ສີລະສັມປະທາເປັນນິມິຕແຫ່ງອະຣິຍະມັຄປະກອບດ້ວຍອົງຄ໌ 8
ທໍາໃນທ່າມກາງ
ພິກຂຸທັງຫລາຍ! ເມື່ອດວງອາທິຕຈະຂຶ້ນ ສິ່ງທີ່ມາກ່ອນ ເປັນນິມິຕໃຫ້ເຫັນກ່ອນຄື ແສງອາຣຸນ ສັນໃດ; ຄວາມເຖິງພ້ອມດ້ວຍສີລ ກໍເປັນຕົວນຳ ເປັນບຸພພະນິມິຕເພື່ອຄວາມເກີດຂຶ້ນແຫ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘ ສັນນັ້ນ.
ພິກຂຸທັງຫລາຍ! ພິກຂຸຜູ້ເຖິງພ້ອມດ້ວຍສີລ ຍ່ອມຫວັງຂໍ້ນີ້ໄດ້ວ່າ ຈັກຈະເຣີນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຈັກກະທຳໃຫ້ຫລາຍເຊິ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘.
ພິກຂຸທັງຫລາຍ! ພິກຂຸຜູ້ເຖິງພ້ອມດ້ວຍສີລ ຈັກຈະເຣີນອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຈັກກະທຳໃຫ້ຫລາຍເຊິ່ງອະຣິຍະມັຄປະກອບດ້ວຍອົງຄ໌ ໘ ຢ່າງໃດ?
ພິກຂຸທັງຫລາຍ! ພິກຂຸໃນທັມວິນັຍນີ້ ຍ່ອມຈະເຣີນສັມມາທິຕຖິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສັມມາສັງກັປປະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສັມມາວາຈາ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສັມມາກັມມັນຕະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສັມມາອາຊີວະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສັມມາວາຍາມະ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສັມມາສະຕິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ຍ່ອມຈະເຣີນສັມມາສະມາທິ ອັນອາສັຍວິເວກ ອາສັຍວິຣາຄະ ອາສັຍນິໂຣທ ນ້ອມໄປໃນກາຣສະລະ.
ສັງຍຸຕຕະນິກາຍ ມະຫາວາຣະວັຄ ໑໙/໓໐/໑໓໑
ສີລະສັມປະທາເປັນນິມິຕແຫ່ງອະຣິຍະມັຄປະກອບດ້ວຍອົງຄ໌ 8








