ອັນຕະຣາຍຂອງຝົນທີ່ພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ ອັນຕະຣາຍຂອງຝົນ ໕ ປະການນີ້ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ (ປັນຈິເມ ພິກຂະເວ ວັສສັສສະ ອັນຕະຣາຍາ ຍັງ ເນມິຕຕາ ນະ ຊານັນຕິ ຍັຕຖະ ເນມິຕຕານັງ ຈັກຂຸງ ນັກກະມະຕິ); ໕ ປະການເປັນແນວໃດ? ຄື
ພິກຂຸທັງຫລາຍ ເຕໂຊທາຕເບື້ອງເທິງອາກາສກຳເຣີບ ເມກທີ່ເກີດຂຶ້ນຍ່ອມກະຈາຍໄປເພາະເຕໂຊທາຕກຳເຣີບນັ້ນ. ພິກຂຸທັງຫລາຍ ນີ້ເປັນອັນຕະຣາຍຂອງຝົນປະການທີ ໑ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.
ພິກຂຸທັງຫລາຍ ອີກປະການໜຶ່ງ ວາໂຍທາຕເບື້ອງເທິງອາກາສກຳເຣີບ ເມກທີ່ເກີດຂຶ້ນຍ່ອມກະຈາຍໄປເພາະວາໂຍທາຕກຳເຣີບນັ້ນ. ພິກຂຸທັງຫລາຍ ນີ້ເປັນອັນຕະຣາຍຂອງຝົນປະການທີ ໒ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.
ພິກຂຸທັງຫລາຍ ອີກປະການໜຶ່ງ ອະສຸຣິນທະຣາຫຸເອົາຝາມືຮັບນ້ຳໄວ້ ແລ້ວຖິ້ມລົງໃນມະຫາສະໝຸດ (ຣາຫຸ ອະສຸຣິນໂທ ປານິນາ ອຸທະກັງ ປະຕິຈສິຕະວາ ມະຫາສະມຸທເທ ສັທເທຕິ). ພິກຂຸທັງຫລາຍ ນີ້ເປັນອັນຕະຣາຍຂອງຝົນປະການທີ ໓ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.
ພິກຂຸທັງຫລາຍ ອີກປະການໜຶ່ງ ວັສສະວະລາຫົກເທວະບຸຕເປັນຜູ້ປະມາທເສຍ (ວັສສະວະລາຫະກາ ເທວະປຸຕຕາ ປະມັຕຕາ ໂຫນຕິ). ພິກຂຸທັງຫລາຍ ນີ້ເປັນອັນຕະຣາຍຂອງຝົນປະການທີ ໔ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.
ພິກຂຸທັງຫລາຍ ອີກປະການໜຶ່ງ ມະນຸສທັງຫລາຍບໍ່ຕັ້ງຢູ່ໃນທັມ (ມະນຸສສາ ອະທັມມິກາ ໂຫນຕິ). ພິກຂຸທັງຫລາຍ ນີ້ເປັນອັນຕະຣາຍຂອງຝົນປະການທີ ໕ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.
ພິກຂຸທັງຫລາຍ ອັນຕະຣາຍຂອງຝົນ ໕ ປະການນີ້ແລ ເຊິ່ງພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ.
ອັງຄຸຕຕະຣະນິກາຍ ໒໒/໒໑໕/໑໙໗
ຈາກ: ວັດລາວເມືອງແອລຈິນ
ອັນຕະຣາຍຂອງຝົນທີ່ພວກໝໍດູຮູ້ບໍ່ໄດ້ ສາຍຕາຂອງພວກໝໍດູຢັ່ງບໍ່ເຖິງ








