ຜູ້ຊ່ວຍໃຫ້ຮູ້ອະຣິຍະສັຈ ນັບເນື່ອງຢູ່ໃນບຸກຄົນຜູ້ມີອຸປະກາຣະຫລາຍ
ທໍາໃນທ່າມກາງ
ພິກຂຸທັງຫລາຍ ! ບຸກຄົນມີອຸປະກາຣະຫລາຍຕໍ່ບຸກຄົນ ໓ ຈໍາພວກເຫລົ່ານີ້ມີຢູ່. ໓ ຈໍາພວກໃດໜໍ ?
ພິກຂຸທັງຫລາຍ ! ບຸກຄົນອາໄສບຸກຄົນໃດແລ້ວ ໄດ້ເປັນຜູ້ເຖິງພຣະພຸດທະເຈົ້າເປັນສະຣະນະ ເຖິງພຣະທັມເປັນສະຣະນະ ເຖິງພຣະສົງຄ໌ເປັນສະຣະນະ.
ພິກຂຸທັງຫລາຍ ! ບຸກຄົນນີ້ຊື່ວ່າເປັນຜູ້ມີອຸປະກາຣະຫລາຍຕໍ່ບຸກຄົນນີ້.
ພິກຂຸທັງຫລາຍ ! ຂໍ້ອື່ນອີກ, ບຸກຄົນອາໄສບຸກຄົນໃດແລ້ວໄດ້ຮູ້ແຈ້ງຕາມຄວາມຈິງວ່າ “ ນີ້ທຸກຂ໌, ນີ້ທຸກຂ໌ສະມຸດທັຍ, ນີ້ທຸກຂ໌ນິໂຣດ, ນີ້ທຸກຂ໌ນິໂຣດະຄາມິນີປະຕິປະທາ “ ດັ່ງນີ້.
ພິກຂຸທັງຫລາຍ ! ບຸກຄົນນີ້ຊື່ວ່າມີອຸປະກາຣະຫລາຍຕໍ່ບຸກຄົນນີ້.
ພິກຂຸທັງຫລາຍ ! ຂໍ້ອື່ນອີກ, ບຸກຄົນອາໄສບຸກຄົນໃດແລ້ວໄດ້ກະທໍາໃຫ້ແຈ້ງເຊິ່ງເຈໂຕວິມຸຕິ, ປັນຍາວິມຸຕິ ອັນຫາອາສະວະບໍ່ໄດ້ ເພາະຄວາມສິ້ນໄປແຫ່ງອາສະວະທັງຫລາຍດ້ວຍປັນຍາອັນຍິ່ງເອງ ໃນທິດຖະທັມ ເຂົ້າເຖິງແລ້ວແລຢູ່.
ພິກຂຸທັງຫລາຍ ! ບຸກຄົນນີ້ຊື່ວ່າຜູ້ມີອຸປະກາຣະຫລາຍຕໍ່ບຸກຄົນນີ້.
ພິກຂຸທັງຫລາຍ ! ບຸກຄົນ ໓ ຈໍາພວກເຫລົ່ານີ້ແລ ຊື່ວ່າບຸກຄົນຜູ້ມີອຸປະກາຣະຫລາຍຕໍ່ບຸກຄົນ.
ພິກຂຸທັງຫລາຍ ! ເຮົາກ່າວວ່າ ບໍ່ມີບຸກຄົນອື່ນທີ່ມີອຸປະກາຣະຫລາຍຕໍ່ບຸກຄົນ ຍິ່ງໄປກວ່າບຸກຄົນ ໓ ຈໍາພວກນີ້.
ພິກຂຸທັງຫລາຍ ! ສໍາລັບບຸກຄົນ ໓ ຈໍາພວກນັ້ນບຸກຄົນຈະກະທໍາປະຕິກາຣະໄດ້ໂດຍງ່າຍຫາບໍ່ໄດ້ ແມ້ດ້ວຍການອະພິວາທ, ການລຸກຂຶ້ນຢືນຮັບ, ການທໍາອັນຊະລີ, ການທໍາສາມີຈິກັມ ແລະການຕາມຖວາຍຊຶ່ງຈີວອຣ, ບິນທະບາທ, ເສນາສະນະ ແລະຄິຣະນະປັຈຈັຍເພສັນບໍຣິຂາຣ, ແລ.
-ຕິກ. ອໍ. ໒໐/໑໕໕/໔໖໓
ຜູ້ຊ່ວຍໃຫ້ຮູ້ອະຣິຍະສັຈ ນັບເນື່ອງຢູ່ໃນບຸກຄົນຜູ້ມີອຸປະກາຣະຫລາຍ








