ກັນລະຍານະມິດເປັນທັງໝົດຂອງພຣົມມະຈັນ
ທໍາໃນເບື້ອງຕົ້ນ
ຂ້າແຕ່ພຣະອົງຜູ້ຈະເຣີນ! ຄວາມເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ນີ້ເປັນເຄິ່ງໜຶ່ງຂອງພຣົມມະຈັນ ພຣະອົງຄ໌ຜູ້ຈະເຣີນ!
ອານົນທ໌! ເຈົ້າຢ່າກ່າວຢ່າງນັ້ນ, ອານົນທ໌ ເຈົ້າຢ່າກ່າວຢ່າງນັ້ນ
ຄວາມເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ນີ້ເປັນທັງໝົດຂອງພຣົມມະຈັນ.
ອານົນທ໌! ພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກຈະເຣີນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຈະກະທຳໃຫ້ຫລາຍເຊິ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘
ອານົນທ໌! ພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຈະເຣີນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຈະກະທຳໃຫ້ຫລາຍເຊິ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຢ່າງໃດ?
ອານົນທ໌! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສັມມາທິຕຖິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ຍ່ອມຈະເຣີນສັມມາສັງກັປປະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ຍ່ອມຈະເຣີນສັມມາວາຈາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ຍ່ອມຈະເຣີນສັມມາກັມມັນຕະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ຍ່ອມຈະເຣີນສັມມາອາຊີວະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ຍ່ອມຈະເຣີນສັມມາວາຍາມະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ຍ່ອມຈະເຣີນສັມມາສະຕິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ຍ່ອມຈະເຣີນສັມມາສະມາທິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນການສະລະ.
ອານົນທ໌! ພິກຂຸເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີ ຍ່ອມຈະເຣີນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຈະກະທຳໃຫ້ຫລາຍເຊິ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຢ່າງນີ້ແລ.
ອານົນທ໌! ຂໍ້ວ່າ ຄວາມເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີເປັນທັງໝົດຂອງພຣົມມະຈັນນັ້ນ ຈົ່ງຊາບໂດຍປະຣິຍາຍນີ້ວ່າ:
ສັຕຜູ້ມີຄວາມເກີດເປັນທັມມະດາ ຍ່ອມພົ້ນຈາກຄວາມເກີດໄດ້;
ສັຕຜູ້ມີຄວາມແກ່ເປັນທັມມະດາ ຍ່ອມພົ້ນຈາກຄວາມແກ່ໄດ້;
ສັຕຜູ້ມີຄວາມຕາຍເປັນທັມມະດາ ຍ່ອມພົ້ນຈາກຄວາມຕາຍໄດ້;
ສັຕຜູ້ມີຄວາມໂສກ ຄວາມຮ່ຳໄຮຣຳພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈເປັນທັມມະດາ ຍ່ອມພົ້ນຈາກຄວາມໂສກ ຄວາມຮ່ຳໄຮຣຳພັນ ຄວາມທຸກຂ໌ກາຍ ຄວາມທຸກຂ໌ໃຈ ຄວາມຄັບແຄ້ນໃຈໄດ້ ເພາະອາສັຍເຮົາເປັນກັລຍານະມິຕ.
ອານົນທ໌! ຂໍ້ວ່າ ຄວາມເປັນຜູ້ມີມິຕດີ ມີສະຫາຍດີ ມີເພື່ອນດີເປັນທັງໝົດຂອງພຣົມມະຈັນນັ້ນ ຈົ່ງຊາບໂດຍປະຣິຍາຍນີ້ແລ.
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໐໒/໐໔-໐໗
ກັນລະຍານະມິດເປັນທັງໝົດຂອງພຣົມມະຈັນ








