໗໑໙-໗໒໓


ຄວາມບໍຣິສຸດຍ່ອມບໍ່ມີເພາະນ້ຳ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ