ຄວາມສະອາດ

ທໍາໃນເບື້ອງຕົ້ນ

0:00/0:00

ຈຸນທະ ! ຄວາມສະອາດທາງກາຍ ມີ ໓ ຢ່າງ

ຄວາມສະອາດທາງວາຈາມີ ໔ ຢ່າງ

ຄວາມສະອາດທາງໃຈ ມີ ໓ ຢ່າງ

ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າກຸສົລກັມມະບົດສິບ

ຈຸນທະ ! ອັນໜື່ງເພາະມີການປະກອບດ້ວຍກຸສົລກັມມະບົດ

ທັງ ໑໐ ປະການເຫຼົ່ານີ້ເປັນເຫດ

ພວກເທບຈື່ງປາກົດ ພວກມະນຸສຈື່ງປາກົດ

ຫຼືວ່າ ສຸຄະຕິໃດໆ ແມ່ນອື່ນອີກ ຍອ່ມມີ

ຈຸນທະ ! ຄວາມບໍ່ສະອາດທາງກາຍ ມີ ໓ ຢ່າງ

ຄວາມບໍ່ສະອາດທາງວາຈາມີ ໔ ຢ່າງ

ຄວາມບໍ່ສະອາດທາງໃຈ ມີ ໓ ຢ່າງ

ຈຸນທະ ! ເຫຼົ່ານີ້ແລ ເອີ້ນວ່າ ອະກຸສົລກັມມະບົດສິບ

ຈຸນທະ ! ອັນໜື່ງເພາະມີການປະກອບດ້ວຍອະກຸສົລກັມມະບົດ

ທັງ ໑໐ ປະການເຫຼົ່ານີ້ເປັນເຫດ

ນະຣົກຍອ່ມປາກົດ ກໍາເນີດເດຣັດສານຍອ່ມປາກົດ ເປຕວິສັຍຍອ່ມປາກົດ

ຫຼືວ່າ ທຸຄະຕິໃດໆ ແມ່ນວ່າອື່ນອີກ ຍອ່ມມີ

ຣາທະ ! ສັນທະອັນໃດ ຣາຄະອັນໃດ ນັນທິອັນໃດ ຕັນຫາອັນໃດ ອຸປະຢະແລະອຸປາທານອັນໃດ

ອັນເປັນເຄື່ອງຕັ້ງທັບ ເຄື່ອງເຂົ້າໄປອາສັຍ

ແລະເຄື່ອງນອນເນື້ອງແຫ່ງຈິຕ

ອັນມີຢູ່ໃນຮູປ ໃນເວທະນາ ໃນສັນຍາ ໃນສັງຂາຣທັງຫຼາຍ ແລະໃນວິນຍານ

ສີ່ງເຫຼົ່ານີ້ ເຮົາເອີ້ນວ່າ ເຄື່ອງນໍາໄປສູ່ພົບ


-ບາລີ ຂັນທ. ສັງ. ໑໗/໒໓໓/໓໖໘

-ບາລີ ທສກ. ອັງ. ໒໔/໒໘໗-໒໙໐/໑໖໕


ຄວາມສະອາດ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ