ສະຕິ ສັມປະຊັນຍະ
ທໍາໃນທ່າມກາງ
ພິກຂຸທັງຫລາຍ! ພິກຂຸຈົ່ງເປັນຜູ້ມີສະຕິສັມປະຊັນຍະຢູ່ເຖີດ ນີ້ເປັນອະນຸສາສະນີຂອງເຮົາແກ່ທ່ານທັງຫລາຍ.
ພິກຂຸທັງຫລາຍ! ກໍພິກຂຸເປັນຜູ້ມີສະຕິເປັນແນວໃດ?
ພິກຂຸໃນທັມວິນັຍນີ້ ພິຈາຣະນາເຫັນກາຍໃນກາຍຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຍ່ອມກຳຈັດອະພິຊຊາແລະໂທມະນັສໃນໂລກອອກເສຍໄດ້;
ພິຈາຣະນາເຫັນເວທະນາໃນເວທະນາຢູ່...,
ພິຈາຣະນາເຫັນຈິດໃນຈິດຢູ່...,
ພິຈາຣະນາເຫັນທັມໃນທັມຢູ່ ມີຄວາມພຽນເຜົາກິເລສ ມີສັມປະຊັນຍະ ມີສະຕິ ຍ່ອມກຳຈັດອະພິຊຊາແລະ ໂທມະນັສໃນໂລກອອກເສຍໄດ້.
ພິກຂຸທັງຫລາຍ! ພິກຂຸເປັນຜູ້ມີສະຕິຢ່າງນີ້ແລ.
ພິກຂຸທັງຫລາຍ! ກໍພິກຂຸເປັນຜູ້ມີສັມປະຊັນຍະເປັນແນວໃດ?
ພິກຂຸໃນທັມວິນັຍນີ້ ຍ່ອມກະທຳຄວາມຮູ້ສຶກຕົວໃນການກ້າວໄປ, ການຖອຍກັບ, ກະທຳຄວາມຮູ້ສຶກຕົວໃນການຫລຽວ ການແລ, ກະທຳຄວາມຮູ້ສຶກຕົວໃນການຄູ້ເຂົ້າ ແລະ ຢຽດອອກ, ກະທຳຄວາມຮູ້ສຶກຕົວໃນການຊົງຜ້າສັງຄາຕິ, ບາຕ ແລະ ຈີວອຣ, ກະທຳຄວາມຮູ້ສຶກຕົວໃນການກິນ ການດື່ມ ການຄ້ຽວ ການຊີມ, ກະທຳຄວາມຮູ້ສຶກຕົວໃນການຖ່າຍອຸດຈາຣະ ປັສສາວະ, ກະທຳຄວາມຮູ້ສຶກຕົວໃນການເດີນ ຢືນ ນັ່ງ ນອນ ການຕື່ນຂຶ້ນ ການເວົ້າ ການນິ້ງ;
ພິກຂຸທັງຫລາຍ! ພິກຂຸເປັນຜູ້ມີສັມປະຊັນຍະຢ່າງນີ້ແລ.
ພິກຂຸຈົ່ງເປັນຜູ້ມີສະຕິ ສັມປະຊັນຍະຢູ່ເຖີດ ນີ້ເປັນອະນຸສາສະນີຂອງເຮົາແກ່ທ່ານທັງຫລາຍ.
ພຸທທະວະຈະນະ ເຫລັ້ມທີ ໑໑ ສະຕິສູຕຣ ໜ້າທີ ໓໙໕
ສະຕິ ສັມປະຊັນຍະ








