ຢ່າຫູເບົາ

ທໍາໃນເບື້ອງຕົ້ນ

0:00/0:00

(1) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າຟັງຕາມໆ ກັນມາ.

(2) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າ ກະທຳຕາມໆກັນມາ.

(3) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າເລົ່າລືກັນຢູ່.

(4) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າ ມີທີ່ອ້າງ ໃນປີຣົກ .

(5) ຢ່າຖືເອົາວ່າຈິງແທ້ ເພາະເຫດພຽງແຕ່ວ່າ ການໃຊ້ເຫດຜົນ ທາງການຄາດຄະເນ.

(6) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າ ການໃຊ້ເຫດຜົນ ນັຍຍະສັນນິຊຖານ.

(7) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າການຕຣຶກຕ້ອງຕາມອາການ.

(8) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າ ທົນຕໍ່ການເພັ່ງແຫ່ງທິດຖິ.

(9) ຢ່າຖືເອົາວ່າຈິ່ງແທ້ ເພາະເຫດພຽງແຕ່ວ່າ ຟັງດູໜ້າເຊື່ອຖື.

(10) ຢ່າຖືເອົາວ່າຈິງແທ້ ເພາະເຫດພຽງແຕ່ວ່າ ສົມມະນະຜູ້ເວົ້າເປັນຄູຂອງຕົນ.


- ບາລີ ຕິກ. ອໍ. 20/241-248/505.


ຢ່າຫູເບົາ

ພຣະສູດຄົ້ນຫາປຶ້ມຖືກໃຈປື້ມVideoປະຕິທິນພຣະທັມ