ຜູ້ຮັກສາຕົນ ຍ່ອມຊື່ວ່າຮັກສາຜູ້ອື່ນ ຜູ້ຮັກສາຜູ້ອື່ນຍ່ອມຊື່ວ່າ ຮັກສາຕົນ

ທໍາໃນເບື້ອງຕົ້ນ

0:00/0:00

ສມັຍຫນຶ່ງ ພຣະຜູ້ມີພຣະພາກປະທັບຢູ່ ທີ່ນິຄົມຂອງຊາວສຸມພະຊື່ເສທກະ ໃນສຸມພະຊົນນະບົດ ທີ່ນັ້ນແລ ພຣະຜູ້ມີພຣະພາກຕຣັດກັບພິກຂຸທັງຫລາຍວ່າ...

ພິກຂຸທັງຫລາຍ ! ເລື່ອງເຄີຍມີມາແລ້ວ ຄົນຈັນທາລຜູ້ເປັນນັກໄຕ່ຮາວ ຍົກໄມ້ໄຜ່ຂື້ນຕັ້ງໄວ້ແລ້ວ ຮຽກສິດຊື່ເມທກະຖາລິກະມາບອກວ່າ

" ດູຣາເມທກະຖາລິກະ ຜູ້ເປັນສະຫາຍ ມາເຖີ້ນ ມາຂື້ນໄມ້ໄຜ່ແລ້ວຍືນຢູ່ເທິງຄໍຂອງເຮົາ " ເມທກະຖາລິກະ ຜູ້ເປັນສິດຮັບຄຳຂອງນັກໄຕ່ຮາວແລ້ວ ຂື້ນຮາວໄມ້ໄຜ່ ຍືນຢູ່ເທິງຄໍຂອງອາຈາຣຍ໌, ຄັ້ງນັ້ນແລ ຄົນຈັນທາລນັກໄຕ່ຮາວຈຶງເວົ້າກັບ ເມທກະຖາລິ ຜູ້ເປັນສິດວ່າ "

ດູຣາເມທກະຖາລິກະ ຜູ້ເປັນສະຫາຍ ທ່ານຈົງຮັກສາເຮົາ ເຮົາຈັກຮັກສາທ່ານ ເຮົາທັງສອງຕ່າງຄຸ້ມຄອງກັນແລະກັນຢ່າງນີ້ ຕ່າງຮັກສາກັນແລະກັນຢູ່ນີ້ ຈັກສະແດງ ສິລະປະ ຈັກໄດ້ລາພ ແລະຈັກລົງຈາກຮາວໄມ້ໄຜ່ໄດ້ໂດຍສະຫວັດດີ. "

ດູຣາພິກຂຸທັງຫລາຍ ! ເມື່ອອາຈາຣຍ໌ກ່າວຢ່າງນີ້ແລ້ວ ເມທກະຖາລິກະ ຜູ້ເປັນສິດໄດ້ກ່າວຕອບວ່າ

" ຂ້າແຕ່ທ່ານອາຈາຣຍ໌ ກໍເລື່ອງນີ້ຈະເປັນຢ່າງນັ້ນຫາບໍ່ໄດ້ ທ່ານຈົງຮັກສາຕົນ ເຮົາກໍຈະຮັກສາຕົນ ເຮົາທັງສອງຕ່າງຄຸ້ມຄອງຕົນ ຕ່າງຮັກສາຕົນຢ່າງນີ້ຈັກສະແດງສິບະປະ ຈັກໄດ້ລາພ ແລະ ຈັກລົງຈາກຮາວໄມ້ໄຜ່ໄດ້ໂດຍສະຫວັດດີ. "

ພຣະຜູ້ມີພຣະພາກຕຣັດວ່າ ເຫຕຜົນໃນຂໍ້ນັ້ນມີດັ່ງນີ້ ເຫມືອນສິດຊື່ເມທກະຖາລິກະ ໄດ້ເວົ້າກັບອາຈາຣຍ໌ ເຊັ່ນນັ້ນ,

ດູຣາພິກຂຸທັງຫລາຍ ! ທ່ານຈົ່ງເສບສະຕິປັດຖານດ້ວຍຄິດວ່າ ເຮົາຈັກຮັກສາຜູ້ອື່ນ, ບຸກຄົນຜູ້ຮັກສາຕົນ ຍ່ອມຊື່ວ່າຮັກສາຜູ້ອື່ນ ບຸກຄົນຜູ້ຮັກສາຜູ້ອື່ນ ຊື່ວ່າຮັກສາຕົນ.

ດູຣາພິກຂຸທັງຫລາຍ ! ກໍບຸກຄົນຮັກສາຜູ້ອື່ນ ຍ່ອມຊື່ວ່າຮັກສາຕົນ ເປັນແນວໃດ ?

ທີ່ຊື່ວ່າ ຮັກສາຕົນ

ດ້ວຍຄວາມອົດທົນ

ດ້ວຍຄວາມບໍ່ບຽດບຽນ

ດ້ວຍຄວາມມີຈິຕປະກອບດ້ວຍເມຕຕາ

ດ້ວຍຄວາມເອັນດູ

ບຸກຄົນຮັກສາຜູ້ອື່ນ ຍ່ອມຊື່ວ່າຮັກສາຕົນຢ່າງນີ້ແລ.

ດູຣາພິກຂຸທັງຫລາຍ ! ທ່ານຕ້ອງເສພສະຕິປັດຖານດ້ວຍຄິດວ່າ ເຮົາຈັກຮັກສາຕົນ,

ຕ້ອງເສພສະຕິປັດຖານດ້ວຍຄິດວ່າ ເຮົາຈັກຮັກສາຜູ້ອື່ນ,

ບຸກຄົນຮັກສາຕົນ ຍ່ອມຊື່ວ່າຮັກສາຜູ້ອື່ນ

ບຸກຄົນຜູ້ຮັກສາຜູ້ອື່ນ ຍ່ອມຊື່ວ່າຮັກສາຕົນ.


- ມຫາວາຣ. ສໍ.19/185/758.


ຜູ້ຮັກສາຕົນ ຍ່ອມຊື່ວ່າຮັກສາຜູ້ອື່ນ ຜູ້ຮັກສາຜູ້ອື່ນຍ່ອມຊື່ວ່າ ຮັກສາຕົນ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ