ສະຫລາດໃນວາລະຈິດຂອງຕົນ

ທໍາໃນທ່າມກາງ

0:00/0:00

ພິກຂຸທັງຫລາຍ ! ຖ້າພິກຂຸບໍ່ເປັນຜູ້ສະຫລາດໃນວາລະຈິຕຂອງຜູ້ອື່ນນັ້ນ ເມືອງເປັນເຊັ່ນນັ້ນທ່ານຈົ່ງ ທຳຄວາມສຳນຶກວ່າ “ເຮົາຈັກເປັນຜູ້ສະຫລາດໃນວາລະຈິຕຂອງຕົນ” ດັ່ງນີ້ເຖີ້ນ.

ພິກຂຸທັງຫລາຍ ! ພິຫຂຸເປັນຜູ້ສະຫລາດໃນວາລະຈິຕແຫ່ງຕົນ ເປັນແນວໃດໜໍ ?

ພິກຂຸທັງຫລາຍ ! ປຽບເຫມືອນຊາຍຫນຸ່ມ ຍິ່ງສາວ ທີ່ມັກແຕ່ງຕົວສ່ອງເບິ່ງເງົາຫນ້າຂອງຕົນ ທີ່ ແວ່ານສ່ອງຫນ້າ ຫລື ພາຊະນະນ້ຳອັນບໍຣິສຸດ ຫມົດຈົດໃສສະອາດ ຖ້າເຫັນທຸລີ ຫລື ຕ່ອມທີ່ຫນ້າ ກໍພະຍາຍາມ ນຳທຸລີ ຫລື ຕ່ອມທີ່ຫນ້ານັ້ນອອກເສຍ ຖ້າບໍ່ເປັນທຸລີ ຫລືຕ່ອມ ກໍຍິນດີພໍໃຈວ່າເປັນລາພໜໍ ບໍຣິສຸດດີແລ້ວໜໍ ຂໍ້ນີ້ສັນໃດ

ພິກຂຸທັງຫລາຍ ! ການພິຈາຣະນາຂອງພິກຂຸ ກໍສັນນັ້ໜເຫມືອນກັນ ຄື ຈະມີອຸປະກາຣະຫລາຍໃນກຸສົລທັມທັງຫລາຍ ໃນເມື່ອທ່ານພິກຈາລະນາວ່າ

“ ເຮົາມີຊີວິດຢູ່ໂດຍຫລາຍ ໂດຍມີອະພິຊະຍາ ຫລື ບໍ່ມີ ອະພິຊະຍາ

ເຮົາມີຈິຕຢູ່ໂດຍຫລາຍ ໂດຍມີຈິດພະຍາບາດ ຫລື ບໍ່ມີຈິຕພະຍາບາດ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍມີ ຖີນະມິທທະປຸ້ມລຸມ ຫລື ປາສະຈາກຖີນະມິທທະ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍມີຄວາມ ຟຸ່ງຊ່ານ ຫື ບໍ່ຟຸ່ງຊ່ານ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍມີ ວິຈິກິຈສາ ຫລື ຫມົດ ວິຈິກິຈສາ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍເປັນຜູ້ມັກໂກຣ ຫລື ບໍ່ມັກໂກຣ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍມີຈິຈເສົ້າຫມອງຫລືວ່າບໍ່ມີຈິຕເສົ້າຫມອງ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍມີກາຍອັນຄຽດຄັດໃນການປະຕິບັດທັມ ຫລື ບໍ່ມີກາຍອັນຄຽດຄັດ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍເປັນຜູ້ກຽດຄ້ານ ຫລືເປັນຜູ້ປາຣົບຄວາມພຽນ

ເຮົາມີຊີວິດຢູ່ໂດຍຫລາຍ ໂດຍມີຈິຕຕັ້ງໜັ່ນ ຫລື ບໍ່ມີຈິຕຕັ້ງໝັ່ນ ” ດັ່ງນີ້.

ພິກຂຸທັງຫລາຍ ! ຖ້າພິກຂຸພິຈາຣະນາຢູ່ຮູ້ສຶກວ່າ “ເຮົາຢູ່ໂດຍຫລາຍ ໂດຍຄວາມເປັນຜູ້ຫລາຍດ້ວຍອະພິຊະຍາ ມີຈິຕພະຍາບາດ ຖີນະມິທທະປຸ້ມລຸມ ຟຸ້ງຊ່າມ ມີວິຈິກິຈສາ ມັກໂກຣ ມີຈິດເສົ້າຫມອງ ມີກາຍຄຽດຄັດ ກຽດຄ້ານ ມີຈິຕບໍ່ຕັ້ງໝັ້น” ດັ່ງນີ້ແລ້ວ

ພິກຂຸທັ້ໜ ຈົງກະທຳເຊິ່ງ ສັນທະ (ຄວາມພໍໃຈ) ວາຍາມະ(ຄວາມພະຍາຍາມ) ອຸສສາຫະ ອຸສໂສລະຫີ (ຄວາມກະຕືລືລົ້ນ) ອັປປະຕິວານີ (ຄວາມບໍ່ຖອຍຫລັງ) ສະຕິແລະສັມປະຊັນຍະ ຢ່າງແຮງກ້າເພື່ອລະເສຍເຊິ່ງທັມອນເປັນບາບອະອຸສົນເຫລົ່ານັ້ນເຊັ່ນດຽວກັບ ບຸຄົນຜູ້ມີເສື້ອຜ້າຫລື ສີສະອັນໄຟລຸກຮຸ່ງແລ້ວ ຈະຕ້ອງກະທັມ ສັນທະ ວາຍາມະ ອຸສສາຫະ ອຸສໂສລະຫີ ອັປປະຕິວານີ ສະຕິແລະສັມປະຊັນຍະ ຢ່າງແຮງກ້າເພື່ອຈະດັບໄຟທີ່ເສື້ອຫລື ສີສະນັ່ນເສຍ , ສັນໃດ ກໍສັນນັ້ນ.

ພິກຂຸທັງຫລາຍ ! ຖ້າພິກຂຸພິຈາຣະນາຢູ່ຮູ້ສຶກວ່າ “ເຮົາຢູ່ໂດຍຫລາຍ ໂດຍຄວາມເປັນຜູ້ບໍ່ມີອະພິຊະຍາ ບໍ່ມີຈິຕພະຍາບາດ ບໍ່ມີຖີນະມິທທະປຸ້ມລຸມ ບໍ່ຟຸ້ງຊ່າມ ຫມົດວິຈິກິຈສາ ບໍ່ມັກໂກຣ ມີຈິດບໍ່ເສົ້າຫມອງ ມີກາຍບໍ່ຄຽດຄັດ ບໍ່ປາຣົບຄວາມພຽນ ມີຈິຕບໍ່ຕັ້ງໝັ້น” ດັ່ງນີ້ແລ້ວ ພິກຂຸນັ້ນ ຈົງຕັ້ງຢູ່ໃນກຸສົລທັມເຫລົ່ນນັ້ນແລ ແລ້ວປະກອບໂຍຄະກັມ ເພື່ອຄວາມສິ້ນອາສະວະທັ່ງຫລາຍໃຫ້ຍິ່ງຂື້ນໄປ.


- ບາລີ ທສກ. ອໍ. 24/97/51.


ສະຫລາດໃນວາລະຈິດຂອງຕົນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ