ພິກຂຸຜູ້ຫລອກລວງ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ ພິກຂຸເຫລົ່າໃດເປັນຜູ້ຫລອກລວງ (ພິກຂູ ກຸຫາ) ກະດ້າງ ເປັນຄົນປະຈົບປະແຈງ ຊອບວາງທ່າ ອວດດີ ມີຈິຕບໍ່ຕັ້ງໝັ້ນ ພິກຂຸທັງຫລາຍ ພິກຂຸເຫລົ່ານັ້ນເປັນຜູ້ບໍ່ນັບຖືເຮົາ (ນະ ເມ ເຕ ພິກຂະເວ ພິກຂູ ມາມະກາ) ພິກຂຸທັງຫລາຍ ພິກຂຸເຫລົ່ານັ້ນພາກໄປ (ອະປະຄະຕາ) ຈາກທັມວິນັຍນີ້ ແລະຍ່ອມບໍ່ເຖິງຄວາມຈະເຣີນງອກງາມໄພບູນໃນທັມວິນັຍນີ້ໄດ້.

ພິກຂຸທັງຫລາຍ ສ່ວນພິກຂຸເຫລົ່າໃດເປັນຜູ້ບໍ່ຫລອກລວງ ບໍ່ປະຈົບປະແຈງ ເປັນຜູ້ມີປັນຍາ ບໍ່ກະດ້າງ ມີຈິຕຕັ້ງໝັ້ນ ພິກຂຸທັງຫລາຍ ພິກຂຸເຫລົ່ານັ້ນແລເປັນຜູ້ນັບຖືເຮົາ ພິກຂຸທັງຫລາຍ ພິກຂຸເຫລົ່ານັ້ນບໍ່ພາກໄປຈາກທັມວິນັຍນີ້ ແລະຍ່ອມເຖິງຄວາມຈະເຣີນງອກງາມໄພບູນໃນທັມວິນັຍນີ້ໄດ້.

ພິກຂຸເຫລົ່າໃດເປັນຜູ້ຫລອກລວງ ກະດ້າງ ເປັນຄົນປະຈົບປະແຈງ ຊອບວາງທ່າ ອວດດີ ມີຈິຕບໍ່ຕັ້ງໝັ່ນ ພິກຂຸເຫລົ່ານັ້ນຍ່ອມບໍ່ງອກງາມໃນທັມທີ່ພຣະສັມມາສັມພຸທທະເຈົ້າຊົງສະແດງແລ້ວ.

ພິກຂຸເຫລົ່າໃດເປັນຜູ້ບໍ່ຫລອກລວງ ບໍ່ປະຈົບປະແຈງ ເປັນຜູ້ມີປັນຍາ ບໍ່ກະດ້າງ ມີຈິຕຕັ້ງໝັ້ນ ພິກຂຸເຫລົ່ານັ້ນແລ ຍ່ອມງອກງາມໃນທັມທີ່ພຣະສັມມາສັມພຸທທະເຈົ້າຊົງສະແດງແລ້ວ.

ຂໍ້ຄວນພິຈາຣະນາ: (ນະ ເມ ເຕ ພິກຂະເວ ພິກຂູ ມາມະກາ..

ພຣະໄຕຣປິດົກພາສາໄທ ສະບັບຫລວງແປວ່າ ພິກຂຸເຫລົ່ານັ້ນເປັນຜູ້ [ບໍ່ນັບຖືເຮົາ]

ສ່ວນສະບັບມະຫາຈຸລາ ແປວ່າ ພິກຂຸເຫລົ່ານັ້ນຊື່ວ່າບໍ່ເປັນຜູ້ນັບຖືເຮົາ

ສ່ວນສະບັບມະຫາມະກຸຕ ແປວ່າ ພິກຂຸເຫລົ່ານັ້ນເປັນຜູ້ບໍ່ນັບຖືເຮົາຕະຖາຄົຕ)


ໃນພຣະໄຕຣປິດົກສະບັບພາສາອັງກິດຈາກເວັບໄຊ suttacentral.net

ຂຸທທະກະນິກາຍ. ຂຸທ...(ກຸຫະນາສູຕ) ພຣະໄຕຣປິດົກ ສະບັບຫລວງ ໒໕/໒໔໘/໒໘໘

ຂຸທທະກະນິກາຍ. ຂຸທ...(ກຸຫະສູຕ) ໒໕/໔໘໘/໑໐໘


ພິກຂຸຜູ້ຫລອກລວງ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ