ຄວາມຫມາຍຂອງຄຳວ່າ “ທຸກຂະ/ທຸກຂັງ”
ທໍາໃນເບື້ອງຕົ້ນ
ຄັ້ງນັ້ນແລ ພິກຂຸອົງໜຶ່ງເຂົ້າໄປເຝົ້າພຣະຜູ້ມີພຣະພາກເຖິງທີ່ປະທັບ ຖວາຍບັງຄົມພຣະຜູ້ມີພຣະພາກແລ້ວ ນັ່ງ ນະ ທີ່ຄວນສ່ວນຂ້າງໜຶ່ງ ຄັນແລ້ວໄດ້ກາບທູນພຣະຜູ້ມີພຣະພາກວ່າ
“ຂ້າແຕ່ພຣະອົງຜູ້ຈະເລີນ ! ເມື່ອຂ້ານ້ອຍຫຼີກເວັ້ນພາວະນາຢູ່ ໄດ້ເກີດການໃຄ່ຄວນຂຶ້ນໃນໃຈວ່າ ‘ພຣະຜູ້ມີພຣະພາກໄດ້ຕຣັດເວທະນາໄວ້ ໓ ຢ່າງຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາ. ກໍພຣະຜູ້ມີພຣະພາກເຈົ້າໄດ້ຕຣັດຄຳນີ້ໄວ້ວ່າ ‘#ເວທະນາໃດໆ ກໍຕາມ ເວທະນານັ້ນໆ ປະຊຸມລົງໃນຄວາມທຸກ’ ດັ່ງນີ້ ຂໍ້ທີ່ພຣະອົງຕຣັດວ່າ ‘ເວທະນາໃດໆກໍຕາມ ເວທະນານັ້ນໆ #ປະຊຸມລົງໃນຄວາມທຸກ ດັ່ງນີ້ #ຊົງໝາຍເຖິງຫຍັງໜໍ ?’’
ພິກຂຸ ! ດີແລ້ວ ດີແລ້ວ. ເຮົາກ່າວເວທະນາໄວ້ ໓ ຢ່າງເຫຼົ່ານີ້ຄື ສຸຂະເວທະນາ ທຸກຂະເວທະນາ ອະທຸກຂະມະສຸຂະເວທະນາຈິງ ; ແລະຍັງໄດ້ກ່າວວ່າ “ເວທະນາໃດໆກໍຕາມ ເວທະນານັ້ນໆ ປະຊຸມລົງໃນຄວາມທຸກ”. #ຂໍ້ນີ້ເຮົາກ່າວໝາຍເຖິງຄວາມເປັນຂອງບໍ່ທ່ຽງແຫ່ງສັງຂານທັງຫຼາຍນັ້ນເອງ,
#ແລະເຮົາຍັງກ່າວໝາຍເຖິງຄວາມເປັນຂອງສິ້ນໄປເປັນທຳມະດາ
#ຄວາມເປັນຂອງເສື່ອມໄປເປັນທຳມະດາ
#ຄວາມເປັນຂອງຈາງຄາຍໄປເປັນທຳມະດາ
#ຄວາມເປັນຂອງດັບບໍ່ເຫຼືອເປັນທຳມະດາ
#ຄວາມເປັນຂອງແປປ່ວນເປັນທຳມະດາ#ຂອງສັງຂານທັງຫຼາຍນັ້ນແຫຼະ ທີ່ໄດ້ກ່າວວ່າ “ເວທະນາໃດໆ ກໍຕາມ ເວທະນານັ້ນໆ ປະຊຸມລົງໃນຄວາມທຸກ” ດັ່ງນີ້.
- ສລາ. ສໍ. ໑໘/໒໖໘/໓໙໑.
ຄວາມຫມາຍຂອງຄຳວ່າ “ທຸກຂະ/ທຸກຂັງ”








