ແຫວ່ນສ່ອງຄວາມເປັນພຣະໂສດາບັນ
ທໍາໃນທ່າມກາງ
ອານົນທ໌ ! ເຮົາຈັກສະແດງ ທັມປະຣິຍາຍອັນຊື່ວ່າ ແຫວ່ນທັມ ຊຶ່ງຫາກອະຣິຍະສາວົກຜູ້ໃດ ໄດ້ປະກອບພ້ອມແລ້ວ ເມື່ອຈໍານົງຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້ໃນຂໍ້ທີ່ຕົນ ເປັນຜູ້ມີນະຣົກສິ້ນແລ້ວ ມີກໍາເນີດເດຣັຈສານສິ້ນແລ້ວ ມີເປຕ ວິສັຍສິ້ນແລ້ວ ມີອະບາຍ ທຄຸະຕິ ວິນິບາຕສິ້ນແລ້ວ, ໃນຂໍ້ທີ່ ຕົນເປັນພຣະໂສດາບັນ ຜູ້ມີອັນບໍ່ຕົກຕໍ່າເປັນທໍາມະດາ ທ່ຽງ ແທ້ຕໍ່ພຣະນິບພານ ເປັນຜູ້ມີອັນຈະຕຣັສຮູ້ທັມໄດ້ໃນກາລ ເບື້ອງໜ້າ ດັ່ງນີ້. ອານົນທ໌ ! ກໍທັມປະຣິຍາຍອັນຊື່ວ່າ ແຫວ່ນທັມໃນບ່ອນນີ້ ເປັນແນວໃດໜໍ ?
ອານົນທ໌ ! ອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບ ພ້ອມແລ້ວດ້ວຍຄວາມເຫຼື້ອມໃສອັນຢັ່ງລົງໝັ້ນ ບໍ່ຫວັ່ນໄຫວ ໃນອົງຄ໌ພຣະພຸດທະເຈົ້າ... ໃນອົງຄ໌ພຣະທັມ... ໃນອົງຄ໌ພຣະ ສົງຄ໌... ແລະອະຣິຍະສາວົກໃນທັມວິນັຍນີ້ ເປັນຜູ້ປະກອບ ພ້ອມແລ້ວດ້ວຍສີລທັງຫຼາຍ ຊະນິດເປັນທີ່ພໍໃຈຂອງເຫຼົ່າພຣະ ອະຣິຍະເຈົ້າ ຄືເປັນສີລທີ່ບໍ່ຂາດ ບໍ່ຊອດທະລ ຸບໍ່ດ່າງ ບໍ່ໝອງ ເສົ້າ ເປັນສີລທີ່ເປັນອິສະຣະຈາກຕັນຫາ ເປັນສີລທີ່ຜູ້ຮູ້ ທ່ານສັນເສີນ ເປັນສີລທີ່ທິຕຖິບໍ່ລບູຄໍາ ແລະເປັນສີລທີ່ເປັນ ໄປເພື່ອສະມາທິ.
ອານົນທ໌ ! ທັມປະຣິຍາຍອັນນີ້ແລ ທີ່ຊື່ວ່າ ແຫວ່ນທັມ ຊຶ່ງຫາກຣິຍະສາວົກ ຜູ້ໃດໄດ້ປະກອບພ້ອມແລ້ວ ເມື່ອຈໍານົງ ຈະພະຍາກອນຕົນເອງ ກໍຍ່ອມເຮັດໄດ້, ດັ່ງນີ້ແລ.
- ບາລີ ມະຫາວາຣ. ສັງ. ໑໙/໔໕໐-໔໕໑/໑໔໗໙-໑໔໘໐.
ແຫວ່ນສ່ອງຄວາມເປັນພຣະໂສດາບັນ








