ຜູ້ໜັກໃນຄວາມໂກທແລະຄວາມລົບຫລູ່

ທໍາໃນເບື້ອງຕົ້ນ

0:00/0:00

ຜູ້ໜັກໃນຄວາມໂກທແລະຄວາມລົບຫລູ່ ໜັກໃນລາພແລະສັກກາຣະ ພວກເຂົາຍ່ອມບໍ່ງອກງາມໃນທັມອັນພຣະສັມມາສັມພຸທທະເຈົ້າຊົງສະແດງແລ້ວ

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ ມີປາກົຕຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື:

ເປັນຜູ້ໜັກໃນຄວາມໂກທ ບໍ່ໜັກໃນສັທທັມ

(ໂກທະຄຣຸນະ ສັທທັມມະຄຣຸ) ໑

ເປັນຜູ້ໜັກໃນຄວາມລົບຫລູ່ ບໍ່ໜັກໃນສັທທັມ ໑

ເປັນຜູ້ໜັກໃນລາພ ບໍ່ໜັກໃນສັທທັມ ໑

ເປັນຜູ້ໜັກໃນສັກກາຣະ ບໍ່ໜັກໃນສັທທັມ ໑

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ແລ ມີປາກົຕຢູ່ໃນໂລກ.

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ ມີປາກົຕຢູ່ໃນໂລກ, ໔ ຈຳພວກເປັນຢ່າງໃດ? ຄື

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມໂກທ

(ສັທທັມມະຄຣຸ ນະ ໂກທະຄຣຸ) ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນຄວາມລົບຫລູ່ ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນລາພ໑

ເປັນຜູ້ໜັກໃນສັທທັມ ບໍ່ໜັກໃນສັກກາຣະ ໑

ພິກຂຸທັງຫລາຍ! ບຸຄຄົລ ໔ ຈຳພວກນີ້ແລ ມີປາກົຕຢູ່ໃນໂລກ.

ພິກຂຸຜູ້ໜັກໃນຄວາມໂກທແລະຄວາມລົບຫລູ່ ໜັກໃນລາພແລະສັກກາຣະ ພວກເຂົາຍ່ອມບໍ່ງອກງາມໃນທັມອັນພຣະສັມມາສັມພຸທທະເຈົ້າຊົງສະແດງແລ້ວ.

ສ່ວນພິກຂຸເຫລົ່າໃດເປັນຜູ້ໜັກໃນສັທທັມຢູ່ແລ້ວ ແລະກຳລັງເປັນຜູ້ໜັກໃນສັທທັມຢູ່ ພິກຂຸເຫລົ່ານັ້ນແລ ຍ່ອມງອກງາມໃນທັມອັນພຣະສັມມາສັມພຸທທະເຈົ້າຊົງສະແດງ ແລ້ວ.


ອັງຄຸຕຕະຣະນິກາຍ ຈະຕຸກກະນິບາຕ ໒໑/໔໖/໔໓.


ຜູ້ໜັກໃນຄວາມໂກທແລະຄວາມລົບຫລູ່ 

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ