ພຣະໂສດາບັນປະກອບພ້ອມແລ້ວດ້ວຍອະຣິຍະມັຄມີອົງແປດ

ທໍາໃນທ່າມກາງ

0:00/0:00

ສາຣີບຸຕ ! ທີ່ມັກກ່າວກັນວ່າ ໂສດາບັນ-ໂສດາບັນ ດັ່ງນີ້ ເປັນແນວໃດໜໍ ສາຣີບຸຕ ?

“ ຂ້າແຕ່ພຣະອົງຄ໌ຜູ້ຈະເຣີນ ! ທ່ານຜູ້ໃດ໋ເປັນຜູ້ປະກອບ ພ້ອມແລ້ວດ້ວຍອະຣິຍະມັຄມີອົງຄ໌ແປດ ນີ້ຢູ່ເຊັ່ນນັ້ນແລ ຂ້ານ້ອຍຮຽກວ່າເປັນພຣະໂສດາບັນ ຜູ້ມີຊື່ຢ່າງນີ້ໆ ມີໂຄດຢ່າງນີ້ໆ ຂ້ານ້ອຍ

ສາຣີບຸຕ ! ຖືກແລ້ວ ຖືກແລ້ວ ຜູ້ທີ່ປະກອບພ້ອມແລ້ວ ດ້ວຍອະຣິຍະມັຄມີອົງຄ໌ແປດນີ້ຢູ່ ເຖິງເຮົາເອງກໍເອີ້ນຜູ້ເຊັ່ນ ນັ້ນວ່າເປັນ ພຣະໂສດາບັນ ຜູ້ມີຊື່ຢ່າງນີ້ໆ ມີໂຄຕຢ່າງນີ້ໆ.


- ບາລີ ມະຫາວາຣ. ສັງ. ໑໙/໔໓໕/໑໔໓໒-໑໔໓໓.


ພຣະໂສດາບັນປະກອບພ້ອມແລ້ວດ້ວຍອະຣິຍະມັຄມີອົງແປດ  

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ