ຄວາມທຸກຂ໌ຍ່ອມບໍ່ເປັນທີ່ຮັກຂອງເຮົາ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງຜູ້ອື່ນສັນນັ້ນເໝືອນກັນ

ທໍາໃນເບື້ອງຕົ້ນ

0:00/0:00

ສະໄໝໜຶ່ງ ພຣະຜູ້ມີພຣະພາຄເຈົ້າປະທັບຢູ່ທີ່ພຣະວິຫາຣເຊຕະວັນ ອາຣາມຂອງທ່ານອະນາຖະບິນດິກະເສດຖີ ໃກ້ພຣະນະຄອຣສາວັຕຖີ ກໍສະໄໝນັ້ນ ເດັກນ້ອຍຈຳນວນຫລາຍພາກັນຈັບປາຢູ່ໃນລະຫວ່າງພຣະນະຄອຣສາວັຕຖີກັບພຣະວິຫາຣເຊຕະວັນ.

ຄັ້ງນັ້ນເປັນເວລາເຊົ້າ ພຣະຜູ້ມີພຣະພາຄຊົງອັນຕະຣະວາສົກແລ້ວ ຊົງຖືບາຕແລະຈີວອຣສະເດັດເຂົ້າໄປບິນທະບາຕໃນນະຄອຣສາວັຕຖີ ໄດ້ທອດພຣະເນດເຫັນເດັກນ້ອຍຈຳນວນຫລາຍພາກັນຈັບປາໃນລະຫວ່າງພຣະນະຄອຣສາວັຕຖີກັບພຣະວິຫາຣເຊຕະວັນ ຄັນແລ້ວໄດ້ສະເດັດເຂົ້າໄປຫາເດັກນ້ອຍເຫລົ່ານັ້ນ ແລ້ວໄດ້ຕຣັສຖາມວ່າ:

ດູຣາກຸມາຣທັງຫລາຍ! ພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມ ທຸກຂ໌ ຄວາມທຸກຂ໌ບໍ່ເປັນທີ່ຮັກຂອງພວກເຈົ້າທັງຫລາຍບໍ່ແມ່ນຫລື?

ເດັກເຫລົ້ານັ້ນກຣາບທູນວ່າ: ເປັນຢ່າງນັ້ນ ພຣະອົງຜູ້ຈະເຣີນ ພວກຂ້ານ້ອຍທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຄວາມທຸກຂ໌ບໍ່ເປັນທີ່ຮັກຂອງພວກຂ້ານ້ອຍທັງຫລາຍ.

ລຳດັບນັ້ນ, ພຣະຜູ້ມີພຣະພາຄເຈົ້າຊົງຊາບເນື້ອຄວາມນັ້ນແລ້ວ ໄດ້ຊົງເປັ່ງອຸທານໃນເວລານັ້ນວ່າ:

ຖ້າພວກເຈົ້າທັງຫລາຍຢ້ານກົວຕໍ່ຄວາມທຸກຂ໌ ຖ້າຄວາມທຸກຂ໌ບໍ່ເປັນທີ່ຮັກພວກເຈົ້າທັງຫລາຍແລ້ວ ພວກເຈົ້າທັງຫລາຍຢ່າໄດ້ກະທຳບາບກັມທັງໃນທີ່ແຈ້ງຫລືໃນທີ່ລັບເລີຍ ຖ້າພວກເຈົ້າທັງຫລາຍຈະກະທຳຫລືກະທຳຢູ່ເຊິ່ງບາບກັມແລ້ວນັ້ນ ພວກເຈົ້າທັງຫລາຍເຖິງຈະເຫາະໜີໄປກໍຍ່ອມບໍ່ພົ້ນໄປຈາກຄວາມ ທຸກຂ໌.


ສຸຕຕັນຕະປິດົກ ຂຸທທະກະນິກາຍ ຂຸທທະກະປາຖະ-ທັມມະບົທ-ອຸທານ-ອິຕິວຸຕຕະກະ-ສຸຕຕະນິບາຕ ໒໕/໑໐໗/໑໑໕


ຄວາມທຸກຂ໌ຍ່ອມບໍ່ເປັນທີ່ຮັກຂອງເຮົາ ຄວາມທຸກຂ໌ກໍບໍ່ເປັນທີ່ຮັກຂອງຜູ້ອື່ນສັນນັ້ນເໝືອນກັນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ