ເຫດໃດຈຶ່ງຊື່ວ່າ "ອຸປາສົກ" ແລະ ດ້ວຍເຫດພຽງເທົ່າໃດ

ທໍາໃນເບື້ອງຕົ້ນ

0:00/0:00

ເຫດໃດຈຶ່ງຊື່ວ່າ "ອຸປາສົກ" ແລະດ້ວຍເຫດພຽງເທົ່າໃດ

ອຸປາສົກຈຶ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສັທທາ?

(ຊາວພຸທທຸກຄົນຄວນອ່ານ...)

ສະໄໝໜຶ່ງ ພຣະພາຄເຈົ້າປະທັບຢູ່ໃນນິໂຄທາຣາມ ໃກ້ພຣະນະຄອຣກະບິນລະພັຕ ແຄວ້ນສັກກະ ຄັ້ງນັ້ນ ພຣະເຈົ້າມະຫານາມະສັກກາຍະຣາຊສະເດັດເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຊົງອະພິວາທແລ້ວ ປະທັບນັ່ງໃນທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ທູນຖາມພຣະຜູ້ມີພຣະພາຄເຈົ້າວ່າ:

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫດພຽງເທົ່າໃດ ບຸກຄົນຈິ່ງຊື່ວ່າ ອຸປາສົກ?

ມະຫານາມະ! ບຸກຄົນຜູ້ເຖິງພຣະພຸທທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ. ມະຫານາມະ ດ້ວຍເຫດພຽງເທົ່ານີ້ແລ ບຸກຄົນຈິ່ງຊື່ວ່າ ອຸປາສົກ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫດພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສີລ?

ມະຫານາມະ! ອຸປາສົກເປັນຜູ້ງົດເວັ້ນຈາກການຂ້າສັຕ, ເປັນຜູ້ງົດເວັ້ນຈາກການລັກຊັພ, ເປັນຜູ້ງົດເວັ້ນຈາກການປະພຶດຜິດໃນກາມ, ເປັນຜູ້ງົດເວັ້ນຈາກການເວົ້າຕົວະ, ເປັນຜູ້ງົດເວັ້ນຈາກການດື່ມນ້ຳເມົາຄື ສຸຣາແລະເມຣັຍອັນເປັນທີ່ຕັ້ງແຫ່ງຄວາມປະໝາດ. ມະຫານາມະ ດ້ວຍເຫດພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສີລ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫດພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສັທທາ?

ມະຫານາມະ! ອຸປາສົກໃນທັມວິນັຍນີ້ ເປັນຜູ້ສັທທາ ເຊື່ອພຣະປັນຍາການຕຣັສຮູ້ຂອງຕະຖາຄົຕວ່າ: ເພາະເຫດຢ່າງນີ້ຢ່າງນີ້ ພຣະຜູ້ມີພຣະພາຄເຈົ້ານັ້ນ ເປັນຜູ້ໄກຈາກກິເລສ, ຕຣັສຮູ້ຊອບໄດ້ໂດຍພຣະອົງຄ໌ເອງ, ເປັນຜູ້ເຖິງພ້ອມດ້ວຍວິຊຊາແລະຈະຣະນະ, ເປັນຜູ້ໄປແລ້ວດ້ວຍດີ, ເປັນຜູ້ຮູ້ໂລກຢ່າງແຈ່ມແຈ້ງ, ເປັນຜູ້ສາມາດຝຶກຄົນທີ່ຄວນຝຶກໄດ້ຢ່າງບໍ່ມີໃຜຍິ່ງກວ່າ, ເປັນຄຣູຂອງເທວະດາແລະມະນຸສທັງຫລາຍ, ເປັນຜູ້ຮູ້ ຜູ້ຕື່ນ ຜູ້ເບີກບານດ້ວຍທັມ, ເປັນຜູ້ມີຄວາມຈຳເຣີນຈຳແນກທັມສັ່ງສອນສັຕ ດັ່ງນີ້. ມະຫານາມະ ດ້ວຍເຫດພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍສັທທາ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫດພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍຈາຄະ?

ມະຫານາມະ! ອຸປາສົກໃນທັມວິນັຍນີ້ ມີໃຈປາສະຈາກມັຈສະຣິຍະອັນເປັນມົນທິນ ມີຈາຄະອັນປ່ອຍຢູ່ ມີຝາມືອັນຊຸ່ມ ຍິນດີໃນການສະລະ ເປັນຜູ້ຄວນແກ່ການຂໍ ຍິນດີໃນການຈຳແນກທານ ຢູ່ຄອງເຮືອນ. ມະຫານາມະ ດ້ວຍເຫດພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍຈາຄະ.

ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ! ດ້ວຍເຫດພຽງເທົ່າໃດ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍປັນຍາ?

ມະຫານາມະ! ອຸປາສົກໃນທັມວິນັຍນີ້ ເປັນຜູ້ມີປັນຍາ ປະກອບດ້ວຍປັນຍາເຄື່ອງກຳນົດຮູ້ຄວາມເກີດແລະຄວາມດັບອັນເປັນອະຣິຍະ ເປັນເຄື່ອງຊຳຣະກິເລສໃຫ້ເຖິງຄວາມສິ້ນທຸກຂ໌ໂດຍຊອບ. ມະຫານາມະ ດ້ວຍເຫດພຽງເທົ່ານີ້ແລ ອຸປາສົກຈິ່ງຊື່ວ່າ ເປັນຜູ້ເຖິງພ້ອມດ້ວຍປັນຍາ.


ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໙໒/໑໕໙໐


ເຫດໃດຈຶ່ງຊື່ວ່າ "ອຸປາສົກ" ແລະ ດ້ວຍເຫດພຽງເທົ່າໃດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ