ຄວາມບໍ່ມີເວນ
ທໍາໃນເບື້ອງຕົ້ນ
ສະມັຍຫນຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ເຈດີຍ໌ ຊື່ວ່າ ມະນິມາພກະ ອັນເປັນທີ່ຄອບຄອງຂອງຍັກສ໌
ຊື່ມະນີພັທທະ ໃນແຄວ້ນ ມະຄະທະ ຯ
ຄັ້ງນັ້ນແລ ຍັກສ໌ຊື່ມະນີພັທທະເຂົ້າໄປເຝົ້າພຣະຜູ້ມີພຣະພາຄເຖິງທີ່ປະທັບ ຄຣັ້ນແລ້ວ ໄດ້ກ່າວຄາຖານີ້ໃນສຳນັກພຣະຜູ້ມີພຣະພາຄວ່າ
ຄວາມຈະເຣີນຍ່ອມມີແກ່ຄົນມີສະຕິທຸກເມື່ອ
ຄົນມີສະຕິຍ່ອມໄດ້ຄວາມສຸກຂ໌
ຄວາມດີຍ່ອມມີແກ່ຄົນທີ່ມີສະຕິເປັນນິຕຍ໌
ແລະຄົນມີສະຕິຍ່ອມຫລຸດພົ້ນຈາກເວຣ ຯ
ພຣະຜູ້ມີພຣະພາຄຕຣັສວ່າ
ຄວາມຈະເຣີນຍ່ອມມີແກ່ຄົນມີສະຕິທຸກເມື່ອ
ຄົນມີສະຕິຍ່ອມໄດ້ຄວາມສຸກຂ໌
ຄວາມດີຍ່ອມມີແກ່ຄົນມີສະຕິເປັນນິຕຍ໌
ແຕ່ຄົນມີສະຕິຍັງບໍ່ຫລຸດພົ້ນຈາກເວຣ ຯ
ແຕ່ຜູ້ໃດມີໃຈຍິນດີໃນຄວາມບໍ່ບຽດບຽນຕະຫລອດວັນແລະຄືນທັງຫມົດ ແລະເປັນຜູ້ມີສ່ວນແຫ່ງເມຕຕາໃນສັພພະສັຕວ໌ ຜູ້ນັ້ນຍ່ອມບໍ່ມີເວຣກັບໃຜໆ ຯ
ພຣະໄຕປິດົກ ເລ່ມທີ່ 15 ສຸຕຕັນຕະປິດົກ ສັງຍຸຕຕະນິກາຍ ສະຄາຖະວັຄ ຫນ້າທີ່ 250.
ຄວາມບໍ່ມີເວນ








