ສະມະນະສັນຍາ
ທໍາໃນເບື້ອງຕົ້ນ
ພິກຂຸທັງຫລາຍ! ສະມະນະສັນຍາ 3 ປະການ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຍັງທັມ ໗ ປະກາຣໃຫ້ບໍຣິບູນ. ສະມະນະສັນຍາ ໓ ປະກາຣເປັນຢ່າງໃດ? ຄື:
ສະມະນະສັນຍາວ່າ:
ເຮົາມີເພດຕ່າງຈາກຄະຣືຫັສຖ໌,
ຊີວິຕຂອງເຮົາເນື່ອງດ້ວຍຜູ້ອື່ນ,
ອາກັປກິຣິຍາຢ່າງອື່ນທີ່ເຮົາຄວນກະທຳມີຢູ່
(ເມ ອາກັປໂປ ກະຣະນີໂຍຕິ),
ພິກຂຸທັງຫລາຍ! ສະມະນະສັນຍາ 3 ປະການນີ້ແລ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຍັງທັມ ໗ ປະກາຣໃຫ້ບໍຣິບູນ. ທັມ ໗ ປະກາຣເປັນຢ່າງໃດ? ຄື:
ພິກຂຸໃນທັມວິນັຍນີ້ ເປັນຜູ້ມີປົກກະຕິທຳຕໍ່ເນື່ອງ ປະພຶຕຕໍ່ເນື່ອງເປັນນິຈໃນສີລທັງຫລາຍ,
ເປັນຜູ້ບໍ່ມີອະພິຊຊາ (ອະນະພິຊຊາລຸ ໂຫຕິ),
ເປັນຜູ້ບໍ່ພະຍາບາທ (ອັພຍາປັຊໂຊ ໂຫຕິ),
ເປັນຜູ້ບໍ່ມີຄວາມຖືໂຕ (ອະນະຕິມານີ ໂຫຕິ),
ເປັນຜູ້ໃຝ່ຕໍ່ສິກຂາ (ສິກຂາກາໂມ ໂຫຕິ),
ເປັນຜູ້ມີກາຣພິຈາຣະນາໃນປັຈຈັຍທັງຫລາຍອັນເປັນບໍຣິຂາຣແຫ່ງຊີວິຕວ່າ ປັຈຈັຍເຫລົ່ານີ້ມີປະໂຍຊນ໌ເຊັ່ນນີ້ ແລ້ວຈຶ່ງບໍຣິໂພຄ (ອິຈຈັຕຖັນຕິສສະ ໂຫຕິ ຊີວິຕະປະຣິກຂາເຣສຸ),
ເປັນຜູ້ປຣາຣົພຄວາມພຽນ (ອາຣັທທະວິຣິໂຍ ວິຫາຣະຕິ).
ພິກຂຸທັງຫລາຍ! ສະມະນະສັນຍາ ໓ ປະກາຣນີ້ແລ ອັນພິກຂຸຈະເຣີນແລ້ວ ກະທຳໃຫ້ຫລາຍແລ້ວ ຍ່ອມຍັງທັມ ໗ ປະກາຣໃຫ້ບໍຣິບູນ.
ອັງຄຸຕຕະຣະນິກາຍ ທະສະກະ-ເອກາທະສະກະນິບາຕ ໒໔/໑໘໐/໑໐໑
ສະມະນະສັນຍາ








