ມະຫາໂຈຣ 5 ຈຳພວກ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ! ມະຫາໂຈຣ ໕ ຈຳພວກນີ້ ມີປາກົດຢູ່ໃນໂລກ ມະຫາໂຈຣ ໕ ຈຳພວກເປັນແນວໃດ?
ພິກຂຸທັງຫລາຍ! ມະຫາໂຈຣບາງຄົນໃນໂລກນີ້ ຍ່ອມປາຖະ ໜາຢ່າງນີ້ວ່າ ເມື່ອໃດໜໍເຮົາຈັກເປັນຜູ້ມີບຸຣຸສຮ້ອຍໜຶ່ງ ຫລືພັນໜຶ່ງແວດລ້ອມແລ້ວ ທ່ອງທ່ຽວໄປໃນຄາມະນິຄົມແລະຣາຊະທານີ ທຳການຂ້າເອງ ສັ່ງໃຫ້ຜູ້ອື່ນຂ້າ, ຕັດເອງ ສັ່ງໃຫ້ຜູ້ອື່ນຕັດ, ເຜົາເອງ ສັ່ງໃຫ້ຜູ້ອື່ນເຜົາ. ສະໄໝຕໍ່ມາ ເຂົາເປັນຜູ້ມີບຸຣຸສຮ້ອຍໜຶ່ງ ຫລືພັນໜຶ່ງແວດລ້ອມແລ້ວ ທ່ອງທ່ຽວໄປໃນຄາມະນິຄົມແລະຣາຊະທານີ ທຳການຂ້າເອງ ສັ່ງໃຫ້ຜູ້ອື່ນຂ້າ, ຕັດເອງ ສັ່ງໃຫ້ຜູ້ອື່ນຕັດ, ເຜົາເອງ ສັ່ງໃຫ້ຜູ້ອື່ນເຜົາ ສັນໃດ;
ພິກຂຸທັງຫລາຍ ພິກຂຸຜູ້ຊົ່ວຊາມບາງອົງຄ໌ (ປາປະພິກຂຸໂນ) ໃນທັມວິນັຍນີ້ ກໍສັນນັ້ນເໝືອນກັນ ຍ່ອມປາຖະໜາຢ່າງນີ້ວ່າ ເມື່ອໃດໜໍ ເຮົາຈຶ່ງຈະເປັນຜູ້ທີ່ມີພິກຂຸຮ້ອຍໜຶ່ງຫລືພັນໜຶ່ງແວດລ້ອມແລ້ວ ທ່ຽວຈາຣິກໄປໃນຄາມະນິຄົມແລະຣາຊະທານີ ອັນຄະຣືຫັດແລະບັນພະຊິຕສັກກາຣະ ເຄົາຣົບ ນັບຖື ບູຊາ ຢຳເກງ ໄດ້ຈີວອຣ ບິນທະບາຕ ເສນາສະນະແລະຄິລານະປັຈຈັຍເພສັຊບໍຣິຂາຣ. ສະໄໝຕໍ່ມາ ເຂົາເປັນຜູ້ທີ່ມີພິກຂຸຮ້ອຍໜຶ່ງຫລືພັນໜຶ່ງແວດລ້ອມແລ້ວ ທ່ຽວຈາຣິກໄປໃນຄາມະນິຄົມແລະຣາຊະທານີ ອັນຄະຣືຫັດແລະບັນພະຊິຕສັກກາຣະ ເຄົາຣົບ ນັບຖື ບູຊາ ຢຳເກງ ໄດ້ຈີວອຣ ບິນທະບາຕ ເສນາສະນະແລະຄິລານະປັຈຈັຍເພສັຊບໍຣິຂາຣ. ພິກຂຸທັງຫລາຍ ນີ້ເປັນມະຫາໂຈຣຈຳພວກທີ ໑ ມີປາກົດຢູ່ໃນໂລກ.
ພິກຂຸທັງຫລາຍ! ອີກປະການໜຶ່ງ ພິກຂຸຜູ້ຊົ່ວຊາມບາງອົງຄ໌ໃນທັມວິນັຍນີ້ ເລົ່າຮຽນທັມວິນັຍທີ່ຕະຖາຄົຕປະກາດແລ້ວ ອວດອ້າງວ່າເປັນຂອງຕົນ. ພິກຂຸທັງຫລາຍ ນີ້ເປັນມະຫາໂຈຣຈຳພວກທີ ໒ ມີປາກົດຢູ່ໃນໂລກ.
ພິກຂຸທັງຫລາຍ! ອີກປະການໜຶ່ງ ພິກຂຸຜູ້ຊົ່ວຊາມບາງອົງຄ໌ໃນທັມວິນັຍນີ້ ຍ່ອມຕາມກຳຈັດເພື່ອນພຣົມມະຈາຣີຜູ້ບໍຣິສຸທ ຜູ້ປະພຶດພຣົມມະຈັນອັນບໍຣິສຸທ ດ້ວຍທັມອັນເປັນຂ້າເສິກແກ່ພຣົມມະຈັນອັນຫາມູລບໍ່ໄດ້. ພິກຂຸທັງຫລາຍ ນີ້ເປັນມະຫາໂຈຣຈຳພວກທີ ໓ ມີປາກົດຢູ່ໃນໂລກ.
ພິກຂຸທັງຫລາຍ! ອີກປະການໜຶ່ງ ພິກຂຸຜູ້ຊົ່ວຊາມບາງອົງຄ໌ (ປາປະພິກຂຸ) ໃນທັມວິນັຍນີ້ ຍ່ອມສົງເຄາະເກ້ຍກ່ອມຄະຣືຫັດທັງຫລາຍດ້ວຍຄຣຸພັນ ຄຣຸບໍຣິຂາຣຂອງສົງຄ໌ ຄື ອາຣາມ ພື້ນທີ່ອາຣາມ ວິຫາຣ ພື້ນທີ່ວິຫາຣ ຕຽງ ຕັ່ງ ຟູກ ໝອນ ໝໍ້ໂລຫະ ອ່າງໂລຫະ ກະຖາງໂລຫະ ກະທະໂລຫະ ມີດ ຂວານ ສິ່ວ ຈົກ ສະວ່ານ ເຄືອ ໄມ້ໄຜ່ ຫຍ້າຄາ ຫຍ້າແຝກ ຫຍ້າສາມັນ ດິນໜຽວ ເຄື່ອງໄມ້ ເຄື່ອງດິນ. ພິກຂຸທັງຫລາຍ ນີ້ເປັນມະຫາໂຈຣຈຳພວກທີ ໔ ມີປາກົດຢູ່ໃນໂລກ.
ພິກຂຸທັງຫລາຍ! ພິກຂຸຜູ້ກ່າວອວດອຸຕຕະຣິມະນຸສສະທັມ ອັນບໍ່ມີໃນຕົນ ອັນບໍ່ເປັນຈິງ ນີ້ຈັດເປັນຍອດມະຫາໂຈຣໃນໂລກ ພ້ອມທັງເທວະໂລກ ມາຣໂລກ ພຣົມມະໂລກ ໃນໝູ່ສັຕພ້ອມທັງສະມະນະພຣາມ ເທວະດາແລະມະນຸດ ຂໍ້ນັ້ນເພາະເຫດໃດ? ເພາະພິກຂຸນັ້ນສັນກ້ອນເຂົ້າຂອງຊາວແວ່ນແຄວ້ນດ້ວຍອາການແຫ່ງຂະໂມຍ.
ພິກຂຸໃດປະກາດຕົນທີ່ມີຢູ່ຢ່າງໜຶ່ງ ດ້ວຍອາການຢ່າງອື່ນ ໂພຊະນະນັ້ນອັນພິກຂຸນັ້ນສັນແລ້ວດ້ວຍອາການແຫ່ງຄົນຂະໂມຍ ເໝືອນນາຍພານນົກລວງຈັບນົກ ສັນນັ້ນ; ພິກຂຸຜູ້ຊົ່ວຊາມຈຳນວນຫລາຍ ມີຜ້າກາສາວະພັນຄໍ ມີທັມອັນຊົ່ວຊາມ ບໍ່ສັງຣວມ ພິກຂຸຜູ້ຊົ່ວຊາມເຫລົ່ານັ້ນຍ່ອມເຂົ້າເຖິງນະຣົກ ເພາະກັມທັງຫລາຍທີ່ຊົ່ວຊາມ.
ພິກຂຸຜູ້ທຸສີລບໍ່ສັງຣວມກິນກ້ອນເຫລັກແດງທີ່ຮ້ອນເໝືອນແປວໄຟຍັງດີກວ່າ ການສັນກ້ອນເຂົ້າຂອງຊາວຣັດຖ໌ (ຣັຕຖະປິນທັງ) ຈະປະເສີດອັນໃດ.
ວິນັຍປິດົກ ມະຫາວິພັງ ພາຄ ໑ ເຫລັ້ມ ໑/໓໓໒-໓໓໓/໒໓໐
ມະຫາໂຈຣ 5 ຈຳພວກ








