ການກະທຳທີ່ເປັນເຫດໃຫ້ໄປສູ່ນະຣົກ

ທໍາໃນເບື້ອງຕົ້ນ

0:00/0:00

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ; ທັມ ໔ ປະການເປັນແນວໃດ? ຄື:

ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວສັນລະເສີນບຸກຄົນທີ່ຄວນຕິຕຽນ ໑

ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ກ່າວຕິຕຽນບຸກຄົນທີ່ຄວນສັນລະເສີນ ໑

ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ ໑

ບໍ່ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ ໑

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການນີ້ແລ ຍ່ອມເກີດໃນນະຣົກເໝືອນຖືກນຳມາໂຍນລົງ.

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການນີ້ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ; ທັມ ໔ ປະການເປັນແນວໃດ? ຄື:

ພິຈາຣະນາໃຄ່ຄວນກ່ອນແລ້ວ ຕິຕຽນບຸກຄົນທີ່ຄວນຕິຕຽນ ໑

ພິຈາຣະນາໃຄ່ຄວນກ່ອນແລ້ວ ສັນລະເສີນບຸກຄົນທີ່ຄວນສັນລະເສີນ ໑

ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມບໍ່ເຫລື້ອມໃສໃນຖານະທີ່ບໍ່ຄວນເຫລື້ອມໃສ ໑

ພິຈາຣະນາໃຄ່ຄວນກ່ອນແລ້ວ ສະແດງຄວາມເຫລື້ອມໃສໃນຖານະທີ່ຄວນເຫລື້ອມໃສ ໑

ພິກຂຸທັງຫລາຍ! ບຸກຄົນຜູ້ປະກອບດ້ວຍທັມ ໔ ປະການນີ້ແລ ຍ່ອມເກີດໃນສະຫວັນເໝືອນຖືກເຊີນມາ.


ພຣະໄຕປິດົກສະບັບຫລວງ ພາສາໄທ ໒໑/໘໓/໘໓


ການກະທຳທີ່ເປັນເຫດໃຫ້ໄປສູ່ນະຣົກ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ