ເຄື່ອງຜູກພັນສັຕ
ທໍາໃນທ່າມກາງ
ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ອັນໃດເປັນເຄື່ອງຜູກພັນເທວະດາ ມະນຸດ ອະສູຣະ ນາຄະ ຄົນທັນທັງຫລາຍ ອັນມີຢູ່ເປັນໝູ່ໆ (ເຊິ່ງແຕ່ລະໝູ່) ປາຖນາຢູ່ວ່າເຮົາຈະເປັນຄົນບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນ ແຕ່ແລ້ວກໍບໍ່ສາມາດຈະເປັນຜູ້ຢູ່ຢ່າງບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ບຽດບຽນແກ່ກັນແລະກັນໜໍ ຂ້ານ້ອຍ ?
ຈອມເທບ ! #ຄວາມອິດສາ (ອິສສາ) #ແລະຄວາມຂີ້ຖີ່ (ມັຈສະຣິຢະ) #ນັ້ນແລ#ເປັນເຄື່ອງຜູກພັນເທວະດາ ມະນຸດ ອະສູຣະ ນາຄະ ຄົນທັນທັງຫລາຍ ອັນມີຢູ່ເປັນໝູ່ໆ (ເຊິ່ງແຕ່ລະໝູ່) ປາຖນາຢູ່ວ່າ ເຮົາຈະເປັນຄົນບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນ ແຕ່ແລ້ວກໍບໍ່ສາມາດຈະເປັນຜູ້ຢູ່ຢ່າງຜູ້ບໍ່ມີເວຣ ບໍ່ມີອາຊະຍາ ບໍ່ມີຂ້າເສິກ ບໍ່ມີການບຽດບຽນແກ່ກັນແລະກັນໄດ້.
ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ກໍຄວາມອິດສາແລະຄວາມຂີ້ຖີ່ນັ້ນມີອັນໃດເປັນຕົ້ນເຫດ (ນິດານະ) ມີອັນໃດເປັນເຄື່ອງກໍ່ຂຶ້ນ (ສະມຸທະຢະ) ມີອັນໃດເປັນເຄື່ອງເຮັດໃຫ້ເກີດ (ຊາຕະກະ) ມີອັນໃດເປັນແດນເກີດ (ປະພະວະ) ?
ເມື່ອອັນໃດມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ຈຶ່ງມີ ? ເມື່ອອັນໃດບໍ່ມີຢູ່ຄວາມອິດສາແລະຄວາມຂີ້ຖີ່ຈຶ່ງບໍ່ມີ ຂ້ານ້ອຍ !
ຈອມເທບ ! #ຄວາມອິດສາແລະຄວາມຂີ້ຖີ່ນັ້ນ#ມີສິ່ງອັນເປັນທີ່ຮັກແລະສິ່ງອັນບໍ່ເປັນທີ່ຮັກ (ປິຢາບປິຢະ) #ນັ້ນແລເປັນຕົ້ນເຫດ... ເມື່ອສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກບໍ່ມີຢູ່ ຄວາມອິດສາແລະຄວາມຂີ້ຖີ່ກໍບໍ່ມີ.
ຂ້າແຕ່ພຣະອົງຜູ້ນິຣະທຸກຂ໌ ! ກໍສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກນັ້ນໜໍ ມີອັນໃດເປັນຕົ້ນເຫດ...? ເມື່ອອັນໃດມີຢູ່ ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກຈຶ່ງມີ ? ເມື່ອອັນໃດບໍ່ມີຢູ່ ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກຈຶ່ງບໍ່ມີ ຂ້ານ້ອຍ !
ຈອມເທບ ! #ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກນັ້ນມີສັນທະ (ຄວາມພໍໃຈ) #ເປັນຕົ້ນເຫດ... ເມື່ອສັນທະບໍ່ມີຢູ່ສິ່ງເປັນທີ່ຮັກແລະສິ່ງບໍ່ເປັນທີ່ຮັກກໍບໍ່ມີ.
-ບາລີ ມຫາ. ທີ. ໑໐/໓໑໐/໒໕໕
ເຄື່ອງຜູກພັນສັຕ








