ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້
ທໍາໃນທ່າມກາງ
ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້
ເມື່ອເຫລົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ
ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປາກົດ
ສະໄໝໜຶ່ງ ພຣະຜູ້ມີພຣະພາຄປະທັບຢູ່ທີ່ພຣະເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ເຂຕພຣະນະຄອນສາວັຕຖີ ໃນທີ່ນັ້ນແລ ພຣະຜູ້ມີພຣະພາຄຕຣັສຮຽກພິກຂຸທັງຫລາຍ...ແລ້ວໄດ້ຕຣັສວ່າ: ພິກຂຸທັງຫລາຍ ! ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫລົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປາກົດ.
ພິກຂຸທັງຫລາຍ ! ເໝືອນຢ່າງວ່າ ບຸຣຸສຕັດທອນຫຍ້າ ໄມ້ ກິ່ງໄມ້ ໃບໄມ້ ໃນຊົມພູທະວີປນີ້ ແລ້ວຈຶ່ງລວມກັນໄວ້ ຄັນແລ້ວກໍເຮັດເປັນມັດໆ ມັດລະ ໔ ນິ້ວ ວາງໄວ້ ສົມມຸດວ່າ ນີ້ເປັນມາຣດາຂອງເຮົາ ນີ້ເປັນມາຣດາຂອງມາຣດາຂອງເຮົາ ມາຣດາຂອງມາຣດາແຫ່ງບຸຣຸສນັ້ນຍັງບໍ່ສິ້ນສຸດ ສ່ວນຫຍ້າ ໄມ້ ກິ່ງໄມ້ ໃບໄມ້ ໃນຊົມພູທະວີປນີ້ຍ່ອມເຖິງການໝົດສິ້ນໄປ ຂໍ້ນັ້ນເພາະເຫດໃດ?
ເພາະສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້ ເມື່ອເຫລົ່າສັຕຜູ້ມີອະວິຊຊາເປັນເຄື່ອງກັ້ນ ມີຕັນຫາເປັນເຄື່ອງຜູກ ທ່ອງທ່ຽວໄປມາຢູ່ ທີ່ສຸດເບື້ອງຕົ້ນຍ່ອມບໍ່ປາກົດ ພວກເຈົ້າທັງຫລາຍໄດ້ສະເຫວີຍຄວາມທຸກຂ໌ ຄວາມລຳບາກ ໄດ້ຮັບຄວາມພິນາສ ໄດ້ເພື່ມພູນປະຖະພີທີ່ເປັນປ່າຊ້າຕະຫລອດກາລນານ.
ພິກຂຸທັງຫລາຍ ! ເພາະເຫດນັ້ນແລ ພໍແລ້ວເພື່ອຈະເບື່ອໜ່າຍໃນສັງຂາຣທັງປວງ ພໍແລ້ວເພື່ອຈະຄາຍກຳນັດ ພໍແລ້ວເພື່ອຈະຫລຸດພົ້ນ.
ສັງຍຸຕຕະນິກາຍ ນິທານວັຄ ໑໖/໑໗໗/໔໒໑
ສົງສາຣນີ້ກຳນົດທີ່ສຸດເບື້ອງຕົ້ນເບື້ອງປາຍບໍ່ໄດ້








